ສຳນັກຂ່າວສານ ລາວ-ຫວຽດນາມ ຮ່ວມມືພັດທະນາເຊິ່ງກັນ ແລະ ກັນ

09:10 | 15/09/2023

ຍສໝ - ສໍານັກຂ່າວສານປະເທດລາວ (ຂປລ ຫລື KPL) ໄດ້ຮັບການສ້າງຕັ້ງຂຶ້ນ( 6 ມັງກອນ 1968),​ ນັບແຕ່ມື້ ໄດ້ຮັບການສ້າງຕັ້ງ ກໍໄດ້ຮັບການອູ້ມຊູຊ່ວຍເຫລືອຂອງສໍານັກຂ່າວສານຫວຽດນາມ ຊຶ່ງເປັນເພື່ອນມິດ ຜູ້ ສະໜິດສະໜົມ, ເຂົ້າອົກເຂົ້າໃຈ ແລະ ເຕັມໄປດ້ວຍຄວາມເສຍສະລະ.

ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕ້ອນຮັບຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕ້ອນຮັບຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ
ສຳນັກຂ່າວສານ AFP ລົງບົດຂຽນກ່ຽວກັບ 5 ປະເພດກິລາທີ່ໜ້າສົນໃຈໃນ ງານມະຫາກໍາກິລາ ຊີເກມ 31 ສຳນັກຂ່າວສານ AFP ລົງບົດຂຽນກ່ຽວກັບ 5 ປະເພດກິລາທີ່ໜ້າສົນໃຈໃນ ງານມະຫາກໍາກິລາ ຊີເກມ 31

ສໍານັກຂ່າວສານປະເທດລາວ (ຂປລ ຫລື KPL) ໄດ້ຮັບການສ້າງຕັ້ງຂຶ້ນ( 6 ມັງກອນ 1968),​ ນັບແຕ່ມື້ໄດ້ຮັບການສ້າງຕັ້ງ ກໍໄດ້ຮັບການອູ້ມຊູຊ່ວຍເຫລືອຂອງສໍານັກຂ່າວສານຫວຽດນາມ ຊຶ່ງເປັນເພື່ອນມິດຜູ້ສະໜິດສະໜົມ, ເຂົ້າ ອົກເຂົ້າໃຈ ແລະ ເຕັມໄປດ້ວຍຄວາມເສຍສະລະ. ໃນປັດຈຸບັນ ຂປລ ພວມຢູ່ໃນໄລຍະປີທີ 55 ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ພ້ອມດຽວກັນໃນວັນມື້ນີ້ ວັນທີ 15 ກັນຍາ 2023 ສໍານັກຂ່າວສານຫວຽດນາມ (TTXVN ຫລື VNA) ກໍ່ພໍດີ ຄົບຮອບ 78 ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ.

ສຳນັກຂ່າວສານ ລາວ-ຫວຽດນາມ ຮ່ວມມືພັດທະນາເຊິ່ງກັນ ແລະ ກັນ

ທ່ານ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ຜູ້​ອຳ​ນວຍ​ການ​ໃຫຍ່​ສຳນັກ​ຂ່າວສານ​ປະ​ເທດ​ລາວ (KPL). ພາບ: TTXVN.

