ບັນດາການເຄື່ອນໄຫວຢູ່ນອກກອງປະຊຸມ AMM-56

00:00 | 24/07/2023

ຍສໝ - ຕາມ​ສຳນັກ​ຂ່າວສານ​ຫວຽດນາມ ປະຈຳ ອິນ​ໂດ​ເນ​ເຊຍ, ຕອນ​ບ່າຍ​ວັນ​ທີ 12/7, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸຍແທັງເຊີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ອິນ​ເດຍ Subrahmanyam Jaishankar ​ແລະ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອົດ​ສະ​ຕາ​ລີ Penny Wong ​ເນື່ອງ​ໃນ​ໂອກາດ​ຮ່ວມ​ກັນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ (AMM) ເປັນ​ຄັ້ງ​ທີ 56 ທີ່​ນະຄອນຫຼວງ​ຈາ​ກາ​ຕາ.

ຫວຽດນາມ ຊຸກຍູ້ຄວາມສາມັກຄີ ແລະ ຄວາມເຫັນດີເຫັນພ້ອມໃນອາຊຽນ ຫວຽດນາມ ຊຸກຍູ້ຄວາມສາມັກຄີ ແລະ ຄວາມເຫັນດີເຫັນພ້ອມໃນອາຊຽນ
ຫວຽດນາມ ເຂົ້າຮ່ວມກອງປະຊຸມ AMM-55 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຫວຽດນາມ ເຂົ້າຮ່ວມກອງປະຊຸມ AMM-55 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ

ຕອນບ່າຍວັນດຽວກັນ, ໄດ້ຈັດກອງປະຊຸມຄົບຄະນະລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 56 ດ້ວຍຈຸດສຸມແມ່ນປຶກສາຫາລືກ່ຽວກັບວິວັດທະນາການສ້າງປະຊາຄົມ ອາຊຽນ, ຜັນຂະຫຍາຍວິໄສທັດ ອາຊຽນ ກ່ຽວກັບ ມະຫາສະໝຸດ ອິນເດຍ - ປາຊີຟິກ, ການພົວພັນຕ່າງປະເທດ ແລະ ໂຄງປະກອບພາກພື້ນ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ເຂົ້າຮ່ວມກອງປະຊຸມ.

ນະທີ່ນີ້, ບັນດາລັດຖະມົນຕີ ເຫັນດີເປັນເອກະພາບປັບປຸງຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ປັບຕົວຢ່າງມີໄຫວພິບຂອງ ອາຊຽນ ຕໍ່ໜ້າທຸກກາລະໂອກາດ ແລະ ສິ່ງທ້າທາຍທີ່ວາງອອກໃຫ້ພາກພື້ນ. ກອງປະຊຸມເຫັນດີເປັນເອກະພາບຊຸກຍູ້ການຜັນຂະຫຍາຍວິໄສທັດ ອາຊຽນ ກ່ຽວກັບມະຫາສະໝຸດ ອິນເດຍ - ປາຊີຟິກ ຢ່າງມີປະສິດທິຜົນ, ສົ່ງເສີມບັນດາຄູ່ຮ່ວມມືລະອຽດ, ແທດຈິງກັບ ອາຊຽນ ໃນບັນດາຂົງເຂດບຸລິມະສິດ ກ່ຽວກັບການເຊື່ອມຕໍ່, ການຮ່ວມມືໃນການເດີນທະເລ, ພັດທະນາແບບຍືນຍົງ ແລະ ເສດຖະກິດ, ໜູນຊ່ວຍ ອາຊຽນ ສ້າງປະຊາຄົມ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຂອງພາກພື້ນ.

ບັນດາການເຄື່ອນໄຫວຢູ່ນອກກອງປະຊຸມ AMM-56

ທ່ານລັດຖະມົນຕີ ບຸຍແທັງເຊີນ ຊົມເຊີຍລັດຖະບານອິນເດຍ ແລະ ທ່ານລັດຖະມົນຕີ Subrahmanyam Jaishankar ສ່ວນຕົວຕໍ່ບັນດາຜົນງານທີ່ບັນລຸໄດ້ໃນການພົວພັນຕ່າງປະເທດໃນໄລຍະຜ່ານມາ, ພ້ອມທັງຕີລາຄາສູງເລື່ອງອິນເດຍ ສະໜັບສະໜູນ ອາຊຽນ ຮັກສາຄວາມສາມັກຄີ, ຄວາມເປັນໃຈກາງ.

ລັດຖະມົນຕີ 2 ທ່ານ ໄດ້ຕີລາຄາສູງບັນດາບາດກ້າວພັດທະນາຢ່າງແຮງຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ພິເສດແມ່ນໃນຂົງເຂດເສດຖະກິດ ແລະ ການຄ້າ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ຈັດ​ຕັ້ງ​ບັນດາ​ການ​ພົບ​ປະ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ​ຄື: ຄະນະ​ກຳມະການ​ປະສົມ​ຄັ້ງ​ທີ 18.

ບັນດາການເຄື່ອນໄຫວຢູ່ນອກກອງປະຊຸມ AMM-56

ຮັກສາສັນຕິພາບ ແລະ ສະຖຽນລະພາບ ໃນພາກພື້ນ ແມ່ນພື້ນຖານເພື່ອຫັນສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ກາຍເປັນຈຸດສຸມຂອງການເຕີບໂຕ. ອາຊຽນ ຄວນຮັກສາໃຫ້ ອາຊີຕາເວັນອອກສ່ຽງໃຕ້ ແມ່ນພາກພື້ນປອດອາວຸດນິວເຄຼຍ. ນີ້ແມ່ນຄຳຢັ້ງຢືນຂອງທ່ານລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Masurdi ທີ່ວາລະໄຂກອງປະຊຸມມຄະນະກຳມະການສົນທິສັນຍາ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ປອດອາວຸດນິວເຄຼຍ (SEANWFZ), ຊຶ່ງຈັດຂຶ້ນໃນຕອນເຊົ້າວັນທີ 11 ກໍລະກົດ, ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ.

ກອງປະຊຸມ SEANWFZ ແລະ ວາລະປຶກສາຫາລືກັບບັນດາຜູ້ຕາງໜ້າຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ (AICHR) ແມ່ນການເຄື່ອນໄຫວທຳອິດຂອງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໃນຂອບເຂດກອງປະຊຸມ AMM 56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ກ່າວຄຳເຫັນໄຂກອງປະຊຸມ SEANWFZ, ທ່ານລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Masurdi ເນັ້ນໜັກວ່າ: ການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນແມ່ນບຸລິມະສິດແຖວໜ້າ, ນັ້ນແມ່ນພື້ນຖານເພື່ອຫັນພາກພື້ນກາຍເປັນຈຸດສຸມຂອງການເຕີບໂຕ. ອາຊຽນ ຄວນຮັກສາໃຫ້ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ກາຍເປັນພາກພື້ນປອດອາວຸດນິວເຄຼຍ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