ການຮ່ວມມືເພື່ອອະນາຄົດແບບຍືນຍົງໃນປະຊາຄົມລວມ APEC

13:17 | 14/11/2023

ຍສໝ - ສັບປະດາຂັ້ນສູງ APEC ​ແຕ່​ວັນ​ທີ 11 ຫາ​ວັນ​ທີ 17 ພະຈິກ ​ເພື່ອ​ແນ​ໃສ່​ສ້າງ​ເຂດເຊື່ອມຕໍ່ກັນ, ປະດິດສ້າງ ແລະ ຮອບດ້ານກວ່າອີກ ​ເພື່ອໜູນຊ່ວຍ​ການ​ເຕີບ​ໂຕດ້ານ​ເສດຖະກິດ​ແບບໝັ້ນຄົງ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຢູ່​ອາຊີ - ປາຊີ​ຟິກ.

ປະທານປະເທດ ຫວຽດນາມ, ຈີນ ແລະ ນາຍົກລັດຖະມົນຕີ ອາຣັບບີຊະອຸດີ ຢ້ຽມຢາມ ໄທ ຢ່າງເປັນທາງການ ໃນໂອກາດສັບປະດາສຸດຍອດ APEC 2022 ປະທານປະເທດ ຫວຽດນາມ, ຈີນ ແລະ ນາຍົກລັດຖະມົນຕີ ອາຣັບບີຊະອຸດີ ຢ້ຽມຢາມ ໄທ ຢ່າງເປັນທາງການ ໃນໂອກາດສັບປະດາສຸດຍອດ APEC 2022
ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ APEC ຄັ້ງທີ 12 ກ່ຽວກັບດ້ານສາທາລະນະສຸກ ແລະ ເສດຖະກິດ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ APEC ຄັ້ງທີ 12 ກ່ຽວກັບດ້ານສາທາລະນະສຸກ ແລະ ເສດຖະກິດ

ເວທີ​ປາ​ໄສ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ອາຊີ - ປາຊີ​ຟິກ (APEC) ລວມມີ 21 ພື້ນຖານ​ເສດຖະກິດ​ສະມາຊິກ, ໃນ​ນັ້ນ​ມີ​ບັນດາ​ປະ​ເທດ​ເສດຖະກິດ​ໃຫຍ່ທີ່ສຸດໃນໂລກ. APEC ເປັນຕົວແທນປະມານ 39% ຂອງປະຊາກອນໂລກ, ປະກອບສ່ວນ 62% GDP ແລະ 48% ຂອງການຄ້າທົ່ວໂລກ. APEC ປະຕິບັດຕາມຫຼັກການເຫັນດີເຫັນພ້ອມ, ສະໝັກໃຈ, ແລະ ບໍ່​ບັງຄັບ; ບໍ່ມີກົດບັດ ຫຼືກົດລະບຽບ.

ການຮ່ວມມືເພື່ອອະນາຄົດແບບຍືນຍົງໃນປະຊາຄົມລວມ APEC

ກອງປະຊຸມໃນຂອບເຂດສັບປະດາຂັ້ນສູງ APEC 2023 ໃນວັນທີ 11 ພະຈິກ

ພາຍຫຼັງ 35 ປີ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ, ມາ​ຮອດ​ປະຈຸ​ບັນ, APEC ໄດ້ຮັບບັນດາ​ຜົນງານ​ທີ່ໂດດເດັ່ນ​ ແບະ ແທດຈິງໃນ​ທັງ 3 ເສົາ​ຄ້ຳ​ແຫ່ງ​ການ​ຮ່ວມ​ມື​ຄື: ການ​ຫັນເປັນ​ການ​ຄ້າ ​ແລະ ການ​ລົງທຶນເສລີ; ການຫັນທຸລະກິດເປັນສະດວກ; ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ - ເຕັກ​ນິກຊີ, ການ​ສ້າງ​ຄວາມ​ສາ​ມາດ, ການ​ພັດ​ທະ​ນາ​ທີ່​ສະ​ເຫມີ​ພາບ ແລະ​ ຄວາມ​ໝັ້ນຄົງ.

APEC ສືບ​ຕໍ່ຢັ້ງຢືນແມ່ນ​ກົນໄກຮ່ວມສຳພັນດ້ານເສດຖະກິດ​​ພາກ​ພື້ນແຖວ​ໜ້າ, ເລີ່​ມດຳ​ເນີນ ​ແລະ ​ເປັນ​ເຈົ້າ​ການ​ຊຸກຍູ້​ການ​ຊຸກຍູ້​ການ​ຫັນ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ ເປັນເສລີ,​ ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດຖະກິດ ​ແລະ ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາຢູ່ພາກພື້ນອາຊີ-ປາຊີຟິກ.

