ຫຼັງຈາກນັ້ນຫຼາຍປີ, ແຂວງຫົວພັນ (ລາວ) ຕິດກັບແຂວງ ເຊີນລາ (ຫວຽດນາມ) ໄດ້ຮັບການປົດປ່ອຍ, ອຳນາດການປົກຄອງການປະຕິວັດລາວ ກໍ່ໜູນຊ່ວຍປະຊາຊົນສອງຟາກເຂດຊາຍແດນໃນດ້ານອາຫານການກິນ ແລະ ເຄື່ອງໃຊ້ຂອງສອຍຫຼາຍຢ່າງ. ສະເພາະຄອບຄົວຂ້າພະເຈົ້າ ທ່ານ ໄກສອນ ພົມວິຫານ ໄດ້ສົ່ງເຄື່ອງໃຊ້ຂອງສອຍໃນຊີວິດປະຈຳວັນໃຫ້, ໃນນັ້ນ ມີໝໍ້ໜຶ້ງເຂົ້າໜຽວ.
ປີ 1990, ພໍ່ຂ້າພະເຈົ້າເສຍຊີວິດ, ຄອບຄົວປະທານ ໄກສອນ ພົມວິຫານ ໄດ້ສົ່ງຈົດໝາຍສະແດງຄວາມເສົ້າສະຫຼົດໃຈພ້ອມກັບເງິນ ແລະ ເຄື່ອງຂອງກິນທານ. ຮອດປີ 1992, ທ່ານປະທານ ໄກສອນ ພົມວິຫານ ໄດ້ເຖິງແກ່ມໍລະນະກຳ. ປີ 2009, ຜູ້ຕາງໜ້າສະຖານທູດລາວ ໄດ້ຮັບການມອບສິດຈາກລັດຖະບານລາວ ມາມອບຫຼຽນກາອິດສະຫຼະໃຫ້ແກ່ຄອບຄົວຂ້າພະເຈົ້າ. ພິທີມອບຫຼຽນກາ ໄດ້ດຳເນີນຢູ່ຫໍວັດທະນະທຳບ້ານ ລາວໂຄ. ໃນມື້ນັ້ນ, ຂ້າພະເຈົ້າໄຫ້ຍ້ອນຮູ້ສຶກຕື້ນຕັນໃຈ, ເມື່ອຄິດຮອດເວລາທຸກຍາກຂອງພໍ່ຂ້າພະເຈົ້າ, ປະທານ ໄກສອນ ພົມວິຫານ ພ້ອມກັບເພື່ອນຮ່ວມກົມກອງຂອງທ່ານ.
ຮອດປີ 2010, ລັດຖະບານລາວ ໄດ້ເຊື້ອເຊີນຄອບຄົວຂ້າພະເຈົ້າໄປຢ້ຽມຢາມວຽງຈັນ. ໃນຈຸດເວລານັ້ນ, ພັນລະຍາຂອງທ່ານປະທານ ໄກສອນ ພົມວິຫານ ໄດ້ຕ້ອນຮັບຄອບຄົວຂ້າພະເຈົ້າຢ່າງອົບອຸ່ນ ແລະ ສະໜອດສະໜົມ. ພັນລະຍາທ່ານ ໄກສອນ ພົມວິຫານ ຕື້ນຕັນໃຈເລົ່າຄືນບັນດາຄວາມຊົງຈຳກ່ຽວກັບວິວັດການເຄື່ອນໄຫວການປະຕິວັດຂອງທ່ານ ໄກສອນ ພົມວິຫານ ແລະ ເວົ້າວ່າ “ຕາງໜ້າຄອບຄົວ, ຂ້າພະເຈົ້າຂໍສະແດວຄວາມຂອບໃຈນຳຄອບຄົວ ລຸງ ລາວໂຄ. ຂອບໃຈໃນການອຸ້ມຊູຊ່ວຍເຫຼືອຂອງຊາວເຜົ່າມົ້ງ ແລະ ຊິງມູ. ຖ້າບໍ່ມີພໍ່ແມ່ປະຊາຊົນເຜົ່າມົ້ງ ກໍຈະບໍ່ມີປະເທດລາວຄືໃນປັດຈຸບັນ…”.
ຂ້າພະເຈົ້າຍັງຈື່ວ່າ ໃນປີ 2012 ພັນລະຍາ ແລະ ລູກຂອງທ່ານ ໄກສອນ ພົມວິຫານ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງເຂດຮ່ອງຮອຍປະຫວັດສາດ ລາວໂຄ. ເພິ່ນໄດ້ມາຢ້ຽມຢາມຄອບຄົວຂ້າພະເຈົ້າ. ຫຼັງຈາກນັ້ນ, ເພິ່ນກໍ່ໄດ້ມອບໂທລະພາບ 1 ໜ່ວຍ ແລະ ລົດໂຫຍ່ 1 ຄັນໃຫ້ຄອບຄົວຂ້າພະເຈົ້າ ເພື່ອໃຫ້ມີຄວາມສະດວກໃນການພາຄົນໃນຄອບຄົວໄປກວດປິ່ນປົວພະຍາດຢ່າງວ່ອງໄວ. ຊຸມປີຕໍ່ມາ, ສະຖານທູດລາວ ປະຈຳຫວຽດນາມ ກໍ່ໄດ້ສົ່ງຈົດໝາຍເປັນຫຼາຍຄັ້ງເພື່ອເຊື້ອເຊີນຂ້າພະເຈົ້າມາຮ່າໂນ້ຍ ພ້ອມກັນຕ້ອນຮັບບຸນປີໃໝ່…
ຄຳຮຸ່ງ