ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄະ​ນະ​ບໍ​ລິ​ຫານ​ງານ AIPA

00:00 | 03/08/2023

ຍສໝ - ໃນຂອບເຂດການຢ້ຽມຢາມ ອິນໂດເນເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 44 (AIPA – 44), ຕອນບ່າຍວັນທີ 6 ສິງຫາ, ຢູ່ນະຄອນຫຼວງ ຈາກາຕາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ການນຳສະພາແຫ່ງຊາດ/ລັດຖະສະພາບັນດາປະເທດສະມາຊິກ AIPA ໄດ້ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານ AIPA.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄະ​ນະ​ບໍ​ລິ​ຫານ​ງານ AIPA
ກອງປະຊຸມສະມັດຊາໃຫຍ່ AIPA – 44 ມີຄວາມກ່ຽວພັນ ແລະ ສອດຄ່ອງກັບຫົວຂໍ້ລວມຂອງ ອາຊຽນ ປີນີ້ (ພາບ: VOV)

ດ້ວຍຫົວຂໍ້ຫຼັກ “ລັດຖະສະພາເປັນເຈົ້າການຮັບມື ເພື່ອປະຊາຄົມ ອາຊຽນ ສະຖຽນລະພາບ ແລະ ວັດທະນາຖາວອນ”, ກອງປະຊຸມສະມັດຊາໃຫຍ່ AIPA – 44 ມີຄວາມກ່ຽວພັນ ແລະ ສອດຄ່ອງກັບຫົວຂໍ້ລວມຂອງ ອາຊຽນ ປີນີ້ ນັ້ນແມ່ນ “ປະຊາຄົມອາຊຽນ ຂອບຂະໜາດໃຫຍ່: ຈຸດໃຈກາງຂອງການເຕີບໂຕ”, ໃນນັ້ນ ຍົກສູງກຳລັງຄວາມສາມາດຮັບມືຂອງລັດຖະສະພາບັນດາປະເທດ ອາຊຽນ ໃນສະພາບການພາກພື້ນ ແລະ ສາກົນ ມີການຜັນແປຫຼາຍຢ່າງ ແລະ ເນັ້ນໜັກເຖິງການສົນທະນາ ແລະ ການໃຫ້ຄຳປຶກສາ, ເພີ່ມທະວີການສົມທົບກັນລະຫວ່າງຊ່ອງທາງສ້າງກົດໝາຍ ກັບ ພາກສ່ວນປະຕິບັດກົດໝາຍ, ປະກອບສ່ວນປັບປຸງຄວາມສາມັກຄີ ແລະ ບົດບາດເປັນໃຈກາງຂອງ ອາຊຽນ.

ທີ່ກອງປະຊຸມຄະນະບໍລິຫານງານ AIPA, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ການນຳສະພາແຫ່ງຊາດ, ລັດຖະສະພາບັນດາປະເທດ ຕ່າງກໍຕີລາຄາສູງການເລືອກເຟັ້ນຫົວຂໍ້ຂອງ ກອງປະຊຸມສະມັດຊາໃຫຍ່ AIPA – 44, ສະແດງໃຫ້ເຫັນສານອັນລຸລ່ວງຂອງ AIPA ກໍຄືຄວາມປາດຖະໜາຂອງປະເທດເຈົ້າພາບ ອິນໂດເນເຊຍ, ປະທານ ອາຊຽນ ແລະ ປະທານ AIPA 2023 ເພື່ອຍົກສູງບົດບາດຂອງ ອາຊຽນ, AIPA ແລະ ບັນດາລັດຖະສະພາສະມາຊິກ AIPA ໃນການຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ເພີ່ມທະວີຄວາມສາມາດຕ້ານທານ ແລະ ພັດທະນາແບບຍືນຍົງ, ກວມລວມຂອງພາກພື້ນ ເພື່ອນຳ ອາຊຽນ ກາຍເປັນ ຈຸດໃຈກາງຂອງການເຕີບໂຕ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.