ຕຳຫຼວດແຂວງກວາງນິງ - ຕຳຫຼວດແຂວງໄຊຍະບູລີ: ແລກປ່ຽນວຽກງານເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ

11:46 | 29/08/2019

ຍສໝ - ຕອນເຊົ້າວັນທີ 27 ສິງຫາ, ຢູ່ນະຄອນ ຮະລ໋ອງ, ຕຳຫຼວດແຂວງກວ້າງນິງ (ສສ ຫວຽດນາມ) ແລະ ຕຳຫຼວດແຂວງໄຊຍະບູລີ (ສປປ ລາວ) ໄດ້ຈັດກອງປະຊຸມປຶກສາຫາລື ແລະ ແລກປ່ຽນວຽກງານຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ. ຄະນະຜູ້ແທນຕຳຫຼວດແຂວງໄຊຍະບູລີ ນຳໂດຍ ທ່ານພັນເອກ ຄຳແພງເພັດ ກຳມະການພັກແຂວງ, ຫົວໜ້າ ກອງບັນຊາການ ປ້ອງກັນຄວາມສະຫງົບແຂວງ ນຳພາຄະນະ. ຝ່າຍ ຕຳຫຼວດແຂວງກວ້າງນິງ, ມີບັນດາ ສະຫາຍພັນເອກ ໂດ໋ ວັນ ລຶກ, ກຳມະການພັກແຂວງ, ຫົວໜ້າ ກອງບັນຊາການ ປກສ ແຂວງ; ທ່ານພົນເອກ ຫວູ໋ ມິງ ຕ໋ວນ, ຮອງຫົວໜ້າ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ; ທ່ານ ພັນເອກ ຖ໋າຍ ຮົ່ງ ກົງ, ຮອງຫົວໜ້າ ກອງບັນຊາການ ປກສ ແຂວງ.

ຕຳຫຼວດແຂວງກວາງນິງ - ຕຳຫຼວດແຂວງໄຊຍະບູລີ: ແລກປ່ຽນວຽກງານເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ

ບັນຍາກາດຂອງກອງປະຊຸມ.

ກອງປະຊຸມໄດ້ປຶກສາຫາລື ແລະ ແລກປ່ຽນ ກ່ຽວກັບສະພາບການ ແລະ ຜົນສຳເລັດຂອງວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງພະແນກຕຳຫຼວດແຂວງກວ້າງນິງ ກັບຄະນະຜູ້ແທນພະແນກຕຳຫຼວດແຂວງໄຊຍະບູລີ, ທ່ານພັນເອກ ໂດ໋ ວັນ ລຶກ, ກຳມະການພັກແຂວງ, ຫົວໜ້າ ພະແນກຕຳຫຼວດແຂວງກວ້າງນິງ ໃຫ້ຮູ້ວ່າ: ໃນ 8 ເດືອນຕົ້ນປີ 2019, ຄະນະພັກ, ພະແນກປ້ອງກັນຄວາມສະຫງົບແຂວງ ໄດ້ສຸມໃສ່ຊີ້ນຳ, ກະຕຸກຊຸກຍູ້ການຜັນຂະຫຍາຍການຈັດຕັ້ງປະຕິບັດລາຍການທີ່ສຳຄັນ ແລະ ຂະບວນການແຂ່ງຂັນ ເພື່ອຄວາມໝັ້ນຄົງພາຍໃນປະເທດ ພາຍໃຕ້ ຫົວຂໍ້“ ປັບປຸງລະບອບ, ເພີ່ມທະວີການຮາກຖານ” ຂອງກະຊວງປ້ອງກັນຄວາມສະຫງົບແລະ “ຍົກສູງຄຸນນະພາບ, ປະສິດທິຜົນການໃຫ້ບໍລິການ” ຂອງແຂວງກວ້າງນິງ; ລະອຽດປ່ຽນຄຳຂວັນຂອງການກະທຳ “ຕຳ ຫຼວດແຂວງກວ້າງນິງ ຕື່ນຕົວ, ເປັນແບບຢ່າງ, ມີຄວາມຮັບຜິດຊອບ, ມີປະສິດທິຜົນ, ເພື່ອປະຊາຊົນຮັບໃຊ້”, ດ້ວຍ 3 ວິທີການກໍ່ຄືແບບແຜນ ແກນຫຼັກ, ບຸກທະລຸ ແລະ 9 ກຸ່ມພາລະກິດ. ແຕ່ນັ້ນມາ, ພື້ນຖານສາມາດຄວບຄຸມສະຖານະການ ແລະ ແກ້ໄຂບັນຫາສັບສົນ, ເຮັດສຳເລັດພາລະກິດ, ຮັກສາຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໄດ້ດີ.

