ການ​ພົ​ວ​ພັນ​ມິດ​ຕະ​ພາບ​ທີ່​ເປ​ັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ອັນ​ດີ​ງາມ ລະ​ຫວ່າງ ຫວຽດ​ນາມ ແລະ Bangladesh ຍືນ​ຍົງ​ຄົງ​ຕົວ​ຕະ​ຫຼອດ​ການ

12:50 | 23/09/2023

ຍສໝ - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກຳນົດປະຊາຊົນເປັນໃຈກາງ, ເປັນເຈົ້າຂອງ ແລະ ກຳລັງໜູນຫຼັກຂອງພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ດົ່ງ​ນາຍຈ​ະ​ປະ​ຕິ​ບັດ​ການ​ແຍກ​ຕົວ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຢູ່​ເຮືອນ​ໃນ​ກໍ​ລະ​ນີທີ່​ມີ​ຜູ້​ຕິດ​ເຊື້ອ 50.000 ຄົນ ດົ່ງ​ນາຍຈ​ະ​ປະ​ຕິ​ບັດ​ການ​ແຍກ​ຕົວ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຢູ່​ເຮືອນ​ໃນ​ກໍ​ລະ​ນີທີ່​ມີ​ຜູ້​ຕິດ​ເຊື້ອ 50.000 ຄົນ
ສະໜາມບິນ ສາ​ກົນ​ໂນ້ຍ​ບ່າຍ​ຜະ​ລິດ ​ຕູ້​ຂ້າ​ເຊື້ອ ທົ່ວ​ຮ່າງ​ກາຍເພື່ອປ້ອງ​ກັນ ແລະ ສະ​ກັດ​ກັ້ນ​ເຊື້ອ​ພະ​ຍາດ Covid-19 ສະໜາມບິນ ສາ​ກົນ​ໂນ້ຍ​ບ່າຍ​ຜະ​ລິດ ​ຕູ້​ຂ້າ​ເຊື້ອ ທົ່ວ​ຮ່າງ​ກາຍເພື່ອປ້ອງ​ກັນ ແລະ ສະ​ກັດ​ກັ້ນ​ເຊື້ອ​ພະ​ຍາດ Covid-19

ຕອນບ່າຍວັນທີ 21 ກັນຍາ, ຕາມເວລາທ້ອງຖິ່ນ, ໃນຂອບເຂດການຢ້ຽມຢາມ Bangladesh ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ມີບົດກ່າວຄຳເຫັນ ນະໂຍບາຍສຳຄັນຢູ່ ສະຖາບັນການຕ່າງປະເທດ Bangladesh, ຢູ່ນະຄອນຫຼວງ Dhaka.

ການ​ພົ​ວ​ພັນ​ມິດ​ຕະ​ພາບ​ທີ່​ເປ​ັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ອັນ​ດີ​ງາມ ລະ​ຫວ່າງ ຫວຽດ​ນາມ ແລະ Bangladesh ຍືນ​ຍົງ​ຄົງ​ຕົວ​ຕະ​ຫຼອດ​ການ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ສະຖາບັນ (ພາບ: quochoi.vn)

ກ່າວຄຳເຫັນຕໍ່ໜ້ານັກປະຖະກະຖາ, ນັກວິທະຍາສາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກຳນົດປະຊາຊົນເປັນໃຈກາງ, ເປັນເຈົ້າຂອງ ແລະ ກຳລັງໜູນຫຼັກຂອງພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ສັນຕິພາບ ແລະ ການພັດທະນາແບບຍືນຍົງຈະ ພຽງແຕ່ສາມາດບັນລຸໄດ້ເມື່ອປະຊາຊົນ ມີຊີວິດການເປັນຢູ່ທີ່ອີ່ມໜຳສຳລານ, ສົມບູນພູນສຸກ ແລະ ປອດໄພ.

ໃນຂົງເຂດການຕ່າງປະເທດ, ຕາມທ່ານປະທານສະພາແຫ່ງຊາດ ແລ້ວ, ຫວຽດນາມ ພວມມານະພະຍາຍາມຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີປະສິດທິຜົນກັບບັນດາປະເທດ, ເປັນຕົ້ນແມ່ນບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອຄື Bangladesh. ທ່ານໃຫ້ຮູ້ວ່າ:

ທ່າມກາງການຜັນແປທີ່ສັບສົນຂອງຍຸກສະໄໝ ແລະ ປະຫວັດສາດ, ການພັດທະນາຢ່າງແຮງຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງ ຫວຽດນາມ ແລະ Bangladesh ແມ່ນຍືນຍົງຄົງຕົວຕະຫຼອດການ. ໃນທ່າພັດທະນາລວມຂອງການພົວພັນຮ່ວມມືລະຫວ່າງສອງປະເທດ, ການພົວພັນລັດຖະສະພາລະຫວ່າງ ຫວຽດນາມ ແລະ Bangladesh ກໍ່ມີຫຼາຍບາດກ້າວບຸກທະລຸ. ສະພາແຫ່ງຊາດສອງປະເທດ ໄດ້ ແລະ ພວມຮ່ວມມືກັນຢ່າງແໜ້ນແຟ້ນ, ພ້ອມກັນຊຸກຍູ້ ແລະ ຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງສອງປະເທດ.

ດີງເລື້ອງ

302 Found

Found

The document has moved here.