ຈົດໝາຍອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ

14:45 | 01/11/2019

ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ, ຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ສົ່ງຈົດໝາຍອວຍພອນເຖິງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.

ຈົດໝາຍອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ

ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ຕ້ອນຮັບຄະນະຜູ້ແທນອະດີດທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ. (ພາບ: TTXVN)

ນະຄອນຫຼວງວຽງຈັນ, ວັນທີ 28 ຕຸລາ 2019

ຮຽນບັນດາສະຫາຍທີ່ຮັກແພງ!

ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ (30-10-1949 / 30-10-2019), ຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດ ແລະປະຊາຊົນລາວບັນດາເຜົ່າ, ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງພອນໄຊອັນປະເສີດ, ຄວາມສະໜິດຕິດພັນຖານອ້າຍນ້ອງມາຍັງບັນດາສະຫາຍອະດີດທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ.

ກ່ອນນີ້ 70 ປີ, ພັກກອມມູນິດອິນດູຈີນ (ພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ ໃນປະຈຸບັນ) ໄດ້ສ້າງຕັ້ງກອງທະຫານອາສາສະໝັກຫວຽດນາມ ຊ່ວຍເຫຼືອລາວ, ນີ້ແມ່ນການຕົກລົງຖືກຕ້ອງຕາມ ແລະສໍາຄັນທີ່ສຸດ, ແມ່ນປັດໄຈຕັດສິນໄຊຊະນະຂອງການປະຕິວັດສອງປະເທດ, ສະແດງໃຫ້ເຫັນການຮ່ວມສໍາພັນສູ້ຮົບຂອງນໍ້າໃຈສາມັກຄີແບບພິເສດລາວ-ຫວຽດນາມ ຢ່າງຈະແຈ້ງ ແລະມີຊີວິດຊີວາ.

ໂດຍປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ: “ຊ່ວຍປະຊາຊົນປະເທດເພື່ອນມິດກໍ່ແມ່ນຊ່ວຍຕົນເອງ”, ທະຫານອາສາສະໝັກຫວຽດນາມ ນັບຫຼາຍພັນຄົນໄດ້ໄປປະຕິບັດພັນທະສາກົນພ້ອມກັນສູ້ຮົບ, ຄຽງບ່າຄຽງໄຫຼ່, ແບ່ງທຸກແບ່ງສຸກ, ເຂົ້າເມັດຫັກ, ຜັກເສັ້ນດຽວກໍແບ່ງປັນກັນພ້ອມກັບກອງທັບ ແລະປະຊາຊົນລາວ, ກຽມພ້ອມຊ່ວຍເຫຼືອ, ເສຍສະຫຼະຊີວິດ, ພ້ອມກັນສ້າງວິລະກຳອັນພິລະອາດຫານເພື່ອພາລະກິດປະຕິວັດອັນຍິ່ງໃຫຍ່ຂອງສອງປະເທດລາວ-ຫວຽດນາມ.

ໃນຕະຫຼອດໄລຍະຕໍ່ສູ້ກູ້ຊາດ, ເລືອດຂອງບັນດານັກຮົບຫວຽດນາມໄດ້ເຈືອຈານກັບເລືອດຂອງນັກຮົບ ແລະປະຊາຊົນລາວ ເພື່ອພື້ນຖານເອກະລາດ ແລະຄວາມຈະເລີນຮຸ່ງເຮືອງຂອງປະເທດລາວ ແລະຫວຽດນາມ. ບັນດາໄຊຊະນະ ແລະຜົນສຳເລັດຂອງພາລະກິດຕໍ່ສູ້ກູ້ຊາດຂອງປະຊາຊົນລາວ ຍາມໃດກໍ່ສະໜິດຕິດພັນກັບການຕໍ່ສູ້ຍາດເອົາໄຊຊະນະ ແລະການເສຍສະຫຼະຊີວິດຂອງກອງທັບປະຊາຊົນຫວຽດນາມ ແລະຂອງບັນດາອະດີດທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ.

ເຖິງວ່າສະພາບການພາກພື້ນ ແລະໂລກ ກໍ່ຄືສະພາບການຂອງແຕ່ລະປະເທດມີການປ່ຽນແປງ, ແຕ່ບັນດາວິລະກຳຂອງບັນດາສະຫາຍທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ພິລະອາດຫານຍາມໃດກໍ່ຝັງເລິກໃນຄວາມຊົງຈຳຂອງປະຊາຊົນລາວ.

ພັກ, ລັດ ແລະປະຊາຊົນລາວບັນດາເຜົ່າຍາມໃດກໍ່ຈົດຈໍາບັນດາຜົນງານນັ້ນ ແລະສະແດງຄວາມຮູ້ບຸນຄຸນມາຍັງບັນດາສະຫາຍທະຫານອາສາສະໝັກ ແລະຊ່ຽວຊານ ກໍ່ຄືກອງທັບ ແລະປະຊາຊົນຫວຽດນາມ ອ້າຍນ້ອງ. ພວກຂ້າພະເຈົ້າຕີລາຄາສູງ ແລະສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງທີ່ຍາມໃດກໍ່ສະໜັບສະໜູນ, ຊ່ວຍເຫຼືອ ອັນລໍ້າຄ່າ, ທັນການ ແລະມີປະສິດທິຜົນໃຫ້ພາລະກິດປະຕິວັດຂອງປະຊາຊົນລາວ ໃນເມື່ອກ່ອນ ກໍ່ຄືໃນກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ.

ເນື່ອງໃນໂອກາດນີ້, ຂໍອວຍພອນບັນດາສະຫາຍ ແລະຜ່ານບັນດາສະຫາຍໃຫ້ພວກຂ້າພະເຈົ້າສົ່ງຄໍາຢ້ຽມຢາມຖາມຂ່າວ ແລະອວຍພອນສຸຂະພາບມາຍັງບັນດາຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ເຊິ່ງໄດ້ເສຍສະຫຼະຊີວິດເພື່ອພາລະກິດປະຕິວັດຂອງປະຊາຊົນລາວ ແລະຫວັງວ່າພວກເຮົາຈະສືບຕໍ່ປົກປັກຮັກສາ, ຮັກສາມູນເຊື້ອອັນດີງາມຂອງທະຫານລຸງໂຮ່, ພ້ອມກັບກອງທັບ ແລະປະຊາຊົນລາວ ຮັກສາ ແລະເສີມຂະຫຍາຍມູນເຊື້ອຮ່ວມສໍາພັນສູ້ຮົບ, ນໍ້າໃຈສາມັກຄີແບບພິເສດລາວ-ຫວຽດນາມ ໃຫ້ສວຍສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ ແລະສືບທອດໃຫ້ຄົນຮຸ່ນຫຼັງກ່ຽວກັບສາຍພົວພັນທີ່ຫາຍາກນີ້.

ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດລາວ-ຫວຽດນາມ ຈົ່ງສວຍສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”.

(ຄຳຮຸ່ງ)

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