ຕຳຫຼວດແຂວງກວາງນິງ - ຕຳຫຼວດແຂວງໄຊຍະບູລີ: ແລກປ່ຽນວຽກງານເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ

ທ່ານພັນເອກ ໂດ໋ ວັນ ລຶກ, ຫົວໜ້າພະແນກຕຳຫຼວດແຂວງກວ້າງນິງ ໄດ້ກ່າວຄຳເຫັນທີ່ກອງປະຊຸມ.

ໃນນັ້ນ, ພົ້ນເດັ່ນແມ່ນໄດ້ຍົກສູງການຕື່ນຕົວ, ປະຕິບັດເປັນຢ່າງດີການເສນາທິການໃຫ້ກັບແຂວງ, ອຳນາດການປົກຄອງທຸກຂັ້ນ ເພື່ອຜັນຂະຫາຍ, ປະຕິບັດຢ່າງທັນການ ບັນດາແນວທາງນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບການຮັບປະກັນຄວາມໝັ້ນຄົງ ແລະ ເປັນລະບຽບຮຽບຮ້ອຍໃນການຮັບໃຊ້ພາລະກິດການພັດທະນາ ເສດຖະກິດ - ສັງຄົມ ແລະ ການເຊື່ອມໂຍງສາກົນ. ວຽກງານການຮັບປະກັນຄວາມສະຫງົບ ມີການຕື່ນຕົວ ແລະ ຮອບດ້ານ ຂື້ນກວ່າເກົ່າ. ກຳລັງປ້ອງກັນຄວາມສະຫງົບແຂວງ ຜັນຂະຫຍາຍມາດຕະການປ້ອງກັນຢ່າງເດັດຂາດ ເຫດການທີ່ສຳຄັນ ຈຳນວນ 41 ຄັ້ງ, ກອງປະຊຸມ ທີ່ສຳຄັນ ຂອງພັກ, ລັດ ແລະ ຮັບແຂກສາກົນ 45 ຄັ້ງ ພາຍໃນແຂວງ. ການປົກປ້ອງຄວາມໝັ້ນຄົງດ້ານການເມືອງພາຍໃນ, ຄວາມໝັ້ນຄົງທາງເສດຖະກິດ, ການປົກປ້ອງຄວາມລັບຂອງລັດ, ຄວາມສະຫງົບດ້ານເຄື່ອຄ່າຍອິນເຕີແນັດ ແລະ ຄວາມປອດໄພດ້ານຂໍ້ມູນຂ່າວສານໄດ້ມີການປ່ຽນແປງທີ່ດີຂື້ນ; ຄວາມປອດໄພທາງສາສະໜາ ,ເຂດຊົນເຜົ່າໄດ້ຮັບການຮັກສາ.

ໃນການສະກັດກັ້ນ ແລະ ຕ້ານຄະດີອາຍາ, ພະແນກປ້ອງກັນຄວາມສະຫງົບແຂວງ ໄດ້ຈັດຕັ້ງປະຕິບັດຜັນຂະຫຍາຍການກວດກາ 6 ຈຸດເຂດສຸ່ມສ່ຽງ, ແຜນການມ້າງທຳ ແລະ ປາບປາມອາດຍາກຳ ທີ່ໄດ້ຮັບຜົນສຳເລັດຫຼາຍດ້ານ ແລະ ລື່ນຄາດໝາຍ ທີ່ກະຊວງປ້ອງກັນຄວາມສະຫງົບໄດ້ມອບໝາຍໃຫ້: ເປັນຕົ້ນອັດຕາການສືບສວນ, ການສືບສວນຄະດີອາດຍາກຳ, ການສົ່ງຕົວເປົ້າໝາຍໄປອອກຢາ, ການຈັບກຸມເປົ້າໝາຍຖືກນຳຈັບ ...

ຕຳຫຼວດແຂວງກວາງນິງ - ຕຳຫຼວດແຂວງໄຊຍະບູລີ: ແລກປ່ຽນວຽກງານເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ

ທ່ານພັນເອກ ຄຳແພງເພັດ, ຫົວໜ້າ ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ກ່າວໃນກອງປະຊຸມ.

