ພິທີໄຂປີທ່ອງທ່ຽວແຫ່ງຊາດ-ກວາງນາມ 2022

08:04 | 29/03/2022

ຕອນຄໍ່າວັນທີ 26 ມີນາ, ຢູ່ນະຄອນໂຮ້ຍອານ, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ສົມທົບກັບຄະນະກໍາມະການປະຊາຊົນແຂວງກວາງນາມ ຈັດຕັ້ງພິທີໄຂປີທ່ອງທ່ຽວແຫ່ງຊາດ-ກວາງນາມ 2022. ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມ ແລະກ່າວຄໍາເຫັນທີ່ພິທີ.

ນະຄອນ ດ່າໜັງ ຈະ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເວທີ​ປາ​ໄສ​ພັດທະນາ​ເສັ້ນທາງການບິນ ​ອາຊີ 2022- Routes Asia 2022 ນະຄອນ ດ່າໜັງ ຈະ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເວທີ​ປາ​ໄສ​ພັດທະນາ​ເສັ້ນທາງການບິນ ​ອາຊີ 2022- Routes Asia 2022
ກວາງນາມ ຈະເປັນເຈົ້າພາບຈັດຕັ້ງປີທ່ອງທ່ຽວແຫ່ງຊາດ 2022 ກວາງນາມ ຈະເປັນເຈົ້າພາບຈັດຕັ້ງປີທ່ອງທ່ຽວແຫ່ງຊາດ 2022

ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ຟ້າມມິງຈິ໊ງ ເນັ້ນໜັກວ່າ ໃນຊຸມປີຜ່ານມາ, ພ້ອມກັບການພັດທະນາລວມຂອງປະເທດ, ການທ່ອງທ່ຽວຫວຽດນາມ ໄດ້ພັດທະນາກະໂດດຂັ້ນ, ກາຍເປັນຂະແໜງເສດຖະກິດສໍາຄັນຂອງປະເທດ. ແຕ່ວ່າການທ່ອງທ່ຽວ ແລະການບິນໂລກເວົ້າລວມ ແລະຫວຽດນາມ ເວົ້າສະເພາະແມ່ນໜຶ່ງໃນບັນດາຂະແໜງການຖືກຜົນສະທ້ອນໜັກໜ່ວງທີ່ສຸດຈາກພະຍາດໂຄວິດ-19.

ພິທີໄຂປີທ່ອງທ່ຽວແຫ່ງຊາດ-ກວາງນາມ 2022
ລາຍການສິລະປະທີ່ພິທີໄຂ. ພາບ: qdnd.vn

ລັດຖະບານ, ນາຍົກລັດຖະມົນຕີໄດ້ຊີ້ນໍາ, ນໍາພາ, ປະກາດໃຊ້ ແລະຜັນຂະຫຍາຍນະໂຍບາຍໜູນຊ່ວຍວິສາຫະກິດ, ຜູ້ນໍາທ່ຽວ ແລະຜູ້ອອກແຮງງານໃນຂະແໜງທ່ອງທ່ຽວ, ພ້ອມທັງກໍານົດວ່າ ມາດຕະການພື້ນຖານທີ່ສຸດແມ່ນວາງອອກບັນດາມາດຕະການທີ່ຂ້ຽວຂາດເພື່ອຄວບຄຸມພະຍາດ, ຟື້ນຟູບັນດາການເຄື່ອນໄຫວທ່ອງທ່ຽວ, ເປີດປະຕູການທ່ອງທ່ຽວໂດຍໄວ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນປະຕິບັດບັນດານະໂຍບາຍທີ່ສ້າງເງື່ອນໄຂສະດວກ ເພື່ອໃຫ້ການທ່ອງທ່ຽວພັດທະນາແບບຍືນຍົງ; ເພີ່ມທະວີການດຶງດູດການລົງທຶນ, ຂຸດຄົ້ນຄວາມສາມາດບົ່ມຊ້ອນຢ່າງສົມເຫດສົມຜົນ, ຮັກສາສິ່ງແວດລ້ອມຊີວະພາບ; ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການທ່ອງທ່ຽວ. ພ້ອມກັນນັ້ນ, ບັນດາກະຊວງ, ຂະແໜງການສູນກາງຄວນສົມທົບ, ຮ່ວມມືກັບແຂວງກວາງນາມ ແລະບັນດາທ້ອງຖິ່ນຢູ່ເຂດແຄມທະເລພາກກາງຢ່າງແໜ້ນແຟ້ນ ເພື່ອສ້າງເງື່ອນໄຂ ແລະແກ້ໄຂຄວາມຫຍຸ້ງຍາກໃນການເຄື່ອນໄຫວທ່ອງທ່ຽວ, ດຶງດູດການລົງທຶນໂດຍທັນທີ; ຍູ້ແຮງວຽກງານຫັນການເຄື່ອນໄຫວພັດທະນາການທ່ອງທ່ຽວເປັນວຽກງານສັງຄົມ, ຊຸກຍູ້ບັນດາຂະແໜງການອື່ນໆພ້ອມກັນພັດທະນາ.

ກອ​ງ​ທັບ​

ເຫດການ