ຫວຽດ​ນາມ - ອີ​ຣານ ແລະ ຂີດ​ໝາຍ​ສຳ​ຄັນ​ນຳ​ການ​ພົວ​ພັນ ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

00:00 | 07/08/2023

ຍສໝ - ການຢ້ຽມຢາມ ອີຣານຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແມ່ນຂີດໝາຍສຳຄັນນຳການພົວພັນ ຫວຽດນາມ - ອີຣານຂຶ້ນສູ່ລະດັບສູງໃໝ່.

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ Mohammad Bagher Ghalibaf ປະທານສະພາໃຫ້ຄຳປຶກສາມຸດສະລິມ ອີຣານ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ, ໄປຢ້ຽມຢາມ ອີຣານ ໃນລະຫວ່າງວັນທີ 8 – 10 ສິງຫາ. ໂດຍຕອບສຳພາດຕໍ່ນັກຂ່າວສະຖານີວິທະຍຸ ຫວຽດນາມ ປະຈຳ ຕາເວັນອອກກາງເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຣານ ເລືອງກວັກຮູຍ ຢັ້ງຢືນວ່າ: ການຢ້ຽມຢາມ ອີຣານຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແມ່ນຂີດໝາຍສຳຄັນນຳການພົວພັນ ຫວຽດນາມ - ອີຣານຂຶ້ນສູ່ລະດັບສູງໃໝ່.

ຫວຽດ​ນາມ - ອີ​ຣານ ແລະ ຂີດ​ໝາຍ​ສຳ​ຄັນ​ນຳ​ການ​ພົວ​ພັນ  ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຣານ ເລືອງກວັກຮູຍ (ພາບ: VOV)

ທ່ານເອກອັກຄະລັດຖະທູດ ເລືອງກວັກຮູຍ ໃຫ້ຮູ້ວ່າ ການຢ້ຽມຢາມມີຄວາມໝາຍສຳຄັນທີ່ສຸດ ເຊິ່ງໄດ້ດຳເນີນກົງກັບໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອີຣານ (04/8/1973 - 4/8/2023) ແລະ ນີ້ກໍ່ແມ່ນການຢ້ຽມຢາມ ອີຣານ ຄັ້ງທຳອິດຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ນັບແຕ່ປີ 1999. ສິ່ງນີ້ສະແດງໃຫ້ເຫັນການນຳສອງປະເທດຖືເປັນສຳຄັນທີ່ສຸດ ແລະ ມີຄວາມຫວັງຢາກສືບຕໍ່ຊຸກຍູ້, ເປີດກວ້າງການພົວພັນດ້ານການເມືອງ, ເສດຖະກິດ, ວັດທະນະທຳ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.