ຄຽງຂ້າງນັ້ນ, ບັນດາກຳລັງປ້ອງກັນຄວາມສະຫງົບແຂວງ ໄດ້ຍົກສູງປະສິດພາບ, ປະສິດທິຜົນ ຂອງການຄຸ້ມຄອງລັດ ກ່ຽວກັບ ຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ຕິດພັນກັບການຊຸກຍູ້ການປະຕິຮູບດ້ານການບໍລິຫານ, ປະກອບສ່ວນ ສຳຄັນເຂົ້າໃນການສ້າງການປ່ຽນແປງໃໝ່ອັນຕັ້ງໜ້າ ທາງດ້ານຄວາມເປັນລະບຽບຮຽບຮ້ອຍດ້ານສັງຄົມ. ພ້ອມກັນນັ້ນ, ຊຸກຍູ້ວຽກງານການກໍ່ສ້າງຂະບວນການທົ່ວປວງຊົນ ປ້ອງກັນຄວາມໝັ້ນຄົງຂອງປະເທດຊາດ ຕິດພັນກັບການລະດົມຂົນຂວາຍ ຕຳຫຼວດປະຊາຊົນ, ຍົກສູງປະສິດທິຜົນຂອງການປະສານສົມທົບກັບບັນດາອົງການ, ກົມກອງ ແລະ ຂະແໜງການທີ່ກ່ຽວຂ້ອງໃນການຮັບປະກັນຄວາມສະຫງົບໝັ້ນຄົງ ແລະ ຄວາມເປັນລະບຽບ. ຜັນຂະຫຍາຍຄວາມເປັນເອກະພາບໃນມາດຕະການໃນການກໍ່ສ້າງພັກ, ສ້າງກຳລັງ, ສ້າງການປ່ຽນແປງໃນຢ່າງຕັ້ງໜ້າຫຼາຍດ້ານ, ສະແດງໃຫ້ເຫັນເຖິງ “ ແບບຢ່າງ, ນຳໜ້າ” ຂອງ ກຳລັງຕຳຫຼວດ; ສຸມໃສ່ສ້າງຄວາມເຂັ້ມແຂງໂຄງປະກອບການຈັດຕັ້ງຕາມທິດຊີ້ນຳ ຂອງກະຊວງປ້ອງກັນຄວາມສະຫງົບ.

ຕຳຫຼວດແຂວງກວາງນິງ - ຕຳຫຼວດແຂວງໄຊຍະບູລີ: ແລກປ່ຽນວຽກງານເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ

ຄະນະຜູ້ແທນພະແນກຕຳຫຼວດແຂວງໄຊຍະບູລີ ເຂົ້າຮ່ວມກອງປະຊຸມ.

ທ່ານພັນເອກ ຄຳແພງເພັດ, ຫົວໜ້າ ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ແລກປ່ຽນ ກັບ ພະແນກ ຕຳຫຼວດແຂວງກວ້າງນິງ ກ່ຽວກັບສະພາບການ ແລະ ບາງຜົນສຳເລັດທີ່ໄດ້ຮັບໃນໄລຍະຜ່ານມາ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍໃນການຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງ ຕຳຫຼວດແຂວງໄຊຍະບູລີ, ໂດຍສະເພາະໃນວຽກງານການປົກປັກຮັກສາຄວາມສະຫງົບຊາຍແດນ, ການຕໍ່ສູ້ ແລະ ສະກັດກັ້ນອາດຊະຍາກຳ ແລະ ຢາເສບຕິດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນການສັນຈອນ.

ຕຳຫຼວດແຂວງກວາງນິງ - ຕຳຫຼວດແຂວງໄຊຍະບູລີ: ແລກປ່ຽນວຽກງານເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ

ຕຳຫຼວດແຂວງກວາງນິງ - ຕຳຫຼວດແຂວງໄຊຍະບູລີ: ແລກປ່ຽນວຽກງານເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ

ຕາງໜ້າ ໜ່ວຍງານວິຊາສະເພາະຂອງຕຳຫຼວດສອງແຂວງໄດ້ຂື້ນປະກອບຄຳເຫັນ.

ທ່ານພົນເອກ ຄຳແພງເພັດ ໄດ້ສະເໜີຕໍ່ກອງປະຊຸມວ່າ: ໃນອານາຄົດ, ກຳລັງຕຳຫຼວດຂອງສອງແຂວງຈະສືບຕໍ່ຮັກສາ, ເພີ່ມທະວີຄວາມສາມັກຄີ, ແລກປ່ຽນວຽກງານວິຊາສະເພາະ ແລະ ໂຄສະນາເຜີຍແຜ່ໃຫ້ປະຊາຊົນສອງປະເທດ ກ່ຽວກັບການປະຕິບັດຕາມ ແລະ ຄວາມເປັນເຈົ້າການດ້ານກົດໝາຍ, ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຊົນສອງປະເທດເດີນທາງໄປມາ ແລະ ຄ້າຂາຍ. ພ້ອມກັນນີ້, ກໍ່ສະເໜີໃຫ້ຕຳຫຼວດແຂວງກວ້າງນິງ ຊ່ວຍເຫຼືອ ຕຳຫຼວດແຂວງໄຊຍະບູລີ ໃນວຽກງານວິຊາສະເພາະເພື່ອຍົກສູງປະສິດທິພາບວຽກງານການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນຕໍ່ໜ້າ.

