ເພີ່ມພູນຄູນສ້າງມິດຕະພາບຫວຽດນາມ - ລາວ ໃນຂົງເຂດສາທາລະນະສຸກ

15:06 | 26/10/2023

ຍສໝ - ຫວຽດນາມ ສືບ​ຕໍ່​ໜູນ​ຊ່ວຍ​ລາວ​ໃນ​ການ​ບຳລຸງ​ສ້າງ, ຖ່າຍທອດ​ເຕັກ​ໂນ​ໂລ​ຊີ, ໜູນ​ຊ່ວຍ​ການກວດ ​ແລະ ປິ່ນປົວ​ພະຍາດ, ​ເພື່ອ​ຍົກ​ສູງ​ລະດັບວິຊາ​ສະ​ເພາະ​ຂອງ​ພະນັກງານ​ການ​ແພດ, ການ​ຢາ, ຮັບ​ໃຊ້​ດ້ານສຸຂະພາບ​​ຂອງ​ປະຊາຊົນ​ລາວ ​ແລະ ຊາວ ຫວຽດນາມ ຢູ່​ລາວ ໃຫ້ດີທີ່ສຸດ.

ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ຫວຽດນາມ - ຍີ່ປຸ່ນ ໃນຂົງເຂດການແພດການຢາ ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ຫວຽດນາມ - ຍີ່ປຸ່ນ ໃນຂົງເຂດການແພດການຢາ
ເຊື່ອມຕໍ່ການຮ່ວມມືວິສາຫະກິດການຢາ, ການແພດລະຫວ່າງຫວຽດນາມ ແລະອິນເດຍ ເຊື່ອມຕໍ່ການຮ່ວມມືວິສາຫະກິດການຢາ, ການແພດລະຫວ່າງຫວຽດນາມ ແລະອິນເດຍ

ສາທາລະນະສຸກ​ຫວຽດ​ນາມ ຢູ່​ລາວ

ໂດຍຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໃນ​ຊຸມ​ມື້​ທຳ​ອິດ​ຂອງ​ການ​ສ້າງ​ຕັ້ງ, ມາ​ຮອດ​ປະຈຸ​ບັນ, ໂຮງໝໍ ຮ່າ​ໂນ້ຍ - ວຽງ​ຈັນ ​ໄດ້​ກາຍ​ເປັນ​ສະຖານ​ທີ່​ກວດ ​ແລະ ປິ່ນປົວ​ທີ່​ມີ​ຊື່​ສຽງ​ຢູ່​ລາວ ດ້ວຍ​ຫຼາຍຂະແໜງສະເພາະເຊັ່ນ: ພະຍາດ​ລຳ​ໄສ້, ພະຍາດ​ຫົວໃຈ, ທັນຕະແພດ, ກະດູກ . .. ໂຮງໝໍ​ດັ່ງກ່າວ​ມີ​ຖັນແຖວແພດ, ໝໍ, ພະຍາບານ, ນັກ​ວິຊາການ​ຂອງ​ໂຮງໝໍ 100 ກວ່າ​ຄົນ (​ໃນ​ນັ້ນ 60% ​ແມ່ນ​ຊາວ​ຫວຽດນາມ), ໃນ​ແຕ່​ລະ​ມື້ໄດ້​ກວດ ​ແລະ ປິ່ນປົວ​ພະຍາດ​ໃຫ້​ແກ່​ຄົນ​ເຈັບ 100 ກວ່າ​ຄົນ ດ້ວຍ​ອຸປະກອນ ​ແລະ ເຕັກນິກ​ການ​ແພດ​ທີ່​ກ້າວໜ້າ.

ເພີ່ມພູນຄູນສ້າງມິດຕະພາບຫວຽດນາມ - ລາວ ໃນຂົງເຂດສາທາລະນະສຸກ
ປະຊາຊົນລາວ ລໍຖ້າກວດພະຍາດ ຢູ່ໂຮງໝໍ ຮ່າໂນ້ຍ - ວຽງຈັນ (ລາວ). ພາບ: ວູກູຍ

ນອກຈາກນັ້ນ, ໂຮງໝໍ ຮ່າໂນ້ຍ - ວຽງຈັນ ຍັງໄດ້ຮັບການໜູນຊ່ວຍດ້ານວິຊາສະເພາະຈາກບັນດາທ່ານສາດສະດາຈານ, ຮອງສາດສະດາຈານ, ປະລິນຍາເອກ, ບັນດາຜູ້ຊ່ຽວຊານດ້ານການແພດຊັ້ນນໍາຈາກໂຮງໝໍມະຫາວິທະຍາໄລການແພດຮ່າໂນ້ຍ.

