ງານຕະຫຼາດນັດຂອງຂວັນຫັດຖະກຳສາກົນຮ່າໂນ້ຍ 2023: ຂົວຕໍ່ໃຫ້ບັນດາວິສາຫະກິດຜະລິດເຄື່ອງຫັດຖະກຳເຊື່ອມຕໍ່ທຸລະກິດ

17:06 | 02/10/2023

ຍສໝ - ຕອນ​ຄ່ຳ​ວັນ​ທີ 1 ຕຸລາ, ຢູ່​ຮ່າ​ໂນ້ຍ, ກົມ​ອຸດສາຫະກຳ ​ແລະ ການ​ຄ້າ​ຮ່າ​ໂນ້ຍ ​ໄດ້​ຈັດ​ພິທີ​ເປີດ​ງານ​ຕະຫຼາດນັດ​ຂອງ​ຂວັນ​ຫັດຖະກຳ​ສາກົນ​ຮ່າ​ໂນ້ຍ 2023 (Hanoi Giftshow 2023).

ອາຊີບຕ່ຳຜ້າພື້ນເມືອງຫັດຖະກຳຢູ່ ເປີນິງ, ຕາແສງລັງ, ແຂວງກວາງນາມ: ຕ້ອງມີກົນໄກອະນຸລັກສະເພາະ ອາຊີບຕ່ຳຜ້າພື້ນເມືອງຫັດຖະກຳຢູ່ ເປີນິງ, ຕາແສງລັງ, ແຂວງກວາງນາມ: ຕ້ອງມີກົນໄກອະນຸລັກສະເພາະ
ງານຕະຫຼາດນັດການທ່ອງທ່ຽວ ແລະບໍລິການຈັດຈອງສາກົນຢູ່ ການາດາ ແລະ “ຈຸດພົ້ນເດັ່ນ” ຫວຽດນາມ ງານຕະຫຼາດນັດການທ່ອງທ່ຽວ ແລະບໍລິການຈັດຈອງສາກົນຢູ່ ການາດາ ແລະ “ຈຸດພົ້ນເດັ່ນ” ຫວຽດນາມ

ຕອນ​ຄ່ຳ​ວັນ​ທີ 1 ຕຸລາ, ຢູ່​ຮ່າ​ໂນ້ຍ, ກົມ​ອຸດສາຫະກຳ ​ແລະ ການ​ຄ້າ​ຮ່າ​ໂນ້ຍ ​ໄດ້​ຈັດ​ພິທີ​ເປີດ​ງານ​ຕະຫຼາດນັດ​ຂອງ​ຂວັນ​ຫັດຖະກຳ​ສາກົນ​ຮ່າ​ໂນ້ຍ 2023 (Hanoi Giftshow 2023).

ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ບັນດາ​ອົງການ​ຜະລິດ ​ແລະ ຄ້າຂາຍ​ເຄື່ອງ​ຫັດຖະກຳ​ມີ​ຫຼາຍ​ກາລະ​ໂອກາດ​ເພື່ອ​ແນ​ໃສ່​ຊຸກຍູ້ ​ແລະ ແນະນຳ​ບັນດາ​ຜະລິດ​ຕະພັນ​ຫັດຖະກຳ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ​ບັນລຸ​ມາດຖານ​ສົ່ງ​ອອກ​ຂອງ ຫວຽດນາມ ​ໄປ​ຍັງ​ບັນດາ​ປະ​ເທດ EU ​ແລະ G7; ຊອກຫາລູກຄ້າ, ເຊື່ອມຕໍ່ທຸລະກິດ, ຂະຫຍາຍຕະຫຼາດ.

ງານຕະຫຼາດນັດຂອງຂວັນຫັດຖະກຳສາກົນຮ່າໂນ້ຍ 2023: ຂົວຕໍ່ໃຫ້ບັນດາວິສາຫະກິດຜະລິດເຄື່ອງຫັດຖະກຳເຊື່ອມຕໍ່ທຸລະກິດ

ງານຕະຫຼາດນັດຂອງຂວັນຫັດຖະກຳສາກົນຮ່າໂນ້ຍ 2023

ງານຕະຫຼາດນັດສາກົນ ຂອງຂວັນເຄື່ອງ ສິລະປະຫັດຖະກຳ ຮ່າໂນ້ຍ ຄັ້ງທີ 12 ປີ 2023 (Hanoi Giftshow 2023), ໂດຍຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຈັດຂຶ້ນ ໄດ້ດຳເນີນໃນລະຫວ່າງວັນທີ 1 ຫາວັນທີ 4 ຕຸລາ ຢູ່ຫໍວາງສະແດງສະຖາປັດຕະຍາກຳ, ແຜນຜັງກໍ່ສ້າງແຫ່ງຊາດ (ຮ່າໂນ້ຍ).

Hanoi Giftshow 2023 ມີຂອບຂະໜາດຮ້ານວາງສະແດງ 450 ຮ້ານ (ແບບເຊິ່ງໜ້າ ແລະ ທາງໄກ) ຂອງບັນດາວິສາຫະກິດ, ພື້ນຖານຜະລິດເຄື່ອງ ສິລະປະຫັດຖະກຳ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ບັນດາຜະລິດຕະພັນຂອງໝູ່ບ້ານອາຊີບມີຮູບແບບທີ່ຫຼາຍຫຼາຍ ແລະ ງາມຕາ, ຄຸນນະພາບດີ. ມີຫຼາຍຜະລິດຕະພັນໄດ້ສົ່ງອອກໄປຍັງບັນດາຕະຫຼາດຄື: ສະຫະພາບເອີລົບ, ອາເມລິກາ, ລັດເຊຍ ແລະ ບາງປະເທດອາຊີ, ອາຊີຕາເວັນອອກສ່ຽງໃຕ້. ໃນຂອບເຂດ Hanoi Giftshow 2023, ຄະນະຈັດຕັ້ງໄດ້ມອບລາງວັນການແຂ່ງຂັນອອກແບບຮູບແບບຜະລິດຕະພັນ ສິລະປະຫັດຖະກຳ ຮ່າໂນ້ຍ ປີ 2023 90 ລາງວັນ, ໃນນັ້ນ ລາງວັນທີ 1 ມີ 6 ລາງວັນ,.

ພາຍຫຼັງ 11 ປີແຫ່ງການຈັດຕັ້ງ, Hanoi Giftshow ໄດ້ຢັ້ງຢືນບົດບາດ ແມ່ນ ງານຕະຫຼາດນັດທີ່ສະເພາະຂະແໜງ ສິລະປະຫັດຖະກຳສົ່ງອອກທີ່ມີອິດທີພົນຊື່ສຽງຂອງພາກພື້ນ ອາຊີ - ປາຊີຟິກ, ດຶງດູດການເຂົ້າຮ່ວມຂອງຮ້ານວາງສະແດງຫຼາຍກ່ວາ 5000 ແຫ່ງ ຂອງວິສາຫະກິດ, ຮາກຖານການຜະລິດ ຫຼາຍກ່ວາ 2250 ແຫ່ງ ທີ່ມາຈາກບັນດາແຂວງ, ນະຄອນ ໃນທົ່ວປະເທດ ແລະ ກ່ວາ 30 ປະເທດໃນທົ່ວໂລກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.