ແຂວງເຊກອງ ຝຶກອົບຮົມທົບທວນຄືນຫຼັກສູດ ການເກັບກູ້ຂັ້ນພື້ນຖານ

09:00 | 31/10/2023

ຍສໝ - ແຫ​ລ່ງຂ່າວ​ຈາກ ​ແຂວງ​ເຊ​ກອງ​ໃຫ້​ຮູ້​ວ່າ: ຫ້ອງການປະສານງານ ໂຄງການເກັບກູ້ລະເບີດ (ຄກລ) ແຂວງເຊກອງ ຈັດຝຶກອົບຮົມທົບທວນຄືນ “ການເກັບກູ້ຂັ້ນພື້ນຖານ EOD1’’ ໃຫ້ແກ່ພະນັກງານປະຈໍາໂຄງການ ເກັບກູ້ລະເບີດ ​ແຂວງເຊກອງ

ແຂວງ ເທື່ອທຽນເຫ້ວ ມອບເຂົ້າສານໃຫ້ກອງບັນຊາການທະຫານ ແຂວງສາລະວັນ ແລະ ແຂວງເຊກອງ (ລາວ) ແຂວງ ເທື່ອທຽນເຫ້ວ ມອບເຂົ້າສານໃຫ້ກອງບັນຊາການທະຫານ ແຂວງສາລະວັນ ແລະ ແຂວງເຊກອງ (ລາວ)
ຊ່ວຍເຫຼືອອາຫານ ແລະວັດຖຸອຸປະກອນການແພດ ໃຫ້ ແຂວງຫຼວງພະບາງ ແລະ ແຂວງເຊກອງ ຊ່ວຍເຫຼືອອາຫານ ແລະວັດຖຸອຸປະກອນການແພດ ໃຫ້ ແຂວງຫຼວງພະບາງ ແລະ ແຂວງເຊກອງ

​ແຫ​ລ່ງຂ່າວ​ຈາກ ​ແຂວງ​ເຊ​ກອງ​ໃຫ້​ຮູ້​ວ່າ: ຫ້ອງການປະສານງານ ໂຄງການເກັບກູ້ລະເບີດ (ຄກລ) ແຂວງເຊກອງ ຈັດຝຶກອົບຮົມທົບທວນຄືນ “ການເກັບກູ້ຂັ້ນພື້ນຖານ EOD1’’ ໃຫ້ແກ່ພະນັກງານປະຈໍາໂຄງການ ເກັບກູ້ລະເບີດ ​ແຂວງເຊກອງ ໃນວັນທີ 01 ພະຈິກ 2023 ນີ້ ໂດຍການສະໜັບສະໜູນຂອງລັດຖະບານນິວຊີແລນ ​ໂດຍຜ່ານອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາລາວ, ເຊິ່ງການຝຶກອົບຮົມຄັ້ງ​ນີ້ຈະດໍາເນີນ​ໄປ​ຮອດ ວັນ​ທີ 5 ພະຈິກ 2023.

ແຂວງເຊກອງ ຝຶກອົບຮົມທົບທວນຄືນຫຼັກສູດ ການເກັບກູ້ຂັ້ນພື້ນຖານ

ທ່ານ ວິຊຽນ ນ້ອຍມະໄລພັນ ຮອງຫົວໜ້າຫ້ອງການປະສານງານ ຄກລ ແຂວງເຊກອງ ​ໄດ້ກ່າວວ່າ: ການຈັດຊຸດຝຶກອົບຮົມໃນຄັ້ງນີ້ ກໍເພື່ອເປັນການທົບທວນຄືນຄວາມຈໍາ ໃຫ້ບັນດາພະນັກງານປະຈໍາ ຄກລ ພາຍຫລັງທີ່ໂຄງການໄດ້ຢຸດຕິເປັນເວລາ 1 ປີກວ່າ ທັງນີ້ກໍເພື່ອກຽມຄວາມພ້ອມ ໃນດ້ານວິຊາການ ເລັງໃສ່ປະສິດທິພາບ ​ແລະ ປະສິດທິຜົນຂອງວຽກງານ ​ເພື່ອຮັບປະກັນຄວາມປອດໄພສູງໃນການກະກຽມຫລາຍດ້ານ ໂດຍສະເພາະດ້ານບຸກຄະລາກອນ, ສະຖານທີ່ ແລະ ບົດຮຽນຕ່າງໆ, ພ້ອມນີ້ ຂໍຮຽກຮ້ອງໃຫ້ນັກສໍາມະນາກອນ ຈົ່ງເອົາໃຈໃສ່ເຊີດຊູຄວາມຮັບຜິດຊອບ ກໍາໄດ້ດ້ານທິດສະດີ ກໍຄືການປະຕິບັດຕົວຈິງພາກສະໜາມ ແນໃສ່ຮັບປະກັນທຸກດ້ານ ເພື່ອກຽມພ້ອມປະຕິບັດໜ້າທີ່ ທີ່ພັກ-ລັດມອບໝາຍໃຫ້ສໍາເລັດ.

ຜູ້​ເຂົ້າ​ຮ່ວມ​ຝຶກ​ອົບຮົມ​ຄັ້ງ​ນີ້ ​ໄດ້​ຮຽນ​ຮູ້ກ່ຽວກັບໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງການເກັບກູ້, ລະບຽບການບໍລິຫານຄຸ້ມຄອງພະນັກງານ, ການນຸ່ງຖື ແລະ ເວລາເຂົ້າ-ອອກວຽກອື່ນໆ ທີ່ປະຕິບັດໃນປັດຈຸບັນ, ພ້ອມນີ້ກໍໄດ້ຮຽນ​ຮູ້ບົດຮຽນຕ່າງໆທີ່ສໍາຄັນເຊັ່ນ: ທົບທວນມາດຕະຖານ ການປະຕິບັດງານ ພາກສະໜາມທົ່ວໄປ, ຄວາມຮູ້ທົ່ວໄປກ່ຽວກັບ ປະເພດລະເບີດບໍ່ທັນແຕກສະນິິດຕ່າງໆ, ຂະບວນການທໍາລາຍ ຕາມມາດຕະຖານການປະຕິບັດງານ, ເຕັກນິກວິທີການທໍາລາຍລະເບີດ, ຂັ້ນຕອນການນໍາໃຊ້ເຄື່ອງກວດຕື້ນ, ເລິກ ແລະ ການບຳລຸງຮັກສາ ເພື່ອເລັງໃສ່ເປົ້າໝາຍ ຫລຸດຜ່ອນອັດຕາຜູ້ບາດເຈັບ ຫລື ຜູ້ເສຍຊີວິດຈາກລະເບີດບໍ່ທັນແຕກ ແລະ ເປົ້າໝາຍກວດກູ້ລະເບີດ ອອກຈາກພື້ນທີ່ທໍາການຜະລິດກະສິກໍາ ແລະ ​ເຂດພັດທະນາອື່ນໆ ໃຫ້ໄດ້ 35 ເຮັກຕາຕໍ່ທີມຕໍ່ປີ ໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.