ຮ່າໂນ້ຍ ແລະ ເຫ້ວ ຈັດໃນ 10 ອັນດັບນະຄອນແຖວໜ້າຂອງອາຊີ ໃນປີ 2023

00:00 | 15/08/2023

ຍສໝ - ລາງວັນ Travel+Leisure Luxury Awards Asia Pacific 2023 ໃນເນື້ອໃນ "ນະຄອນ" ​ຫວ່າງແລ້ວນີ້ໄດ້ເປັນກຽດ​ຈັດ​ອັນ​ດັບ 10 ນະຄອນແຖວໜ້າ​ອາຊີ​ ປີ 2023, ​ໃນ​ນັ້ນ, ນະຄອນ ຮ່າ​ໂນ້ຍ ​ແລະ ນະຄອນ ​ເຫ້ວ ເປັນກຽດໄດ້ຈັດຢູ່ໃນອັນ​ດັບທີ 6 ​ແລະ ທີ 8 ຕາມ​ລຳດັບ.

ນະຄອນຫຼວງແຫ່ງອະລິຍະທຳພັນປີມີຄວາມສວຍງາມເກົ່າແກ່ທີ່ສະຫງ່າ, ນຳມາທັງ​ລົມ​ຫາຍ​ໃຈ​ຂອງຍຖກສະໄໝ​, ສະແດງອອກຢ່າງຈະແຈ້ງໂດຍຜ່ານກິດຈະກຳ, ສະຖາປັດຕະຍະກຳສະໄໝນັ້ນທີ່ພ້ອມກັບສິ່ງຍອດຢ້ຽມທາງດ້ານວັດທະນະທໍາ - ການກິນດື່ມທີ່ເປັນເອກະລັກພິເສດ.

ພື້ນຖານອາຫານການກິນທີ່ສືບທອດມາແຕ່ບູຮານດ້ວຍອາຫານ, ເຄື່ອງດື່ມທີ່ມີຊື່ສຽງເຊັ່ນ: ເຝີ , ເຂົ້າຈີ່, ເຂົ້າປຸ້ນຊີ້ນປີ້ງ, ກາເຟ, ບັນກວັນ....

ຮ່າໂນ້ຍ ແລະ ເຫ້ວ ຈັດໃນ 10 ອັນດັບນະຄອນແຖວໜ້າຂອງອາຊີ ໃນປີ 2023
ເຝີຮ່າໂນ້ຍ.

ຜ່ານການຜັນປ່ຽນໄປຕາມການເວລາຫຼາຍ, ນະຄອນຫຼວງເກົ່າແກ່​ ເຫ້ວ ຍັງຄົງຮັກສາ ແລະ ອະນຸລັກຮັກສາບັນດາສະຖາປັດຕະຍະກຳອັນໃຫຍ່ຫຼວງ, ບັນດາຜົນງານສິລະປະທີ່ສວຍສົດງົດງາມ ດ້ວຍຄຸນຄ່າປະຫວັດສາດ ແລະ ວັດທະນະທຳພິເສດ.

ຮ່າໂນ້ຍ ແລະ ເຫ້ວ ຈັດໃນ 10 ອັນດັບນະຄອນແຖວໜ້າຂອງອາຊີ ໃນປີ 2023

ເຂົ້າໃບບົວເຫ້ວ.

ຄຽງຂ້າງການກິນດື່ມ​ແບບລາຊະວົງ​ທີ່​ໄດ້​ຮັບ​ການ​ກະກຽມ​ພິ​ເສດ​​ລະອຽດລະອໍ ແລະ ພິຖີພິຖັນແລ້ວ, ປະຊາຊົນກໍ່ນິຍົມອາຫານທີ່ລຽບງ່າຍ ເຊັ່ນ: ເຂົ້າປຸ້ນຊີ້ນງົວ, ແນມ, ບັນແບ່ວ...

ດີງເລື້ອງ

ເຫດການ
302 Found

Found

The document has moved here.