ນັກ​ສິລະປະກອນ 200 ຄົນ​ທີ່​ມາ​ຈາກ 18 ປະ​ເທດ​ເຂົ້າ​ຮ່ວມ​ງານການ​ແຂ່ງ​ຂັນ​​ສິ​ລະ​ປະ​​ການຈັດ​ດອກ​ໄມ້​ສາ​ກົນ​​ຢູ່ ດ່າລາດ

14:07 | 11/09/2023

ຍສໝ - ຕອນ​ບ່າຍ​ວັນ​ທີ 10 ກັນຍາ, ຢູ່​ມະຫາວິທະຍາ​ໄລ​ດາ​ຫນັງ, ​ໄດ້​ດຳ​ເນີນ​ງານ​ແຂ່ງຂັນ​ຈັດ​ດອກ​ໄມ້​ສາກົນ (​ກອງ​ປະຊຸມ​ສຸດ​ຍອດ​ສະພາ​ດອກ​ໄມ້​ໂລກ 2023) ດ້ວຍ​ການ​ສະ​ແດງ ​ແລະ ແນະນຳ​ການຈັດ​ດອກ​ໄມ້​ໂດຍ​ນັກ​ສິລະ​ປິນ.

​ຕໍ່າຫູກ  - ວັດ​ທະ​ນະ​ທຳ​ພື້ນ​ເມືອງ ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ ກະຕູ່ ຢູ່​ຫວຽດ​ນາມ ແລະ ລາວ ​ຕໍ່າຫູກ - ວັດ​ທະ​ນະ​ທຳ​ພື້ນ​ເມືອງ ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ ກະຕູ່ ຢູ່​ຫວຽດ​ນາມ ແລະ ລາວ
3 ລະ​ດູ​ດອກ​ໄມ້​ພິ​ເສດ​ຢູ່​ດ່າ​ລາດ​ຍາມທ້າຍ​ປີ 3 ລະ​ດູ​ດອກ​ໄມ້​ພິ​ເສດ​ຢູ່​ດ່າ​ລາດ​ຍາມທ້າຍ​ປີ

ງານວາງສະແດງ ແລະການແຂ່ງຂັນສິລະປະການຈັດດອກໄມ້ສາກົນ (World Flower Council Summit 2023) ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 10 ກັນຍາ ທີ່ຜ່ານມາ, ທີ່ນະຄອນດ່າລາດ, ແຂວງເລິມດົງ.

ນັກ​ສິລະປະກອນ 200 ຄົນ​ທີ່​ມາ​ຈາກ 18 ປະ​ເທດ​ເຂົ້າ​ຮ່ວມ​ງານການ​ແຂ່ງ​ຂັນ​​ສິ​ລະ​ປະ​​ການຈັດ​ດອກ​ໄມ້​ສາ​ກົນ​​ຢູ່ ດ່າລາດ

ບົດນິພົນນຳ​ໃຊ້​ໄມ້​ໄຜ່ ​ແລະ ດອກ​ໄມ້​ທີ່​ນິຍົມ​ຂອງ​ນະຄອນ ດ່າ​ລາດ

ການຈັດຕັ້ງພິທີແມ່ນການຮ່ວມມືລະຫວ່າງສະມາຄົມດອກໄມ້ໂລກ (World Flower Council - WFC) ແລະມະຫາວິທະຍາໄລດ່າລາດ, ດ້ວຍການເຂົ້າຮ່ວມຂອງຜູ້ແທນ, ນັກສິລະປະກອນ 200 ຄົນທີ່ມາຈາກ 18 ປະເທດ ແລະເຂດແຄວ້ນ. ນີ້ແມ່ນການຈັດງານຄັ້ງທີ 37 ຂອງສະມາຄົມດອກໄມ້ໂລກ ແຕ່ເປັນຄັ້ງທຳອິດທີ່ຈັດງານຢູ່ນະຄອນແຫ່ງດອກໄມ້ດາລາດ ແລະຫວຽດນາມ.

ຫຼັງຈາກໄຂພິທີ, ນັກສິລະປະກອນອອກແບບການຈັດດອກໄມ້ 6 ຄົນທີ່ມາຈາກ ສິງກະໂປ, ມາເລເຊຍ, ສ.ເກົາຫຼີ, ຍີ່ປຸ່ນ, ມາເກົາ (ສປ ຈີນ), ຮົງກົງ (ສປ ຈີນ) ໄດ້ຂຶ້ນສະແດງສິລະປະການຈັດດອກໄມ້ເທິງເວທີ. ກໍ່ຢູ່ໃນຂອບເຂດຂອງລາຍການ, ນັກອອກແບບ 18 ຄົນ, ຕາງໜ້າໃຫ້ 18 ປະເທດ ແລະເຂດແຄວ້ນ ກໍ່ສືບຕໍ່ເຂົ້າຮ່ວມການສະແດງສິລະປະການຈັດດອກໄມ້ເທີງເວທີເພື່ອແນໃສ່ນຳສະເໜີກ່ຽວກັບສິລະປະການຕົກແຕ່ງດອກໄມ້ສົດທີ່ມີຄວາມໝາຍທີ່ສຸດ. ງານແຂ່ງຂັນສິລະປະການຈັດດອກໄມ້ສາກົນ 2023 ໄດ້ເຮັດພິທີມອບລາງວັນໃນຕອນບ່າຍນີ້.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.