“ມາທີ່ນີ້ເພື່ອກວດ ແລະ ປິ່ນປົວພະຍາດ, ຂ້າພະເຈົ້າໄດ້ຮັບການແນະນຳ,ເບິ່ງແຍງດູແລຢ່າງສຸດຈິດສຸດໃຈ, ພື້ນຖານດ້ານວັດຖຸກໍ່ທັນສະໄໝ”, ຄົນເຈັບ ທິບ ສິງແພງຄຳ ແບ່ງປັນ.

ເດືອນ ພຶດສະພາ 2023, ແຂວງ ເງ້ອານ ໄດ້ສົມທົບກັບແຂວງຊຽງຂວາງ, ສປປ ລາວ ໄດ້ນຳໂຄງການໂຮງໝໍມິດຕະພາບ ລາວ-ຫວຽດນາມ ຢູ່ແຂວງຊຽງຂວາງ ທີ່ໄດ້ຮັບທຶນຈາກລັດຖະບານຫວຽດນາມ ເຂົ້ານຳໃຊ້. ໂຮງໝໍມິດຕະພາບ ລາວ-ຫວຽດນາມ ແຂວງຊຽງຂວາງ ມີຂະໜາດຈຳນວນ 200 ຕຽງ, ດ້ວຍພື້ນຖານດ້ານວັດຖຸທີ່ກວ້າງຂວາງ, ເຕັກໂນໂລຊີ ແລະ ອຸປະກອນການແພດທີ່ທັນສະໄໝ; ຄ່ອຍໆສ້າງ ແລະ ພັດທະນາວິຊາສະເພາະລົງເລິກ, ຊ່ຽວຊານທີ່ເກັ່ງ ແລະ ເຄືອຂ່າຍການແພດທີ່ໄດ້ມາດຕະຖານແຫ່ງຊາດ ເປັນເທື່ອລະກ້າວ; ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບການກວດ ​ແລະ ປິ່ນປົວ​ພະຍາດ​ໃຫ້​ປະຊາຊົນ​ແຂວງ​ຊຽງຂວາງ ​ເວົ້າລວມ ​ແລະ ປະຊາຊົນ​ບັນດາ​ແຂວງ​ພາກ​ຕາ​ເວັນ​ອອກສ່ຽງ​ເໜືອ​ຂອງ​ລາວ ເວົ້າ​ສະ​ເພາະ.

ນອກ​ນີ້, ຫວຽດນາມ ​ຍັງ​ໄດ້​ໃຫ້ການ​ສະໜັບສະໜູນ​ລາວ ​ສ້າງ​ໂຮງໝໍ​ມິດຕະພາບ​ແຂວງ​ຫົວພັນ. ກິດຈະການອາຄານ 9 ຊັ້ນໄດ້ສົມບູນແບບແລ້ວ ແລະ ປະຈຸບັນກຳລັງກໍ່ສ້າງບັນດາກິດຈະການຍ່ອຍອື່ນໆ. ຄາດ​ວ່າ​ໂຮງ​ໝໍ​ຈະ​ສ້າງ​ສຳ​ເລັດ​ໃນ​ປີ 2024.

