​ໃນ 9 ​ເດືອນ​ຕົ້ນ​ປີ 2023, ການ​ສົ່ງ​ອອກ​ເກີນ​ດຸນ​​ຂອງ​ຫວຽດນາມ ບັນລຸ​ເກືອບ 22 ຕື້ USD

02:39 | 02/10/2023

ຍສໝ - ຫຼັງຈາກການເຕີບໂຕ 4 ເດືອນຕິດຕໍ່ກັນ, ມາຮອດເດືອນກັນຍາ, ການສົ່ງອອກໄດ້ສະແດງສັນຍານ "ປະລິມານການຜະລິດບໍ່ພໍ", ຫຼຸດລົງ 4.1% ເມື່ອທຽບກັບເດືອນກ່ອນ.

ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ຫວຽດນາມ - ບັງ​ກະລາ​ເດັດ​ໃຫ້​ບັນລຸ 2 ຕື້ USD ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ຫວຽດນາມ - ບັງ​ກະລາ​ເດັດ​ໃຫ້​ບັນລຸ 2 ຕື້ USD
ການ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ - ອາ​ເມ​ລິ​ກາ​ໃນ​ປີ 2023 ການ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ - ອາ​ເມ​ລິ​ກາ​ໃນ​ປີ 2023

ຕາມຂ່າວຈາກກົມໃຫ່ຍກະຖິຕິ ຫວຽດນາມ ແລ້ວ, ຄາດວ່າ, ໃນເດືອນກັນຍາ, ການສົ່ງອອກເກີນດຸນ ທົ່ວປະເທດບັນລຸ 2.29 ຕື້ USD, ປະກອບສ່ວນຍົກຕົວເລກສົ່ງອອກເກີນດຸນຂອງ ຫວຽດນາມ ໄລ່ລວມໃນ 9 ເດືອນຂອງປີ 2023 ບັນລຸ 21,68 ຕື້ USD

​ໃນ 9 ​ເດືອນ​ຕົ້ນ​ປີ 2023, ການ​ສົ່ງ​ອອກ​ເກີນ​ດຸນ​​ຂອງ​ຫວຽດນາມ ບັນລຸ​ເກືອບ 22 ຕື້ USD
(ພາບ: TTXVN)

ລະອຽດແມ່ນ, ຄາດວ່າ, ວົງເງິນສົ່ງອອກສິນຄ້າໃນ 9 ເດືອນ ປີນີ້ ບັນລຸ 259.67 ຕື້ USD, ຫລຸດ 8.2 % ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.

ກ່ຽວກັບການນຳເຂົ້າສິນຄ້າ, ວົງເງິນນຳເຂົ້າສິນຄ້າໃນ 9 ເດືອນປີນີ້ ບັນລຸ 237.99 ຕື້ USD, ຫລຸດ 13.8 % ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.

ກ່ຽວກັບຕະຫຼາດນຳເຂົ້າສົ່ງອອກ, ໃນ 9 ເດືອນປີນີ້, ອາເມລິກາ ແມ່ນຕະຫຼາດນຳເຂົ້າສິນຄ້າ ຫວຽດນາມ ຫຼາຍກ່ວາໝູ່ ດ້ວຍວົງເງິນນຳເຂົ້າຄາດວ່າບັນລຸກ່ວາ 70 ຕື້ USD, ຈີນ ແມ່ນປະເທດສົ່ງອອກສິນຄ້າຫຼາຍກ່ວາໝູ່ໄປຍັງ ຫວຽດນາມ ດ້ວຍວົງເງິນສົ່ງອອກຄາດວ່າບັນລຸກ່ວາ 79 ຕື້ USD.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.