ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໄດ້​ມີ​ການ​ປະ​ກອບ​ສ່ວນ​ທີ່​ດີ, ຮັບ​ຮູ້​ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ທີ່​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ

13:26 | 09/09/2023

ຍສໝ - ກອງ​ປະ​ຊຸມ​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ກ່ຽວ​ກັບ​ອາ​ຊຽນ​ທີ່​ເຂັ້ມ​ແຂງ, ຢືດ​ຢຸ່ນ ແລະ​ຂະ​ຫຍັນ​ຂັນ​ເຄື່ອນ. ​ໃນ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ທ່ານ​ນາຍົກລັດຖະມົນຕີ Pham Minh Chinh ​ແລະ ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ, ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢ່າງ​ຕັ້ງໜ້າ.

ງານ​ບຸນ​ວັດ​ທະ​ນະ​ທຳ​ ແລະ​ ກິ​ລາ​ຊາວ​ໜຸ່ມ​ຫວຽດ​ນາມ - ລາວ ຢູ່​ແຂວງ ບິ່ງ​ດິ້ງ ງານ​ບຸນ​ວັດ​ທະ​ນະ​ທຳ​ ແລະ​ ກິ​ລາ​ຊາວ​ໜຸ່ມ​ຫວຽດ​ນາມ - ລາວ ຢູ່​ແຂວງ ບິ່ງ​ດິ້ງ
ການ​ພົ​ວ​ພັນ​ມິດ​ຕະ​ພາບ​ທີ່​ເປ​ັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ອັນ​ດີ​ງາມ ລະ​ຫວ່າງ ຫວຽດ​ນາມ ແລະ Bangladesh ຍືນ​ຍົງ​ຄົງ​ຕົວ​ຕະ​ຫຼອດ​ການ ການ​ພົ​ວ​ພັນ​ມິດ​ຕະ​ພາບ​ທີ່​ເປ​ັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ອັນ​ດີ​ງາມ ລະ​ຫວ່າງ ຫວຽດ​ນາມ ແລະ Bangladesh ຍືນ​ຍົງ​ຄົງ​ຕົວ​ຕະ​ຫຼອດ​ການ

ພາຍຫຼັງ 3 ວັນເຮັດວຽກ, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ແລະບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງໄດ້ອັດລົງ. ກອງປະຊຸມໄດ້ສົ່ງສານທີ່ແຂງແຮງກ່ຽວກັບອາຊຽນ ທີ່ມີຄວາມສຳຄັນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະຂະຫຍັນຂັນເຄື່ອນ.

ໃນຜົນສຳເລັດຂອງບັນດາເຫດການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະຄະນະຜູ້ແທນຫວຽດນາມ ມີການປະກອບສ່ວນຢ່າງຕັ້ງໜ້າ, ໄດ້ຮັບການຮັບຮູ້ດ້ວຍຄວາມເຫັນດີເຫັນພ້ອມສູງ. ທ່ານ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນຂອງກອງປະຊຸມ.

ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໄດ້​ມີ​ການ​ປະ​ກອບ​ສ່ວນ​ທີ່​ດີ, ຮັບ​ຮູ້​ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ທີ່​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ

ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໄດ້​ມີ​ການ​ປະ​ກອບ​ສ່ວນ​ທີ່​ດີ, ຮັບ​ຮູ້​ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ທີ່​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ

ນັກຂ່າວ: ສະເໜີທ່ານຮອງລັດຖະມົນຕີ ໃຫ້ຮູ້ໝາກຜົນຂອງບັນດາກອງປະຊຸມສຸດຍອດ ອາຊຽນ ແລະລະຫວ່າງອາຊຽນ ກັບຄູ່ຮ່ວມມືຕ່າງໆ.

ທ່ານ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ບົນເນື້ອໃນຈິດໃຈຫົວຂໍ້ “ອາຊຽນ ທີ່ມີຄວາມສຳຄັນ: ສູນກາງແຫ່ງການເຕີບໂຕ”, ການນໍາບັນດາປະເທດອາຊຽນ ແລະຄູ່ຮ່ວມມືຕ່າງໆໄດ້ແລກປ່ຽນຫຼາຍເນື້ອໃນຍຸດທະສາດທີ່ພວມວາງອອກໃຫ້ອາຊຽນ ແລະພາກພື້ນ, ເຫັນດີເປັນເອກະພາບຕໍ່ທິດທາງປັບປຸງ ແລະຍົກລະດັບການຮ່ວມມື, ກະກຽມບັນດາບາດກ້າວພັດທະນາຢ່າງແຮງກວ່າ ແລະບຸກທະລຸໃນອະນາຄົດ. ຕາມຂ້າພະເຈົ້າ, ບັນດາກອງປະຊຸມ ຄັ້ງນີ້ ມີ 3 ໝາກຜົນພົ້ນເດັ່ນດັ່ງລຸ່ມນີ້:

ທີ່ໜຶ່ງ, ຂີດໝາຍກ່ຽວກັບຂອບຂະໜາດຂອງອາຊຽນ ແມ່ນໄດ້ຢັ້ງຢືນຢ່າງຈະແຈ້ງ ແລະຕະຫຼອດ. ຄວາມສຳຄັນຂອງອາຊຽນ ຍັງສະແດງໃຫ້ເຫັນດ້ວຍຜົນສຳເລັດຂອງການດຶງດູດ ບັນດາປະເທດໃຫຍ່ ແລະຫຼາຍຄູ່ຮ່ວມມືເຂົ້າຮ່ວມການຮ່ວມມືພາກພື້ນ, ພ້ອມກັນຮັບມືກັບສິ່ງທ້າທາຍ, ເພື່ອຜົນປະໂຫຍດລວມແມ່ນສັນຕິພາບ, ສະຖຽນລະພາບ ແລະພັດທະນາ. ການເຂົ້າຮ່ວມຂອງເກືອບ 20 ຄູ່ຮ່ວມມືທີ່ບັນດາກອງປະຊຸມ ຄັ້ງນີ້ ພ້ອມດ້ວຍການສະເໜີຮ່ວມມື ແລະສ້າງຕັ້ງ ແລະຍົກລະດັບການພົວພັນ (ກັບຍີ່ປຸ່ນ, ການາດາ, ສະມາຄົມມະຫາສະໝຸດອິນເດຍ (IORA), ຄະນະເລຂາເວທີປາໄສໝູ່ເກາະປາຊີຟິກ-PIF) ໄດ້ສ່ອງແສງໃຫ້ເຫັນຄໍາໝັ້ນສັນຍາ ແລະການຖືອາຊຽນເປັນສຳຄັນຂອງບັນດາຄູ່ຮ່ວມມື.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.