ທ່ານ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ເດີນ​ທາງ​ໄປ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ AIPA – 44, ຢ້ຽມ​ຢາມ ອິ​ນ​ໂດ​ເນ​ເຊຍ ແລະ ອີ​ຣານ ຢ່າງ​ເປັນ​ທາງ​ການ

00:00 | 12/08/2023

ຍສໝ - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA - 44 ຢູ່ອິນໂດເນເຊຍ ເພື່ອແນໃສ່ຢັ້ງຢືນບົດບາດຂອງສະພາແຫ່ງຊາດ ຫວຽດນາມ ທີ່ເປັນເຈົ້າການ.

ທ່ານ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ເດີນ​ທາງ​ໄປ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ AIPA – 44, ຢ້ຽມ​ຢາມ ອິ​ນ​ໂດ​ເນ​ເຊຍ ແລະ ອີ​ຣານ ຢ່າງ​ເປັນ​ທາງ​ການ
ພາບປະກອບ: TTXVN

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານສະພາຜູ້ແທນປະຊາຊົນ ສ.ອິໂດເນເຊຍ, ທ່ານນາງ Puan Maharani ປະທານສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດ ອາຊຽນ ແລະ ທ່ານ Mohammad Baqer Qalibaf ປະທານສະພາແຫ່ງຊາດ ອີຣານ, ຕອນເຊົ້າວັນທີ 4 ສິງຫາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໄດ້ ອອກຈາກຮ່າໂນ້ຍ ເດີນທາງໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA - 44, ຢ້ຽມຢາມ ອິນໂດເນເຊຍ ແລະ ອີຣານ ຢ່າງເປັນທາງການໃນລະຫວ່າງວັນທີ 4 - 10 ສິງຫາ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA - 44 ຢູ່ອິນໂດເນເຊຍ ເພື່ອແນໃສ່ຢັ້ງຢືນບົດບາດຂອງສະພາແຫ່ງຊາດ ຫວຽດນາມ ທີ່ເປັນເຈົ້າການ, ມີການປະກອບສ່ວນຢ່າງຕັ້ງໜ້າ ແລະ ແທດຈິງເຂົ້າໃນເນື້ອໃນຂອງ AIPA.

ດີງເລື້ອງ

ທ່ານອາດຈະມັກ

302 Found

Found

The document has moved here.