ທົບທວນຄວາມຊົງຈຳກ່ຽວກັບການປົດປ່ອຍ ນະຄອນຫຼວງ ຂີດໝາຍຂອງປະຫວັດສາດ 1954.

11:31 | 09/10/2018

ຍສໝ - ເນື່ອງໃນໂອກາດ 64 ປີຂອງການປົດປ່ອຍນະຄອນຫຼວງ ຮ່າໂນ້ຍ, ຫໍສະໝຸດຮ່າໂນ້ຍ ໄດ້ຈັດງານການວາງສະແດງ ປື້ມອ່ານ, ໜັງສືພິມ, ວາລະສານ ດ້ວຍຫົວຂໍ້ທີ່ວ່າ: “ ປົດປ່ອຍນະຄອນຫຼວງຮ່າໂນ້ຍ-ຂີດໝາຍຂອງປະຫວັດສາດ”.

ທົບທວນຄວາມຊົງຈຳກ່ຽວກັບການປົດປ່ອຍ ນະຄອນຫຼວງ ຂີດໝາຍຂອງປະຫວັດສາດ 1954.

ບັນດານ້ອງນັກຮຽນເຍົາວະຊົນ ມີຄວາມສົນໃຈອ່ານໜັງສືພິມ ແລະ ວາລະສານເກົ່າ.

ຫໍສະໝຸດຮ່າໂນ້ຍໄດ້ຄັດເລືອກເອົາຈາກເອກສານທີ່ມີນຳມາສະແດງ ເຊິ່ງປະກອບມີ ປື້ມອ່ານ ກວ່າ 500 ຫົວ, ບົດໜັງສືພິມ ວາລະສານຕ່າງໆ . ເພື່ອສະແດງ ແລະ ແນະນຳເຖິງສິ່ງທີ່ພົ້ນເດັ່ນຂອງການຕໍ່ສູ້ຕ້ານຈັກກະພັດລ່າເມືອງຂື້ນ ຝລັ່ງ ຂອງປະຊາຊົນຫວຽດນາມບັນດາເຜົ່າເວົ້າລວມ ແລະ ປະຊາຊົນຮ່າໂນ້ຍ ເວົ້າສະເພາະ, ເພື່ອສະແດງໃຫ້ເຫັນ ພາບຂອງນະຄອນຫຼວງຮ່າໂນ້ຍ ພາຍຫຼັງໄດ້ຮັບການປົດປ່ອຍ ແລະ ໃນໄລຍະແຫ່ງການປ່ຽນແປງໃໝ່ ຈົນພັດທະນາມາຮອດປະຈຸບັນ.

ເນື້ອໃນການວາງສະແດງແບ່ງອອກເປັນ 4 ຫົວຂໍ້ຫຼັກຄື: ແນວທາງຂອງພັກ ແລະ ປະທານໂຮ່ຈີ໋ມິງ ໃນໄລະຍະຕໍ່ສູ້ຕ້ານຝລັ່ງ; ຂະບວນການຕໍ່ສູ້ຕ້ານ ຝລັ່ງຂອງ ປະຊາຊົນຫວຽດນາມ; ຮ່າໂນ້ຍ-ໃນມື້ວັນປົດປ່ອຍ; ຮ່າໂນ້ຍ-ປ່ຽນແປງ ແລະ ພັດທະນາ.

ທົບທວນຄວາມຊົງຈຳກ່ຽວກັບການປົດປ່ອຍ ນະຄອນຫຼວງ ຂີດໝາຍຂອງປະຫວັດສາດ 1954.


ທົບທວນຄວາມຊົງຈຳກ່ຽວກັບການປົດປ່ອຍ ນະຄອນຫຼວງ ຂີດໝາຍຂອງປະຫວັດສາດ 1954.

ປະຊາຊົນຊາວ ຮ່າໂນ້ຍ ເຂົ້າຢ້ຽມຊົມແຕ່ເຊົ້າ.

ງານວາງສະແດງ ແມ່ນໂອກາດເຮັດໃຫ້ປະຊາຊົນຫວນຄືນເຖິງເສັ້ນທາງປະຫວັດສາດອັນສະຫງ່າລາສີຂອງນະຄອນຫຼວງ ແຫ່ງຜູ້ພິລາດອາດຫານ-ນະຄອນຫຼວງແຫ່ງສັນຕິພາບ, ການສຶກສາມູນເຊື້ອຂອງການປະຕິວັດ, ນຳ້ໃຈຮັກຊາດຮັກບ້ານເກີດເມືອງນອນ, ປະເທດຊາດຂອງປະຊາຊົນຫວຽດນາມ ແລະ ພິເສດແມ່ນອະນຸຊົນຄົນລຸ້ນໃໝ່ຮ່າໂນ້ຍປະຈຸບັນ, ຍົກສູງຄວາມພາກພູມໃຈກ່ຽວກັບມູນເຊື້ອຈິດໃຈຮັກຊາດ, ສາມັກຄີ, ຈິດໃຈອົດທົນຜ່ານຜ່າ, ບໍ່ຍອມແພ້ຂອງປະຊາຊົນບັນດາເຜົ່າ.

ທ່ານ ເຈີ່ນວັນ ຮ່າ ອຳນວຍການຫໍສະໝຸດຮ່າໂນ້ຍໄດ້ແບ່ງປັນວ່າ: “ ນີ້ແມ່ນໂອກາດດີ ທີ່ພວກເຮົາຈະໄດ້ຫວນຄືນແຫ່ງເສັ້ນທາງປະຫວັດສາອັນສະຫງ່າລາສີຂອງນະຄອນຫຼວງ ຜູ້ພິລາດອາດຫານ-ນະຄອນຫຼວງແຫ່ງສັນຕິພາບ, ການສຶກສາມູນເຊື້ອຂອງການປະຕິວັດ, ນຳ້ໃຈຮັກຊາດຮັກບ້ານເກີດເມືອງນອນ, ປະເທດຊາດຂອງປະຊາຊົນຫວຽດນາມ ແລະ ພິເສດແມ່ນອະນຸຊົນຄົນລຸ້ນໃໝ່ຮ່າໂນ້ຍປະຈຸບັນ. ນີ້ກໍ່ແມ່ນກິດຈະກຳທີ່ສຳຄັນປະກອບສ່ວນຟື້ນຟູ ແລະ ພັດທະນາວັດທະນະທຳການອ່ານຂອງມວນຊົນ, ຢືນຢັງບົດບາດໜ້າທີ່ຂອງ ໜັງສື, ວາລະສານ ແລະ ຫໍສະໝຸດ ໃນຂະບວນວິວັດ ກໍ່ສ້າງ ແລະ ພັດທະນາ ເສດຖະກິດ, ວັດທະນະທຳ -ສັງຄົມ ຂອງ ນະຄອນຫຼວງ ຮ່າໂນ້ຍ”.

ງານການວາງສະແດງດັ່ງກ່າວຈະດຳເນີນໄປຈົນຮອດວັນທີ 12 ຕຸລາ ຢູ່ ທີ່ ຫໍສະໝຸດ ຮ່າໂນ້ຍ ທີ່ຢູ່ ເລກທີ 47 ຖະໜົນ ບ່າຈ້ຽວ, ເມືອງຮວານກ໋ຽມ, ນະຄອນຫຼວງຮ່າໂນ້ຍ.

(ຫັດ​ທະ​ບູນ)

ເຫດການ