ຕຳຫຼວດແຂວງກວາງນິງ - ຕຳຫຼວດແຂວງໄຊຍະບູລີ: ແລກປ່ຽນວຽກງານເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ

ຄະນະຜູ້ແທນຈາກກອງບັນຊາການປກສແຂວງກວາງນິງແລະ ຕຳ ຫຼວດແຂວງໄຊຍະບູລີໄດ້ຖ່າຍຮູບທີ່ລະລຶກ.

ຕຳຫຼວດແຂວງກວາງນິງ - ຕຳຫຼວດແຂວງໄຊຍະບູລີ: ແລກປ່ຽນວຽກງານເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ

ການນຳຕຳຫຼວດຂອງສອງແຂວງໄດ້ເຊັນລົງນາມໃນບົດບັນທຶກການຮ່ວມມືໃນປີ 2019.

ແລະທີ່ກອງປະຊຸມນີ້, ການນຳຂອງບັນດາໜ່ວຍງານວິຊາສະເພາະຂອງ ພະແນກ ຕຳຫຼວດແຂວງກວ້າງນິງ ແລະ ພະແນກ ຕຳຫຼວດແຂວງໄຊຍະບູລີ ໄດ້ແລກປ່ຽນສະພາບການ, ຜົນໄດ້ຮັບ ແລະ ປະສົບການໃນບາງຂົງເຂດວຽກງານສະເພາະ ເຊັ່ນ: ການປ້ອງກັນອາດຊະຍາກຳ. ຢາເສບຕິດ ເຂດຊາຍແດນ, ການເຄື່ອນໄຫວຂ້າມຊາດ, ວຽກງານການຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພດ້ານການສັນຈອນ, ວຽກງານການປະສານສົມທົບປ້ອງກັນ-ຕ້ານອາດຊະຍາກຳ …

ຕຳຫຼວດແຂວງກວາງນິງ - ຕຳຫຼວດແຂວງໄຊຍະບູລີ: ແລກປ່ຽນວຽກງານເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ

ທ່ານພັນເອກ ຫວໍ໋ ວັນ ລຶກ, ຫົວໜ້າ ພະແນກຕຳຫຼວດແຂວງກວ້າງນິງ ໄດ້ມອບຂອງທີ່ລະລຶກໃຫ້ແກ່ ຕຳຫຼວດແຂວງໄຊຍະບູລີ.

ຕຳຫຼວດແຂວງກວາງນິງ - ຕຳຫຼວດແຂວງໄຊຍະບູລີ: ແລກປ່ຽນວຽກງານເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ

ທ່ານພັນເອກ ຄຳແພງເພັດ, ຫົວໜ້າ ພະແນກ ຕຳຫຼວດແຂວງໄຊຍະບູລີ ໄດ້ມອບຂອງທີ່ລະລຶກໃຫ້ແກ່ ພະແນກ ຕຳຫຼວດແຂວງກວ້າງນິງ.

ເມື່ອສິ້ນສຸດກອງປະຊຸມ, ການນຳພະແນກຕຳຫຼວດຂອງສອງແຂວງ ໄດ້ເຊັນລົງນາມໃນບົດບັນທຶກການຮ່ວມມື ປີ 2019. ໃນໄລຍະຈະມາເຖິງ, ຕຳຫຼວດແຂວງກວ້າງນິງ ແລະ ຕຳຫຼວດແຂວງໄຊຍະບູລີ ຈະສືບຕໍ່ເປັນເອກະພາບປະຕິບັດແຜນການການຮ່ວມມື ປະຈຳປີລະຫວ່າງ ກະຊວງ ຕຳຫຼວດຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວ. ສອງຝ່າຍໄດ້ເປັນເຈົ້າການໃນການຕີລາຄາແລະ ກຳສະພາບການຢ່າງແໜ້ນແຟ້ນ, ແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງ ກ່ຽວກັບຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງສອງແຂວງ. ເພີ່ມທະວີການປະສານສົມທົບໃນການສະກັດກັ້ນ ແລະ ຕ້ານທຸກອາຊະຍາກຳ, ໂດຍສະເພາະອາຊະຍາກຳ ດ້ານຢາເສບຕິດ, ການຄ້າຂາຍອາວຸດເສິກ ແລະ ການລ່າລ້າຈັບເປົ້າໝາຍທີ່ຫຼົບໜີຢູ່ສອງຝ່າຍ. ພະແນກຕຳຫຼວດແຂວງກວ້າງນິງ ສືບຕໍ່ຊ່ວຍເຫລືອ, ຝຶກອົບຮົມ, ສົ່ງເສີມ ແລະ ຈັດຕັ້ງການຝືກອົບຮົມກ່ຽວກັບວຽກງານວິຊາສະເພາະ ແລະ ການປ້ອງກັນອາຊະຍາກຳ ໃຫ້ພະແນກຕຳຫຼວດແຂວງໄຊຍະບູລີ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.