ຜ່ານໄລຍະ 78 ປີ ບົນເສັ້ນທາງແຫ່ງການກໍາເນີດ-ເຕີບໃຫຍ່ຂະຫຍາຍຕົວ ຂອງສໍານັກຂ່າວສານຫວຽດນາມ (VNTTX) ພາຍໃຕ້ການຊີ້ນໍາໂດຍກົງຂອງພັກ-ລັດ, ຂ່າວສານຫວຽດນາມອ້າຍນ້ອງ ໄດ້ເຕີບໃຫຍ່ຂະຫຍາຍຕົວ ຢ່າງບໍ່ຢຸດ ຢັ້ງ, ນໍາໜ້າໃນສະໜາມຮົບແນວຄິດການເມືອງ, ປະຕິບັດໜ້າທີ່ການເມືອງ ອັນມີກຽດສະຫງ່າ ໃນການເປັນແຫລ່ງຂ່າວທີ່ສໍາຄັນຕົ້ນຕໍຢ່າງແທ້ຈິງ ໂດຍເລີ່ມຈາກສະຖານີ ຄື້ນໂທລະເລກແບັກມາຍ,​ ສໍານັກຂ່າວສານຫວຽດນາມ ໄດ້ອອກຂ່າວຕໍ່ ພາຍໃນ ແລະ ໄປທົ່ວໂລກກ່ຽວກັບຄໍາປະກາດເອກະລາດ ສະບັບສົມບູນ ພ້ອມດ້ວຍລາຍຊື່ສະມາຊິກ ໃນຄະນະລັດຖະບານຊົ່ວຄາວ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ນັ້ນເອງ ໄດ້ເປັນຂີດໝາຍສໍາຄັນ ທາງປະຫວັດສາດໃນ ວຽກງານ ຖະແຫລງຂ່າວສື່ມວນຊົນຂອງຫວຽດນາມ ວັນທີ 15 ກັນຍາ ໄດ້ກາຍເປັນວັນແຫ່ງມູນເຊື້ອ ຂອງສໍານັັກຂ່າວສານຫວຽດນາມ ຈົນເຖິງປັດຈຸບັນນີ້. ຂ່າວສານຫວຽດນາມ ແມ່ນສໍານັກງານຖະແຫລງຂ່າວ ຍຸດທະສາດທີ່ໄດ້ ຮັບຄວາມ ໄວ້ວາງໃຈຂອງ ພັກ-ລັດ ຫວຽດນາມ, ທັງເປັນທະນາຄານຂ່າວ, ຮູບພາບ ແລະ ກໍ່ແມ່ນສໍານັກຂ່າວສານແຫ່ງຊາດ ທີ່ມີຊື່ສຽງ-ອິດທິພົນ ແລະ ໄດ້ຮັບຄວາມນິຍົມ-ເຊື່ອຖືຢູ່ໃນພາກພື້ນ ແລະ ສາກົນ. ດ້ວຍການເຄື່ອນໄຫວຢ່າງ ຂະຫຍັນຂັນແຂງ ໃນໜ້າທີ່ການເມືອງອັນມີກຽດ ຂອງຕົນຕະຫລອດໄລຍະຜ່ານມາ, ປັດຈຸບັນສໍານັກຂ່າວສານຫວຽດນາມ ໄດ້ມີການພົວພັນຮ່ວມມື ກັບສໍານັກຂ່າວສານຫລາຍສິບປະເທດ ແລະ ບັນດາອົງການສື່ມວນຊົນ ພາກພື້ນ-ສາກົນ, ເປັນສະມາຊິກອົງ ການຂ່າວຕ່າງໆລະດັບໂລກ. ພິເສດສຸດ ແມ່ນການພົວພັນຮ່ວມມືກັບສໍານັກຂ່າວສານປະເທດລາວ ທີ່ສະໜິດແໜ້ນ ແລະ ບໍ່ມີສາຍພົວພັນໃດທຽບໄດ້.

ສຳນັກຂ່າວສານ ລາວ-ຫວຽດນາມ ຮ່ວມມືພັດທະນາເຊິ່ງກັນ ແລະ ກັນ

ໃນວັນທີ 29 ມີນາ 2022 ພົບປະທາງໄກ ແລະ ເຊັນອະນຸສັນຍາວ່າດ້ວຍການຮ່ວມມືດ້ານວິຊາການ kpl-vna

