ການຢ້ຽມຢາມຈີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ຮັບຜົນສຳເລັດຢ່າງຈົບງາມ

00:00 | 29/07/2023

ຍສໝ - ການ​ຢ້ຽມຢາມ​ຈີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຟ້າມ​​ມິງຈິງ ​ໄດ້​ສ້າງ​ພື້ນຖານ​ອັນ​ສຳຄັນ​ໃຫ້​ແກ່​ການ​ຊຸກຍູ້ ​ແລະ ລົງ​ເລິກ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ຈີນ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ຈີນ
ຫວຽດນາມ ຖື​ເປັນ​ສຳຄັນ​ ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ​ຈີນ ຫວຽດນາມ ຖື​ເປັນ​ສຳຄັນ​ ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ​ຈີນ

ຕອນຄ່ຳວັນທີ 28 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ສິ້ນສຸດການຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມປະຈຳປີ ຄັ້ງທີ 14 ຂອງເວທີປາໄສ ເສດຖະກິດໂລກ (WEF) ຢ່າງຈົບງາມ. ເມື່ອຕອບສຳພາດຕໍ່ສື່ມວນຊົນພາຍຫຼັງການຢ້ຽມຢາມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຢັ້ງຢືນວ່າ: ການຢ້ຽມຢາມບັນລຸຜົນສຳເລັດຢ່າງຈົບງາມ ແລະ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ. ລະອຽດຄື, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດໄດ້ຮັບການເພີ່ມທະວີ, ສ້າງພື້ນຖານສຳຄັນເພື່ອຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃນສະພາບການໃໝ່.

ການຢ້ຽມຢາມຈີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ຮັບຜົນສຳເລັດຢ່າງຈົບງາມ

ສອງຝ່າຍກໍ່ເຫັນດີເປັນເອກະພາບຍົກສູງຄຸນນະພາບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ຍູ້ແຮງການເຊື່ອມຕໍ່ຄົມມະນາຄົມ, ພິເສດແມ່ນໃນຂົງເຂດທາງລົດໄຟ, ທາງບົກ, ພື້ນຖານໂຄງລ່າງດ່ານຊາຍແດນ, ຍົກສູງປະສິດທິພາຍການຈາລະຈອນ, ຮັກສາການພົວພັນແລກປ່ຽນການຄ້າໃຫ້ສະດວກ, ຮັບປະກັນລະບົບການຜະລິດ ແລະ ລະບົບການສະໜອງ. ສອງຝ່າຍເຫັນດີຈະຟື້ນຟູບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ. ໄປຄຽງຄູ່ກັບບັນດາການເຄື່ອນໄຫວທາງການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຍັງໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສວິສາຫະກິດ ຫວຽດນາມ - ຈີນ, ດ້ວຍການເຂົ້າຮ່ວມຂອງບັນດາວິສາຫະກິດ ຈີນ ເປັນຈຳນວນຫຼວງຫຼາຍ, ພົບປະແລກປ່ຽນນັກປັນຍາຊົນມິດຕະພາບ, ພົບປະກັບວິສາຫະກິດຂະໜາດໃຫຍ່ຂອງຈີນຫຼາຍຢ່າງ…

ກ່ຽວກັບຄວາມໝາຍ ແລະ ໝາກຜົນຂອງການເຂົ້າຮ່ວມກອງປະຊຸມເວທີປາໄສເສດຖະກິດໂລກ (WEF) ປີນີ້, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ຢັ້ງຢືນວ່າການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ WEF. ເລື່ອງສອງຝ່າຍລົງນາມໃນບົດບັນທຶກຊ່ວຍຈຳ (MoU) ໄລຍະ 2023 – 2026 ໄດ້ສ້າງພື້ນຖານເພື່ອເພີ່ມທະວີການພົວພັນສອງຝ່າຍໃນໄລຍະໃໝ່. ການພົບປະຄັ້ງຕ່າງໆຂອງທ່ານນາຍົກລັດຖະມົນຕີ ກັບການນຳບັນດາປະເທດທີ່ກອງປະຊຸມໄດ້ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ກັບ ມົງໂກນ, ນິວຊີແລນ, ບາກບາດິດ ເລິກເຊິ່ງຂຶ້ນຕື່ມ, ພິເສດໃນບັນດາຂົງເຂດທີ່ຍັງມີຄວາມສາມາດບົ່ມຊ້ອນ, ຄື: ເສດຖະກິດ, ການຄ້າ, ການທ່ອງທ່ຽວ… ເລື່ອງຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມການພົບປະ, ແລກປ່ຽນຢ່າງເປີດອົກເປີດໃຈກັບການນຳບັນດາກຸ່ມບໍລິສັດແຖວໜ້າໄດ້ສືບຕໍ່ສົ່ງສານເຖິງປະຊາຄົມວິສາຫະກິດທົ່ວໂລກ ກ່ຽວກັບບັນດາຜົນສຳເລັດ, ຄວາມສາມາດບົ່ມຊ້ອນ, ທ່າແຮງ, ບັນດາເປົ້າໝາຍ ແລະ ການກຳນົດທິດພັດທະນາຂອງ ຫວຽດນາມ.

ຄຳຮຸ່ງ

ທ່ານອາດຈະມັກ

302 Found

Found

The document has moved here.