ການເຕີບໂຕຍອດຜະລິດຕະພັນພາຍ (GDP) ໃນຕົວຈິງຂອງ APEC ສະເລ່ຍ 3,9% ຕໍ່ປີ, ໄວກວ່າປະເທດອື່ນໆໃນຂະນະທີ່ຍອດຜະລິດຕະພັນພາຍໃນເຕີບໂຕ 3.1%. ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ​ເຕັກ​ນິກ, ​ແຕ່ລະ​ປີ APEC ​ໄດ້​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ໃຫ້​ປະມານ 150 ໂຄງການ​ຮ່ວມ​ມື ​ແລະ ຍົກສູງກຳລັງແຮງດ້ວຍຍອດມູນຄ່າເຖິງ 23 ລ້ານ USD.

ປະຈຸ​ບັນ, APEC ພວມ​ຜັນ​ຂະຫຍາຍ​ບັນດາ​ຍຸດ​ທະ​ສາດ ​ແລະ ​ໂຄງການ​ຮ່ວມ​ມື​ໃຫຍ່​ຄື: ໂຄງການດຳເນີນງານເພີ່ມທະວີກຽວກັບການປະຕິຮູບໂຄງປະກອບ ຮອດ​ປີ 2025, ແຜນການແກ່ງແຍ້ງການບໍລິການ ຮອດປີ 2025, ແຜນການ​ເຊື່ອມ​ຕໍ່ສັງລວມ ​ຮອດ​ປີ 2025, ໂຄງການດຳເນີນງານ​ພັດທະນາ​ກວມລວໃດ້ານເສດຖະກິດ, ການ​ເງິນ ​ແລະ ສັງຄົມ​ ຮອດ​ປີ 2030, ຂອບ​ເຂດ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ໃນ​ຍຸກ​ດິຈິ​ຕອນ ​ຮອດ​ປີ 2025, ແຜນ​ການ​ La Serena ກຽວກັບແມ່​ຍິງ​ ແລະ ການເຕີບໂຕກວມລວມ ຮອດປີ 2030.

APEC ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຂະ​ບວນການ​ສ້າງ​ໂຄງ​ປະກອບ​ການ​ຮ່ວມ​ມື​ພາກ​ພື້ນ​ຫຼາຍຊັ້ນ​ຂັ້ນ, ຮັກສາ​ບົດບາດ​ນຳ​ໜ້າ​ຂອງ ອາຊີ - ປາຊີ​ຟິກ ​ໃນ​ຂະ​ບວນການ​ເຕີບ​ໂຕ ​ແລະ ຮ່ວມສຳພັນເສດຖະກິດທົວໂລກ.

ທີ່ສັບປະດາຂັ້ນສູງ APEC 2023 ໄດ້ດຳ​ເນີນ​​ຢູ່​ນະ​ຄອນ San Francisco, ລັດ California (ອາ​ເມ​ລິ​ກາ) ແຕ່​ວັນ​ທີ 11 – 17ພະຈິກ. ​ເວທີ​ປາ​ໄສ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາການນຳຂອງ 21 ພື້ນຖານ​ເສດຖະກິດ​ປຶກສາ​ຫາລື​ຫຼາຍ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ພື້ນຖານ​ເສດຖະກິດ​ໂລກ​ໃນ​ປະຈຸ​ບັນ: ຮັກສາລະບົບຕ່ອງໂສ້ການສະໜອງແບບຍືນຍົງ, ການຫັນເປັນ​ດິ​ຈິ​ຕອນ​, ການຄ້າດິຈິຕອນ, ການຫັນປ່ຽນພະລັງງານ, ການຕ້ານການປ່ຽນແປງຂອງດິນຟ້າອາກາດ, ເສດຖະກິດສີຂຽວ... ບັນ​ຫາ​ກ່ຽວ​ກັບ​ການຄ້ຳປະກັນສະບຽງອາຫານ, ສາທາລະນະສຸກ, ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການຫັນເປັນດີຈີຕອນ, ການມອບສິດທາງດ້ານເສດຖະກິດໃຫ້ແກ່ແມ່ຍິງ ແລະ ການຫນູນຊ່ວຍຊຸມຊົນທີ່ກ່ອນນີ້ບໍ່ທັນໄດ້ຮັບຄວາມເອົາໃຈໃສ່ ແລະ ໄດ້ຮັບຄວາມເອົາໃຈໃສ່ໜ້ອຍ ກໍ່ຈະນຳເຂົ້າໃນໂຄງການດຳເນີນງານດັ່ງກ່າວ. ບັນດາ​ຜູ້​ແທນ​ຈະ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ແກ້​ໄຂ, ກໍ່ຄື​ການ​ປະສານ​ສົມທົບ​ດ້ານ​ນະ​ໂຍບາຍ​ລະຫວ່າງ​ບັນດາ​ພື້ນຖານ​ເສດຖະກິດ, ​ເຮັດ​ແນວ​ໃດ​ໃຫ້​ເສດຖະກິດ​ຟື້ນ​ຟູ​ໄວ​ທີ່​ສຸດ, ກໍ່ຄືແມ່ນການຮັບປະກັນພື້ນຖານ​ເສດຖະກິດ​ພັດທະນາ​ຢ່າງປອດໃສ ແລະ​​ ເຂັ້ມ​ແຂງ​ໃນ​ໄລຍະ​ຈະ​ມາ​ເຖິງ.

