ກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານການຕ່າງປະເທດ ຢູ່ແຂວງບິ່ງດິ້ງ

00:00 | 24/07/2023

ຍສໝ - ຕອນ​ເຊົ້າ​ວັນ​ທີ 18 ກໍລະກົດ, ຢູ່​ສູນ​ປະຊຸມ​ແຂວງບິ່ງ​ດິ້ງ, ປະຕິບັດ​ແຜນການ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ແຂວງບິ່ງ​ດິ້ງ ກ່ຽວ​ກັບ​ການ​ສົມທົບ​ກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບຫວຽດນາມ ໃນການຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ການທູດ​ປະຊາຊົນ​ປີ 2023, ກົມ​ການ​ຕ່າງປະ​ເທດ​ ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໂຄສະນາ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​​ຕ່າງ​ປະ​ເທດ​ຢູ່​ແຂວງ. ​ເຂົ້າ​ຮ່ວມ​ມີ​ຜູ້ຕາງໜ້າ​ຂອງ​ຫຼາຍ​ອົງການ, ຫົວໜ່ວຍ, ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ​ໃນ​ແຂວງ.

ການ​ທູດ​ປະ​ຊາ​ຊົນ​ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ການ​ທູດ​ປະ​ຊາ​ຊົນ​ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ
VUFO 2023: ການ​ທູດ​ປະ​ຊາ​ຊົນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົ​ມ VUFO 2023: ການ​ທູດ​ປະ​ຊາ​ຊົນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົ​ມ

ທີ່​ກອງ​ປະຊຸມ, ທ່ານ ດຣ.ຟານ​ແອງ​ເຊີນ, ຮອງ​ປະທານ, ​ເລຂາທິການ​ໃຫຍ່​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ປະທານ​ສະ​ຖາ​ບັນ​ສຶກສາ​ສາກົນ ​ແລະ ​ການທູດ​ປະຊາຊົນ ​ໄດ້​ແຈ້ງ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວ​ສານ ​ກ່ຽວ​ກັບ​ບັນດາ​ບັນຫາ​ໃໝ່ ​ແລະ ​ໜ້າ​ສົນ​ໃຈ​ຂອງ​ໂລກ ​ແລະ ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ສຳລັບ​ປະ​ເທດ​ເຮົາ​ໃນ​ຂົງ​ເຂດ​ການ​ທູດ.

ກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານການຕ່າງປະເທດ ຢູ່ແຂວງບິ່ງດິ້ງ

ທັດສະນີຍະພາບກອງ​ປະ​ຊຸມ

ພິເສດແມ່ນເນັ້ນໜັກເຖິງນະໂຍບາຍການຕ່າງປະເທດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ປະຕິບັດຢ່າງສະເໝີຕົ້ນສະເໝີປາຍ ນະໂຍບາຍການຕ່າງປະເທດທີ່ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຮັດແໜ້ນການພົວພັນຕ່າງປະເທດຫຼາຍຝ່າຍ. ສົມທົບ​ກຳລັງ​ແຮງ​ຂອງ​ປະ​ເທດ​ຊາດ ກັບ​​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ, ເປັນເຈົ້າຕົນເອງ ​ແລະ ຕັ້ງໜ້າໃນການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ​ຢ່າງ​ຮອບດ້ານ ​ແລະ ​ເລິກ​ເຊິ່ງ.

ໃນໄລຍະຈະມາເຖິງ, ຕ້ອງສືບຕໍ່ເພີ່ມທະວີການສົມທົບກັນ ລະຫວ່າງບັນດາເສົາຄ້ຳການຕ່າງປະເທດ, ບັນດາກົມ, ກະຊວງ, ສາຂາ, ທ້ອງຖິ່ນ, ສຳນັກງານ, ອົງການຈັດຕັ້ງຕ່າງໆ ເພື່ອສ້າງສາການທູດຢ່າງຮອບດ້ານ ແລະ ທັນສະໄໝ, ເສີມຂະຫຍາຍບົດບາດປະຈັນບານໃນການສ້າງ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ລະດົມແຫຼ່ງກຳລັງຈາກພາຍນອກ ເພື່ອພັດທະນາປະເທດຊາດ, ຍົກສູງທີ່ຕັ້ງ ແລະ ຄວາມໄວ້ວາງໃຈຂອງປະເທດຊາດ. ປັບປຸງ​ປະສິດທິ​ຜົນ​ການ​ທູດ​ເສດຖະກິດ ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.