ຕະຫລອດໄລຍະແຫ່ງການເຕີບໃຫຍ່ຂະຫຍາຍຕົວ, ຍາມໃດສອງສໍານັກຂ່າວສານລາວ ແລະ ຫວຽດນາມ ກໍ່ມີຄວາມຜູກພັນໃກ້ຊິດ ທີ່ຫາຍາກທີ່ສຸດໃນໂລກ. ໃນໄລຍະຫຍຸ້ງຍາກ, ສອງສໍານັກຂ່າວ ໄດ້ພ້ອມກັນຜ່ານຜ່າຢ່າງທໍລະຫົດ ອົດທົນ ເປັນຕົ້ນໃນໄລຍະຕໍ່ສູ້ກູ້ຊາດ, ການກໍາເນີດເກີດຂຶ້ນ ຂອງສໍານັກຂ່າວສານປະເທດລາວ ແມ່ນໄດ້ຮັບການອູ້ມຊູຊ່ວຍເຫລືອ ທັງທາງດ້ານພື້ນຖານວັດຖຸເຕັກນິກ, ການກໍ່ສ້າງບໍາລຸງບຸກຄະລາກອນນັກຂ່າວ, ຊ່າງພາບ, ພະນັກງານເຕັກນິກ ແລະ ອື່ນໆ. ບົນເສັ້ນທາງແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສໍານັກຂ່າວສານປະເທດລາວ ແມ່ນບໍ່ອາດປະຕິເສດ ເຖິງການອູ້ມຊູຊ່ວຍເຫລືອ ຂອງສໍານັກຂ່າວສານຫວຽດນາມ ທີ່ຍາມໃດກໍ່ມີຄວາມຈິງໃຈ, ເສຍສະລະ ຜ່ານຮຸ່ນຄົນຕ່າງໆຈົນ ມາເຖິງປັດຈຸບັນ. ໃນໄລຍະໃໝ່ ແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ ສອງສໍານັກຂ່າວສານ ລາວ-ຫວຽດນາມ ໄດ້ສືບຕໍ່ຄຽງບ່າຄຽງໄຫລ່ໃນການປະຕິບັດໜ້າທີ່ການເມືອງຂອງຕົນ ຊ່ວຍຍູ້ໜູນກັນ ໃນການໂຄສະນາເຜີຍແຜ່ນະໂຍ ບາຍຂອງສອງ ພັກ-ລັດ, ຄວາມມຸ່ງມາດປາຖະໜາ ຂອງປະຊາຊົນສອງຊາດ, ນໍາເອົາບັນດາຜົນສໍາເລັດ ແຫ່ງການພັດທະນາຂອງກັນ ແລະ ກັນ ໂຄສະນາເຜີຍແຜ່ໃຫ້ແກ່ປະຊາຊົນ ຂອງສອງປະເທດ ກໍ່ຄືປະຊາຄົມໂລກຮັບຮູ້ເຂົ້າໃຈແຈ້ງ-ເລິກເຊິ່ງ ຄຽງຄູ່ ກັບການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ທີ່ນັບມື້ຈະເລີນງອກງາມ.

ມິດຕະພາບ ແລະ ການພົວພັນຮ່ວມມືຂອງສໍານັກຂ່າວສານປະເທດລາວ ແລະ ສໍານັກຂ່າວສານຫວຽດນາມ ຍາມໃດກໍ່ໄດ້ຮັບການເສີມຂະຫຍາຍ ແລະ ເຊີດຊູ ຈາກຫຸ່ນສູ່ຮຸ່ນ ຈະເລີນງອກງາມຕາມການເວລາ ທັງສາມາດຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາສອງປະເທດ. ພ້ອມກັນເຊີດຊູບົດບາດ ໃນການເປັນສໍານັກຂ່າວແຫ່ງຊາດ ໃນການເຜີຍແຜ່ຂໍ້ມູນຂ່າວທີ່ຖືກຕ້ອງ ເຊື່ອຖືໄດ້, ຄຽງຄູ່ກັບເສີມຂະຫຍາຍສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ກ້າວສູ່ ແລະ ມຸ່ງສູ່ອະນາຄົດທີ່ສົດໃສ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.