ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ທັດສະນະສຶກສາຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ

09:30 | 14/09/2023

ຍສໝ - ຕອນເຊົ້າວັນທີ 13 ກັນຍາ, ຢູ່ຮ່າໂນ້ຍ, ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ນຳໂດຍສະຫາຍພັນໂທ ຄອນສະຫວັນ ໄຊຍະລາດ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ ໄດ້ມາຢ້ຽມຢາມ ແລະທັດສະນະສຶກສາຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ.

ຍົກສູງວິຊາສະເພາະປ້ອງກັນຊາຍແດນໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ຍົກສູງວິຊາສະເພາະປ້ອງກັນຊາຍແດນໃຫ້ແກ່ພະນັກງານກອງທັບປະຊາຊົນລາວ
ການຝຶກອົບຮົມການບັນຊາການ - ເສນາທິການທະຫານປ້ອງກັນຊາຍແດນ, ສືບສວນຊາຍແດນ, ຄູປ້ອງກັນຊາຍແດນໃຫ້ເເກ່ກອງທັບປະຊາຊົນລາວ ການຝຶກອົບຮົມການບັນຊາການ - ເສນາທິການທະຫານປ້ອງກັນຊາຍແດນ, ສືບສວນຊາຍແດນ, ຄູປ້ອງກັນຊາຍແດນໃຫ້ເເກ່ກອງທັບປະຊາຊົນລາວ

ກ່າວຄຳເຫັນທີ່ການເຮັດວຽກ, ສະຫາຍພັນເອກພິເສດ ຫງວຽນຮົ່ງຫາຍ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະ ແລະເນັ້ນໜັກວ່າ: ການຢ້ຽມຢາມ ແລະທັດສະນະສຶກສາໃນຄັ້ງນີ້ ຂອງຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ຈະປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ລາວ, ສະຫາຍພັນເອກພິເສດ ຫງວຽນຮົ່ງຫາຍ ອວຍພອນໃຫ້ຄະນະປະສົບຜົນສຳເລັດຢ່າງຈົບງາມ, ຮັບເອົາຄວາມຮູ້ບົດຮຽນທີ່ມີປະໂຫຍດ, ມີຄວາມປະທັບໃຈ ແລະອະນຸສອນທີ່ດີໃນໄລຍະເຂົ້າຮ່ວມຊຸດຝຶກອົບຮົມຢູ່ຫວຽດນາມ.

ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ທັດສະນະສຶກສາຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ

ສະຫາຍພັນໂທ ຄອນສະຫວັນ ໄຊຍະລາດ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ ກ່າວຄໍາເຫັນທີ່ການເຮັດວຽກ. (ພາບ: qdnd.vn)

ສ່ວນສະຫາຍພັນໂທ ຄອນສະຫວັນ ໄຊຍະລາດ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ ໄດ້ສະແດງຄວາມເປັນກຽດທີ່ໄດ້ນຳໜ້າຄະນະພະນັກງານມາຢ້ຽມຢາມ ແລະເຮັດວຽກກັບໜັງສືພິມກອງທັບປະຊາຊົນຫວຽດນາມ ໃນຖານະຕໍາແໜ່ງໃໝ່, ພ້ອມທັງແນະນຳໂດຍສັງເຂບວິວັດແຫ່ງການສ້າງຕັ້ງ, ພັດທະນາ ແລະໂຄງປະກອບການຈັດຕັ້ງຂອງໜັງສືພິມກອງທັບປະຊາຊົນລາວ.

ສະຫາຍພັນໂທ ຄອນສະຫວັນ ໄຊຍະລາດ ແບ່ງປັນວ່າ: ການຢ້ຽມຢາມ ແລະໄປທັດສະນະສຶກສາຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ ເພື່ອແນໃສ່ແລກປ່ຽນມາດຕະການໂຄສະນາລະຫວ່າງອົງການສື່ມວນຊົນຂອງກອງທັບສອງປະເທດໃຫ້ນັບມື້ນັບບັນລຸປະສິດທິຜົນສູງກວ່າ.

ສະຫາຍພັນໂທ ຄອນສະຫວັນ ໄຊຍະລາດ ສະເໜີວ່າ ໃນໄລຍະຈະມາເຖິງ, ໜັງສືພິມກອງທັບປະຊາຊົນຫວຽດນາມ ຈະເພີ່ມທະວີການຮ່ວມມື, ແລກປ່ຽນຄະນະຜູ້ແທນ, ແລກປ່ຽນຂໍ້ມູນຂ່າວສານ, ຈັດຕັ້ງຊຸດຝຶກອົບຮົມເພື່ອແລກປ່ຽນວິຊາການວິຊາສະເພາະ, ຊ່ວຍເຫຼືອໜັງສືພິມກອງທັບປະຊາຊົນລາວ ອຸປະກອນຈຳນວນໜຶ່ງເພື່ອຮັບໃຊ້ວຽກງານເຮັດຂ່າວ ຈາກນັ້ນສາມາດປະຕິບັດໜ້າທີ່ໂຄສະນາໃຫ້ດີຂຶ້ນກວ່າ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.