ປ່າໄມ້ຊອດຢູ່ເມືອງ ມູກັງຈາຍ

10:47 | 05/10/2023

ຍສໝ - ປ່າໄມ້ຊອດທີ່ມີອາຍຸ 60 ປີຢູ່ຕາແສງ Pung Luong, ມີພື້ນທີ່ສີຂຽວທີ່ມີຕົ້ນໄມ້ຫຼາຍຮ້ອຍພັນຕົ້ນ, ເຮັດໃຫ້ນັກທ່ອງທ່ຽວຄິດເຖິງຮູບເງົາອັດສະວິນ.

ນັກຊ່ຽວຊານສິງກະໂປ ສະເໜີຄວາມເຫັນ ໃຫ້ການທ່ອງທ່ຽວຫວຽດນາມ ນັກຊ່ຽວຊານສິງກະໂປ ສະເໜີຄວາມເຫັນ ໃຫ້ການທ່ອງທ່ຽວຫວຽດນາມ
ຊາປາ - ສະຖານທີ່ທີ່ມີຊື່ສຽງດຶງດູດນັກທ່ອງທ່ຽວ ຊາປາ - ສະຖານທີ່ທີ່ມີຊື່ສຽງດຶງດູດນັກທ່ອງທ່ຽວ

ເມືອງ ມູກັງຈາຍ ແຂວງອ່ຽນບ້າຍ ໄດ້ຮັບຂະໜານນາມແມ່ນ ສະຫວັນຂອງນາຂັ້ນໄດ, ເປັນແຫຼ່ງທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວ ໃນລະດູເຂົ້າສຸກເຫຼືອງເຕັມຮວງ. ນັບແຕ່ປີ 2020, ສະຖານທີ່ແຫ່ງນີ້ ໄດ້ມີປ່າໄມ້ຊອດຊື່ທັດຢູ່ໃນຕາແສງ Pung Luong ຕື່ມອີກ, ຫ່າງຈາກເທດສະບານເມືອງ ມູກັງຈາຍປະມານ 20 ກິໂລແມັດ. ຫຼາຍຄົນທີ່ມາທີ່ນີ້ ໄດ້ປຽບສະຖານທີ່ນີ້ດັ່ງກັບພາບຢູ່ຮູບເງົາອັດສະວິນໃນຊີວິດຈິງ.

ປ່າໄມ້ຊອດຢູ່ເມືອງ ມູກັງຈາຍ

ປ່າໄມ້ຊອດທີ່ຕັ້ງຢູ່ໃນບ້ານ Nả Háng Tủa Chử ທີ່ມີມາກ່ອນນີ້ຫຼາຍກວ່າ 60 ປີ, ມີເນື້ອທີ່ຫຼາຍກວ່າ 1 ເຮັກຕາ, ຍັງຮັກສາລັກສະນະປະຖົມປະຖານ, ປົກຄຸມໄປດ້ວຍສີຂຽວຂອງຕົ້ນໄມ້ຊອດທີ່ຊື່ທັດຫຼາຍແສນຕົ້ນ. ໃນສະໄໝກ່ອນ, ປ່າໄມ້ເປັນສະຖານທີ່ສະໜອງໜໍ່ໄມ້, ເປັນອາຫານເອກະລັກຂອງເຂດ ແລະ ຄົນໃນທ້ອງຖິ່ນຍັງໄດ້ນຳໄມ້ຊອດໃຊ້ເຮັດຮົ້ວເໝືອງ, ຮົ້ວນາ.

ນັບແຕ່ເດືອນກໍລະກົດ 2020, ດ້ວຍຄວາມປາຖະໜາ ທີ່ຈະແນະນຳຄວາມງາມຂອງທ້ອງຖິ່ນ ແລະ ສ້າງວຽກເຮັດງານທໍາ, ເພີ່ມລາຍຮັບໃຫ້ກັບປະຊາຊົນທ້ອງຖິ່ນ, ສະຖານທີ່ນີ້ ໄດ້ກາຍເປັນສະຖານທີ່ທັດສະນະທ່ອງທ່ຽວ. ຈາກບັນດາຮູບພາບທີ່ໂພສໃນເຄືອຂ່າຍອິນເຕີເນັດ, ສື່ສັງຄົມ, ປ່າໄມ້ຊອດ ໄດ້ກາຍເປັນຈຸດເຊັກອິນທີ່ມີຊື່ສຽງຂອງໄວໜຸ່ມ ເມື່ອມາທ່ຽວຢູ່ ມູກັງຈາຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.