ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າຂອງອົງການຫ້າມອາວຸດເຄມີ

11:43 | 20/09/2023

ຍສໝ - ຕອນບ່າຍວັນທີ 18 ກັນຍາ, ຢູ່ນະຄອນ Hague, ປະເທດ ໂຮນລັງ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ໂຮນລັງ ໂງເຮືອງນາມ ໄດ້ຍື່ນສານຕາຕັ້ງຢູ່ສຳນັກງານໃຫຍ່ອົງການເກືອດຫ້າມອາວຸດເຄມີ (OPCW) ແລະ ໄດ້ມີການໂອ້ລົມສົນທະນາກັບທ່ານ Fernando Arias ຜູ້ອໍານວຍການໃຫຍ່ OPCW.

ນັກສຶກສາລາວ ແລະ ກຳປູເຈຍ  72 ຄົນ ລົງຕົວຈິງ ແລະ ຊອກຮູ້ກ່ຽວກັບຊີວິດວັດທະນະທຳຫວຽດນາມ ນັກສຶກສາລາວ ແລະ ກຳປູເຈຍ 72 ຄົນ ລົງຕົວຈິງ ແລະ ຊອກຮູ້ກ່ຽວກັບຊີວິດວັດທະນະທຳຫວຽດນາມ
ຫວຽດນາມ ຊ່ວຍປະເທດລາວ ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ຫວຽດນາມ ຊ່ວຍປະເທດລາວ ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ

ຕາມ​ນັກ​ຂ່າວ​ຂອງ​ສຳນັກ​ຂ່າວສານ​ຫວຽດນາມ​ລາຍ​ງານ​ຈາກ​ໂຮ​ນລັງ, ທີ່​ການ​ພົບ​ປະ​ແລກປ່ຽນ, ທ່ານ​ເອກ​ອັກຄະ​ລັດຖະທູດ ໂງເຮືອງນາມ ​ໄດ້​ຕີ​ລາຄາ​ວ່າ ປີ 2023 ​ແມ່ນ​ປີ​ພິ​ເສດ​ສຳລັບ OPCW, ດ້ວຍ​ຫຼາຍ​ເຫດການ​ສຳຄັນ, ​ໃນ​ນັ້ນ​ມີ​ການຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ 5 ປີ ​ແລະ ສະຫຼອງສູນເຕັກນິກ Chemtech ກ່ອນກອງປະຊຸມສະຫຼຸບ.

ທ່ານ​ເອກ​ອັກຄະ​ລັດຖະທູດ ໂງເຮືອງນາມ ໄດ້ຢືນຢັນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ສືບ​ຕໍ່​ຮັກສາ ​ແລະ ຊຸກຍູ້​ການ​ພົວພັນ​ອັນ​ດີງາມ​ທີ່​ມີ​ຢູ່​ແລ້ວ​ລະຫວ່າງ OPCW ​ແລະ ຫວຽດນາມ.

ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າຂອງອົງການຫ້າມອາວຸດເຄມີ

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ໂຮນລັງ ໂງເຮືອງນາມ ໄດ້ຍື່ນສານຕາຕັ້ງຢູ່ສຳນັກງານໃຫຍ່ອົງການເກືອດຫ້າມອາວຸດເຄມີ (OPCW)

ທີ່ການແລກປ່ຽນກັບຜູ້ອຳນວຍການໃຫຍ່ OPCW, ທ່ານ Fernando Arias, ທ່ານເອກອັກຄະລັດຖະທູດ ໂງເຮືອງນາມ ໄດ້ຢືນຢັນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສືບຕໍ່ຮັກສາ ແລະ ຊຸກຍູ້ການພົວພັນອັນດີງາມທີ່ມີຢູ່ແລ້ວລະຫວ່າງ OPCW ແລະ ຫວຽດນາມ; ທ່ານປາດຖະໜາວ່າ OPCW ຈະສືບຕໍ່ສະໜັບສະໜູນ, ໜູນຊ່ວຍ ຫວຽດນາມ ໃນການພິຈາລະນາ, ຮັບສະໝັກພະນັກງານ ຫວຽດນາມ ເຮັດວຽກຢູ່ OPCW ແລະ ສູນເຄມີ ແລະ ເຕັກໂນໂລຊີ (Chemtech); ໜູນຊ່ວຍຍົກສູງກຳລັງຄວາມສາມາດຂອງ ຫວຽດນາມ ຜ່ານບັນດາການເຄື່ອນໄຫວບບຳລຸງສ້າງຂອງ OPCW...

ສ່ວນທ່ານຜູ້ອຳນວຍການໃຫຍ່ອົງການເກືອດຫ້າມອາວຸດເຄມີ ໄດ້ຮັບຮູ້ບັນດາຂໍ້ສະເໜີຂອງທ່ານເອກອັກຄະລັດຖະທູດ ໂງເຮືອງນາມ ແລະ ໃຫ້ຮູ້ວ່າ OPCW ອາດຈະສະໜອງອຸປະກອນວິໄຈເຄມີໃຫ້ບັນດາຫ້ອງທົດລອງຢູ່ ຫວຽດນາມ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.