ການ​ພົວ​ພັນ​ຫວຽດ​ນາມ - ຈີນ: ມິດ​ຕະ​ພາບ, ການ​ຮ່ວມ​ມື ແລະ ຂຶ້ນສູ່ລະດັບສູງໃໝ່

15:38 | 19/09/2023

ຍສໝ - ຕອນເຊົ້າວັນທີ 5 ກັນຍາ, ທີ່ສຳນັກງານສູນກາງພັກ, ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ຫຼຶວຈຽນຈ່າວ, ກຳມະການສູນກາງພັກ,

ຫວຽດ​ນາມ ຮຽກ​ຮ້ອງ ຈີນ ເຄົາ​ລົບ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ສຳ​ລັບ ​ໝູ່​ເກາະ ຮ​ວ່າງ​ຊາ, ຮຽກ​ຮ້ອງ ຟີ​ລິບ​ປິນ ແກ້​ໄຂ​ກໍ​ລະ​ນີ​​ຈີກ​ທຸງ​ຊາດ ຫວຽດ​ນາມ ຫວຽດ​ນາມ ຮຽກ​ຮ້ອງ ຈີນ ເຄົາ​ລົບ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ສຳ​ລັບ ​ໝູ່​ເກາະ ຮ​ວ່າງ​ຊາ, ຮຽກ​ຮ້ອງ ຟີ​ລິບ​ປິນ ແກ້​ໄຂ​ກໍ​ລະ​ນີ​​ຈີກ​ທຸງ​ຊາດ ຫວຽດ​ນາມ
ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ເຮັດ​ໃຫ້​ການ​ພົວ​ພັນ​ຫວຽດ​ນາມ - ຈີນ​ເລິກ​ເຊິ່ງ​ກ່​ວາ​ອີກ ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ເຮັດ​ໃຫ້​ການ​ພົວ​ພັນ​ຫວຽດ​ນາມ - ຈີນ​ເລິກ​ເຊິ່ງ​ກ່​ວາ​ອີກ
ການ​ພົວ​ພັນ​ຫວຽດ​ນາມ - ຈີນ: ມິດ​ຕະ​ພາບ, ການ​ຮ່ວມ​ມື ແລະ ຂຶ້ນສູ່ລະດັບສູງໃໝ່
ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ແລະ ທ່ານ ຫຼຶວຈຽນຈ່າວ, ກຳມະການສູນກາງພັກ, ຫົວໜ້າຄະນະຕິດຕໍ່ພົວພັນຕ່າງປະເທດ ສູນກາງພັກ ກອມມູນິດຈີນ

ຕອນເຊົ້າວັນທີ 5 ກັນຍາ, ທີ່ສຳນັກງານສູນກາງພັກ, ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ຫຼຶວຈຽນຈ່າວ, ກຳມະການສູນກາງພັກ, ຫົວໜ້າຄະນະຕິດຕໍ່ພົວພັນຕ່າງປະເທດ ສູນກາງພັກ ກອມມູນິດຈີນ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດ ສອງປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເສີມຂະຫຍາຍປະສິດທິຜົນກົນໄກການພົບປະປະຈຳປິລະຫວ່າງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ສອງປະເທດ, ຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການເສນາທິການຂອງສອງພັກ, ຍົກສູງບົດບາດກຳນົດທິດຍຸດທະສາດຂອງການພົວພັນລະຫວ່າງສອງພັກ ສຳລັບການພົວພັນສັງລວມຂອງສອງປະເທດ, ນຳການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງປະເທດຂຶ້ນສູ່ລະດັບສູງໃໝ່.

ສ່ວນທ່ານ ຫຼຶວຈຽນຈ່າວ ຢັ້ງຢືນວ່າ: ຄະນະຕິດຕໍ່ພົວພັນຕ່າງປະເທດສູນກາງພັກ ກອມມູນິດ ຈີນ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຄະນະພົວພັນຕ່າງປະເທດສູນກາງ ແລະ ບັນດາອົງການພົວພັນຕ່າງປະເທດ, ການຕ່າງປະເທດ ຂອງ ຫວຽດນາມ ຊາບຊຶມ, ປະຕິບັດຄວາມຮັບຮູ້ລວມ ແລະ ຂໍ້ຕົກລົງສຳຄັນລະຫວ່າງການນຳສອງປະເທດເປັນຢ່າງດີ; ເສີມຂະຫຍາຍບົດບາດເປັນເສນາທິການຍຸດທະສາດຂອງກົນໄກພົບປະປະຈຳປິລະຫວ່າງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກສອງປະເທດ ເພື່ອສະເໜີຕໍ່ສູນກາງພັກສອງປະເທດຢ່າງທັນການ ກ່ຽວກັບທິດທາງເພີ່ມທະວີການຮ່ວມມືລະຫວ່າງສອງພັກ, ສອງໃນໄລຍະໃໝ່.

ດີງເລື້ອງ

302 Found

Found

The document has moved here.