ຫວຽດນາມ ຮັກສາທີ່ຕັ້ງເປັນຜູ້ສະໜອງເຂົ້າສານແຖວໜ້າໃຫ້ຟີລິບປິນ

00:00 | 05/08/2023

ຍສໝ - ກົມ​ການ​ຕະຫຼາດ​ອາຊີ-​ອາ​ຟຣິກກາ (ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ) ​ໃຫ້​ຮູ້​ວ່າ: ​ໃນ 5 ​ເດືອນ​ຕົ້ນ​ປີ 2023, ຟີ​ລິບ​ປິນ ​ໄດ້​ນຳ​ເຂົ້າ​ເຂົ້າ​ສານ​ຈາກ​ຫວຽດນາມ 1,5 ລ້ານ​ໂຕນ, ກວມ 89,6% ຂອງ​ຍອດຈຳນວນ​ ​ 1,62 ລ້ານ​ໂຕນ ທີ່ໄດ້ນຳເຂົ້າປະ​ເທດ​ນີ້. ສະ​ນັ້ນ, ຫວຽດນາມ ສືບ​ຕໍ່​ແມ່ນ​ປະ​ເທດ​ສະໜອງ​ເຂົ້າສານ​ໃຫ້​ຟີ​ລິບ​ປິນ​ຫຼາຍທີ່​ສຸດ.

ຫວຽດນາມ ເຂົ້າຮ່ວມວາລະປະຊຸມຄັ້ງທີ 43 ກອງປະຊຸມຂັ້ນສູງລັດຖະມົນຕີຂອງ FAO ຫວຽດນາມ ເຂົ້າຮ່ວມວາລະປະຊຸມຄັ້ງທີ 43 ກອງປະຊຸມຂັ້ນສູງລັດຖະມົນຕີຂອງ FAO
ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການພົວພັນຫວຽດນາມ - ລາວ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການພົວພັນຫວຽດນາມ - ລາວ

​ໃນ 5 ເດືອນ​ຕົ້ນ​ປີ 2023, ຫວຽດນາມ ​ໄດ້​ສົ່ງ​ອອກ​ເຂົ້າສານ​ໄປທົ່ວ​ໂລກ 3,6 ລ້ານ​ໂຕນ, ​ໃນ​ນັ້ນ, ວົງ​ເງິນ​ສົ່ງ​ອອກ​ໄປ​ຍັງ​ຟີ​ລິບ​ປິນບັນລຸ 1,5 ລ້ານ​ໂຕນ, ກວມ​ເອົາ 42,3%. ຟີ​ລິບ​ປິນ ສືບ​ຕໍ່​ແມ່ນ​ຕະ​ຫລາດ​ນຳ​ໜ້າ​ໃນ​ການ​ບໍ​ລິ​ໂພກ​ເຂົ້າ​ສານຂອງ​ຫວຽດ​ນາມ.

ວົງ​ເງິນ​ສົ່ງ​ອອກ​ເຂົ້າສານ​ຂອງ​ຫວຽດນາມ ​ໄປຍັງ​ຟີ​ລິບ​ປິນ​ໃນ​ໄລຍະ​ນີ້​ບັນລຸ 772,4 ລ້ານ USD, ​ເພີ່ມ​ຂຶ້ນ 31,1% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2022. ນີ້​ແມ່ນ​ກຳລັງ​ໜູນ​ຕົ້ນຕໍ​ທີ່​ຊ່ວຍ​ໃຫ້​ວົງ​ເງິນ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດນາມ ​ໄປ​ຍັງ​ຟີ​ລິບ​ປິນ ​ໃນ 5 ​ເດືອນ​ຕົ້ນ​ປີ 2023 ຮັກສາ​ລະດັບ​ເຕີບ​ໂຕ​ໃນ​ແງ່​ດີ ​ໃນ​ສະພາບ​ການ​ສົ່ງ​ອອກ​ສິນຄ້າ​ຫຼາຍ​ຢ່າງ​ມີ​ທ່າ​ອ່ຽງຫລຸດ​ລົງ.

ຫວຽດນາມ ຮັກສາທີ່ຕັ້ງເປັນຜູ້ສະໜອງເຂົ້າສານແຖວໜ້າໃຫ້ຟີລິບປິນ

​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ຫ້ອງການ​ການ​ຄ້າ​ຫວຽດນາມ ປະຈຳ​ຟີ​ລິບ​ປິນ, ສະມາຄົມສະບຽງອາຫານ​ຫວຽດນາມ ​ແລະ ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ເຂົ້າ​ສານ ໄດ້​ສົມທົບ​ກັນ​ຢ່າງ​ເປັນປະຈຳ​ ແລະ ມີ​ປະສິດທິ​ຜົນ​ ດ້ວຍ​​ການແກ້ໄຂຄວາມຫຍຸ້ງຍາກ​ຢ່າງ​ຕັ້ງໜ້າ ​ແລະ ມີ​ການຈັດການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການພົວພັນການຄ້າ​ຫຼາຍ​ຢ່າງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.