ຫວ່າງ​ມໍ່ໆ​ມາ​ນີ້, ​ໄດ້​ມີ​ໂຮງໝໍຫຼາຍພະແນກ​ສາກົນ​ La Vie ​ອີກ​ແຫ່ງ​ໜຶ່ງ ​ສ້າງ​ໂດຍ​ຊາວ​ລາວເຊື້ອຊາດ​ຫວຽດນາມ​ ເພື່ອ​ຮັບ​ໃຊ້​ຄົນ​ເຈັບ​ທັງ​ຊາວ​ຫວຽດນາມ ​ແລະ​ ຊາວ​ລາວ ​ທີ່​ອາ​ໄສ​ຢູ່​ນະຄອນຫຼວງ​ວຽງ​ຈັນ. ໂຮງ​ໝໍ​ພວມກະກຽມ​ເປີດ​ນຳ​ໃຊ້ ແລະ ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ໂຮງ​ໝໍ​ມະ​ຫາ​ວິ​ທະ​ຍາ​ໄລ​ການ​ແພດ​ຮ່າ​ໂນ້ຍ ແລະ ສະ​ມາ​ຄົມປະສານງານ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ (ALOV).

ຖ່າຍທອດເຕັກນິກໃໝ່ຫຼາຍດ້ານໃຫ້ແກ່ຂະແໜງສາທາລະນະສຸກຂອງລາວ

ທ່ານ​ຮອງ​ສາດສະດາຈານ, ດຣ ຫງວຽນ​ເລີນ​ຮຽວ, ຜູ້ອຳນວຍການ​ໂຮງໝໍ​ມະຫາວິທະຍາ​ໄລ​ການ​ແພດ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ທາງໂຮງໝໍ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ໂຮງໝໍ La Vie ແບບທາງ​ໄກ​ໃນບັນດາ​ກໍລະນີ​ພະຍາດໜັກ ​ແລະ ສັບສົນ. ນອກ​ນີ້, ​ໂຮງໝໍ​ຍັງ​ຈະ​ສົ່ງ​ຜູ້​ຊ່ຽວຊານ​ໄປ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ລາວ ​ຢູ່​ຫວຽດນາມ, ພ້ອມ​ທັງ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄົ້ນຄວ້າ​ວິທະຍາສາດ, ນຳ​ໃຊ້​ບັນດາເຕັກ​ໂນ​ໂລ​ຊີ​ໃໝ່...

“ຈະ​ມີ​ໂຄງ​ການກ່ຽວກັບພະຍາດຫົວໃຈ​ຢູ່​ໂຮງ​ໝໍ La Vie ໃນ​ອະ​ນາ​ຄົດ​ອັນ​ໃກ້ໆນີ້. ບັນດາ​ກໍລະນີ​ພະຍາດ​ຫົວໃຈ​ວາຍ​ຈະ​ໄດ້​ຮັບ​ການ​ປິ່ນປົວໂດຍໄວ, ​ເດັກນ້ອຍ​ທີ່​ມີ​ພະຍາດ​ຫົວ​ໃຈ​ມາ​ແຕ່​ກຳ​ເນີ​ດ ບໍ່​ຈຳ​ເປັນ​ຕ້ອງ​ໄປ​ປິ່ນປົວ​ຢູ່​ຕ່າງປະ​ເທດ”, ທ່ານ​ຮອງ​ສາດສະດາຈານ, ດຣ ຫງວຽນ​ເລີນ​ຮ໋ຽວ ແບ່ງປັນ.

ເພີ່ມພູນຄູນສ້າງມິດຕະພາບຫວຽດນາມ - ລາວ ໃນຂົງເຂດສາທາລະນະສຸກ
ໂຮງໝໍຫຼາຍຂະແໜງ​ສາ​ກົນ La Vie, ໂຮງ​ໝໍ​ມະ​ຫາ​ວິ​ທະ​ຍາ​ໄລ​ການ​ແພດ​ຮ່າ​ໂນ້ຍ, ສະ​ມາ​ຄົມປະສານງານຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ (ALOV) ໄດ້​ລົງ​ນາມ​ໃນ​ສັນ​ຍາ​ຮ່ວມ​ມື. ພາບ: ວູກູຍ

ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຝູບີ່ງ, ປະທານ​ສະມາຄົມປະສານງານຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ (ALOV), ​ໃຫ້​ຮູ້​ວ່າ: ສະມາຄົມ​ຈະ​ແມ່ນ​ຂົວ​ຕໍ່​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ​ໄດ້​ຮູ້ເຖິງບ່ອນທີ່​ໜ້າ​ເຊື່ອ​ຖື​ເພື່ອ​ຮັກສາ​ສຸຂະພາບ​ຂອງ​ຕົນ ​ແລະ ຄອບຄົວ. ນີ້​ຈະ​ເປັນ​ອ້ອມ​ແຂນ​ທີ່ກວ້າງຂອງ​ສະມາຄົມ ​ເພື່ອ​ເຊື່ອມ​ຕໍ່​ກັບ​ປະຊາຊົນ​ທີ່ຢູ່​ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ. ນອກ​ນັ້ນ, ສະມາຄົມ​ກໍ່ຈະ​ຮຽກຮ້ອງ​ບັນດາ​ນັກ​ລົງທຶນ​ເພື່ອເປີດກວ້າງບັນດາການເຄື່ອນໄຫວວິຊາສະເພາະຂອງ​ໂຮງໝໍ.

“ສະມາຄົມ​ສົມທົບ​ກັບ​ໂຮງໝໍ 2 ​ແຫ່ງ ຜັນຂະຫຍາຍບັນດາແຜນນະໂຍບາຍ, ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ, ກົດໝາຍ ​ແລະ ບັນດາຂໍ້ກຳນົດ​ຂອງລັດທີ່ກ່ຽວຂ້ອງເຖິງຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ.

ບັນດາ​ຝ່າຍ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ຊ່ວຍ​ໃນການ​ຮັກສາ​ສຸຂະພາບ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ລາວ, ສົມທົບ​ກັນ​ປະຕິບັດ​ບັນດາ​ກໍລະນີລະອຽດ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ລາວ ທີ່ມີຄວາມ​ຕ້ອງການ​ດ້ານ​ສຸຂະພາບ.

ບັນດາ​ຝ່າຍ​ຊຸກຍູ້​ການ​ໂຄສະນາ, ການ​ພົບ​ປະ, ​ແລກປ່ຽນ, ​ເຜີຍ​ແຜ່ ​ແລະ ​ສະເໜີກັບ​ໂຮງໝໍຫຼາຍຂະແໜງສາກົນ La Vie ​ກ່ຽວກັບບັນດາ​ໜ້າ​ທີ່​ໜູນ​ຊ່ວຍການສະໜອງ​ການ​ບໍລິການ​ການ​ແພດ​ໃຫ້​ຊາວ​ຫວຽດນາມ ທີ່ກຳລັງດຳລົງຊີວິດ, ​ເຮັດ​ວຽກ ​ແລະ ຮ່ຳຮຽນ​ຢູ່ ລາວ.

ໂຮງໝໍມະຫາວິທະຍາໄລການແພດຮ່າໂນ້ຍ ໃຫ້ການສະໜັບສະໜູນຢ່າງມີປະສິດທິຜົນທີ່ສຸດໃຫ້ແກ່ ໂຮງໝໍຫຼາຍຂະແໜງສາກົນ La Vie ໃນວຽກງານວິຊາສະເພາະຂອງຕົນ.” ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຝູບີ່ງແບ່ງປັນ.

ດ້ວຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ທີ່​ກ່າວ​ມາ​ນັ້ນ, ນັກ​ຊ່ຽວຊານ​ຫຼາຍ​ທ່ານ​ຖື​ວ່າ, ນີ້​ແມ່ນ​ກຳລັງ​ໜູນ​ເພື່ອ​ໃຫ້​ບັນດາ​ທ່ານ​ໝໍ ຫວຽດນາມ ຢູ່ ລາວ ຍົກສູງຈິດ​ໃຈ​ຮັບ​ໃຊ້​ຄົນ​ເຈັບ​ໃຫ້​ດີ​ກ່ວາ​ອີກ. ປິ່ນປົວ​ພະຍາດ​ໃຫ້​ປະຊາຊົນ​ກໍ່​ແມ່ນ​ວິທີການ​ປະກອບສ່ວນ​ເລັກໆນ້ອຍໆ​ເພື່ອເພີ່ມພູນຄູນສ້າງໃຫ້ຄວາມ​ສາມັກຄີ, ການພົວພັນມິດຕະພາບ​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານ​ຂອງ​ປະຊາຊົນ​ສອງ​ປະ​ເທດ​ ຫວຽດນາມ - ລາວ.

ດີງເລື້ອງ

302 Found

Found

The document has moved here.