ຊຸກຍູ້ການ​ກໍ່ສ້າງ​ຂົວ​ມິດຕະພາບ​ໄທ - ລາວ

08:53 | 19/09/2023

ຍສໝ - ລາວ ແລະ ໄທ ພວມມານະພະຍາຍາມຊຸກຍູ້ການທ່ອງທ່ຽວລະຫວ່າງສອງປະເທດຍິ່ງກວ່າອີກ ດ້ວຍການເຊື່ອມຈອດເສັ້ນທາງການທ່ອງທ່ຽວ ແລະ ເລັ່ງກໍ່ສ້າງຂົວມິດຕະພາບລະຫວ່າງນະຄອນຫຼວງວຽງຈັນ ແລະ ບາງກອກ ຕື່ມອີກ.

ມອບລາງວັນສື່ມວນຊົນທົ່ວປະເທດຄັ້ງທີ 1 “ເພື່ອພັດທະນາວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ”. ມອບລາງວັນສື່ມວນຊົນທົ່ວປະເທດຄັ້ງທີ 1 “ເພື່ອພັດທະນາວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ”.
ສັບປະດາວັດທະນະທໍາ ແລະ ການທ່ອງທ່ຽວ ພາກຕາເວັນຕົກສ່ຽງເຫນືອ ຫວຽດນາມ ແລະ ນະຄອນໂຮ່ຈີມິນ ຢູ່ ສປປ.ລາວ ສັບປະດາວັດທະນະທໍາ ແລະ ການທ່ອງທ່ຽວ ພາກຕາເວັນຕົກສ່ຽງເຫນືອ ຫວຽດນາມ ແລະ ນະຄອນໂຮ່ຈີມິນ ຢູ່ ສປປ.ລາວ

ຕາມກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຂອງລາວ ແລ້ວ, ໄທເປັນອັນດັບໜຶ່ງໃນບັນດາປະເທດ ແລະ ເຂດແຄ້ວນທີ່ມີນັກທ່ອງທ່ຽວເຂົ້າມາລາວໃນ 6 ເດືອນຕົ້ນປີນີ້. ສະເພາະ 6 ເດືອນຕົ້ນປີ 2017, ນັກທ່ອງທ່ຽວສາກົນເຂົ້າມາລາວເກືອບ 1,7 ລ້ານເທື່ອຄົນ ໃນນັ້ນ ແມ່ນນັກທ່ອງທ່ຽວໄທເກືອບ 7 ແສນເທື່ອຄົນ, ຮອງລົງມາແມ່ນຫວຽດນາມເກືອບ 4 ແສນເທື່ອຄົນ.

ຊຸກຍູ້ການ​ກໍ່ສ້າງ​ຂົວ​ມິດຕະພາບ​ໄທ - ລາວ
ຂົວມິດຕະພາບລາວ ແລະ ໄທ ພາບ ; vi.wikipedia.org

ອຳນາດການປົກຄອງ​ແຂວງເລີຍ ​ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ໄທ ​ແລະ ອຳນາດການປົກຄອງ​ແຂວງ​ວຽງ​ຈັນ (ລາວ) ​ໄດ້ເອກະພາບກັນ​ເຊື່ອມ​ຕໍ່​ເສັ້ນບັນດາເສັ້ນທາງ​ທ່ອງ​ທ່ຽວ ​ແລະ ​ຊຸກຍູ້ການ​ກໍ່ສ້າງ​ຂົວ​ມິດຕະພາບ​ໄທ - ລາວ​ ແຫ່ງ​ທີ 2 ຢູ່​ເມືອງ​ປາກ​ຈອມ ​ແຂວງເລີຍ. ສິ່ງນີ້, ກໍ່ຈະຊ່ວຍໃຫ້ນັກທ່ອງທ່ຽວສາກົນທີ່ໄປທ່ຽວຊົມແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງແຂວງເລີຍ ຍັງສາມາດໄປຢ້ຽມຢາມແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງລາວຢູ່ແຂວງວຽງຈັນ ເຊັ່ນ: ເມືອງເຟືອງ ແລະ ວັງວຽງ.

ນອກນັ້ນ, ນັກທ່ອງທ່ຽວສາກົນ ແລະ ປະຊາຊົນລາວ ແລະ ໄທ ຍັງສາມາດໄປທ່ຽວຊົມແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງ 2 ປະເທດດັ່ງກ່າວໄດ້ຢ່າງສະດວກສະບາຍ ຜ່ານຂົວມິດຕະພາບ 6 ແຫ່ງທີ່ຂ້າມຜ່ານແມ່ນ້ຳຂອງ. ຕາມ​ນັ້ນ​ແລ້ວ, ນັກ​ທ່ອງ​ທ່ຽວ​ກໍ່ສາມາດ​ເດີນທາງ​ໄປ​ທ່ອງ​ທ່ຽວ​ບັນດາສະຖານທີ່ທ່ອງທ່ຽວທີ່​ມີ​ຊື່​ສຽງ​ຢູ່​ແຂວງ​ໜອງຄາຍ, ຊຽງ​ຣາຍ, ນະຄອນ​ພະນົມ ຫຼື ມຸກ​ດາ​ຫານ​ຂອງ​ໄທ, ​ແລ້ວ​ເຄື່ອນ​ຍ້າຍ​ໄປສະຖານທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຢູ່​ແຂວງ​ຈຳປາ​ສັກ, ສະຫວັນ​ນະ​ເຂດ, ຄຳ​ມ່ວນ, ບໍ່​ແກ້ວ ຫຼື ນະຄອນຫຼວງ​ວຽງ​ຈັນ​ຂອງ​ລາວ ແລະ ກົງກັນຂ້າມ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.