ຫວຽດນາມ ຖື​ເປັນ​ສຳຄັນ​ ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ​ຈີນ

00:00 | 27/07/2023

ຍສໝ - ໃນວັນທີ 25 ມິຖຸນາ, ຢູ່ນະຄອນຫຼວງ ປັກກິ່ງ, ໃນຂອບເຂດການຢ້ຽມຢາມ ຈີນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ມີການພົບປະກັບກຳມະການຄະນະລັດຖະບານ, ລັດຖະມົນຕີການຕ່າງປະເທດ ຈີນ ສິນກາງ.

ລົງ​ເລິກການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ເລິກເຊິ່ງຂຶ້ນຕື່ມ ລົງ​ເລິກການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ເລິກເຊິ່ງຂຶ້ນຕື່ມ
ຫວຽດນາມ, ຈີນ ຊຸກຍູ້ການຮ່ວມມືພັດທະນາ ວິສາຫະກິດພາກລັດ ຫວຽດນາມ, ຈີນ ຊຸກຍູ້ການຮ່ວມມືພັດທະນາ ວິສາຫະກິດພາກລັດ

​ໃນ​ບັນຍາກາດ​ແຫ່ງ​ຄວາມ​ຈິງ​ໃຈ, ມິດຕະພາບ ​ແລະ ຄວາມ​ເປີດ​ອົກ​ເປີດ​ໃຈ, 2 ຝ່າຍ​ໄດ້​ປຶກສາ​ຫາລື​ບັນດາ​ມາດ​ຕະການເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ພັກ ​ແລະ 2 ປະ​ເທດ ຫວຽດນາມ - ຈີນ. ທ່ານ​ລັດຖະມົນຕີ ບຸ່ຍແທັງເຊີນ ​ເນັ້ນ​ໜັກ​ວ່າ ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ​ຈີນ. ນີ້​ແມ່ນ​ບຸລິມະສິດ​ອັນ​ດັບ​ໜຶ່ງ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ​ແມ່ນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນ​ເປັນ​ຫຼາຍ​ຝ່າຍ ​ແລະ ຄວາມ​ຫຼາກ​ຫຼາຍ​ຂອງ​ການ​ພົວພັນ​ຕ່າງປະ​ເທດ.

ຫວຽດນາມ ຖື​ເປັນ​ສຳຄັນ​ ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ​ຈີນ

ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ມີການພົບປະກັບກຳມະການຄະນະລັດຖະບານ, ລັດຖະມົນຕີການຕ່າງປະເທດ ຈີນ ສິນກາງ.

ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຈີນ ສິນກາງ ຢັ້ງຢືນວ່າ ຈີນ ຖື ຫວຽດນາມ ເປັນທິດທາງບຸລິມະສິດຂອງນະໂຍບາຍການຕ່າງປະເທດສຳລັບປະເທດບ້ານໃກ້ເຮືອນຄຽງ ຂອງ ຈີນ, ກໍຄື ໃນການພົວພັນລະຫວ່າງ ຈີນ ກັບ ອາຊຽນ.

ລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຊຸກຍູ້ການພົວພັນແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ໜູນຊ່ວຍບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໃນການຮັດແໜ້ນການຮ່ວມມືໃນທຸກຂົງເຂດໃຫ້ແທດຈິງ, ເລິກເຊິ່ງກວ່າອີກ, ເພີ່ມທະວີການພົບປະແລກປ່ຽນມິດຕະພາບລະຫວ່າງປະຊາຊົນສອງປະເທດ; ເປີດກວ້າງການຮ່ວມມືຢູ່ເວທີປາໄສຫຼາຍຝ່າຍ; ແກ້ໄຂຄວາມບໍ່ລົງລອຍກັນໃຫ້ສົມເຫດສົມຜົນ, ພ້ອມກັນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ. ສອງຝ່າຍເຫັນດີເປັນເອກະພາບ ຈະສືບຕໍ່ປະຕິບັດບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງພັກ, ສອງລັດຢ່າງເຂັ້ມງວດ, ຄວບຄຸມຄວາມບໍ່ລົງລອຍກັນໃຫ້ເປັນຢ່າງດີ, ແກ້ໄຂບັນດາບັນຫາຢູ່ທະເລ ໃຫ້ຖືກຕ້ອງກົມກຽວ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.