ດ້ວຍ​ຫົວ​ຂໍ້ “ສ້າງ​ອະນາຄົດ​ທີ່​ເຂັ້ມແຂງ ​ແລະ ໝັ້ນຄົງຂອງ​ທຸກ​ຄົນ”, ປີ APEC 2023 ​ໄດ້​ສຸມ​ໃສ່ 3 ບຸລິມະສິດ​ຄື:

- ສ້າງ​ພາກ​ພື້ນ​ທີ່ເຂັ້ມແຂງ ​ແລະ ​ເຊື່ອມ​ຕໍ່​, ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຮອບດ້ານ​.

- ຊຸກຍູ້ສະພາບແວດລ້ອມແຫ່ງນະວັດຕະກຳເພື່ອອະນາຄົດທີ່ຍືນຍົງ.

- ປັບປຸງ​ອະ​ນາ​ຄົດ​ທີ່​ສະ​ເໝີ​ພາບ​ ແລະ​ ກວມລວມ​ຂອງ​ທຸກ​ຄົນ.

ໃນ 25 ປີທີ່ເຂົ້າຮ່ວມ APEC, ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າເຂົ້າ​ໃນ​ເວທີ​ປາ​ໄສ APEC, ປະກອບສ່ວນ​ຊຸກຍູ້​ສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື, ການ​ເຊື່ອມ​ຕໍ່​ເສດຖະກິດ​ພາກ​ພື້ນ, ຮັກສາ​ບົດບາດ​ຂອງ APEC ແມ່ນກົນ​ໄກ​ຮ່ວມດ້ານເສດຖະກິດ​ແຖວ​ໜ້າ​ຢູ່​ອາຊີ - ປາຊີ​ຟິກ. ໃນຕົວຈິງ​ແລ້ວ, ຫວຽດນາມ​ໄດ້​ເປັນ​ເຈົ້າພາບ​ຈັດ​ຕັ້ງເປັນ​ປະທານ APEC 2 ຄັ້ງ.

ຫວຽດນາມ ​ໄດ້​ມີ​ການ​ປະກອບສ່ວນ ​ແລະ ຂໍ້​ລິ​ເລີ່ມ​ຫຼາຍ​ຢ່າງ​ເພື່ອ​ແນ​ໃສ່​ຊຸກຍູ້​ວິວັດການ APEC, ການ​ເຂົ້າ​ຮ່ວມ​ຂອງ​ຫວຽດນາມ ກໍ່​ສະ​ແດງ​ໃຫ້​ເຫັນ​ການ​ສະໜັບສະໜູນ​ຂອງ ຫວຽດນາມ ​ໃນ​ບັນດາ​ຫຼັກການ ​ແລະ ວິວັດການຂອງ APEC. ຫວຽດນາມກຽມພ້ອມທີ່ຈະ​ສົມທົບ​ກັບ​ບັນດາ​ປະ​ເທດ​ສະມາຊິກ ​ເພື່ອໃຫ້ວິວັດການນີ້ຂະຫຍາຍ​ຕົວກ່ວາອີກ. ຜ່ານ​ນັ້ນ​ ກໍ່ຮັບປະກັນ​ການ​ພັດທະນາ​ເສດຖະກິດ​ແບບຍືນຍົງ. ຜ່ານ​ນັ້ນ​ຮັບປະກັນ​ການ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ ​ແລະ ນຳ​ມາ​ເຊິ່ງກາລະ​ໂອກາດ​ໃໝ່, ທ່າຂໍ້ຄວາມສະດວກໃໝ່ ​ແລະ ພິ​ເສດ​ແມ່ນ​ເງື່ອນ​ໄຂ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຂອງ​ສະພາບ​ການ​ໂລກທີ່ສັບສົນ.

ສົມເຟັດ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