ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງບັນດາປະເທດ ASEAN.

00:00 | 28/07/2023

ຍສໝ- ວັນທີ 07 ມິຖຸນາ, ກອງປະຊຸມຜູ້ບັນຊາການທະຫານສູງສຸດ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN) ຄັ້ງທີ 20 (ACDFM-20) ໄດ້ໄຂຂື້ນຢູ່ ບາຫຼີ ປະເທດອິນໂດເນເຊຍ.

ຄະນະຜູ້ແທນຂັ້ນສູງຂອງກອງທັບປະຊາຊົນຫວຽດນາມ ໂດຍ ທ່ານພົນໂທ ຫງວຽນ​ເຕີນ​ເກື່ອງ ກຳມະການສູນກາງພັກ, ກຳມະການປະຈຳຄະນະພັກທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ນຳໜ້າ ແລະ ເຂົ້າຮ່ວມກອງປະຊຸມ.

ກ່າວຄຳປາໄສທີ່ກອງປະຊຸມ ທ່ານພົນໂທ ຫງວຽນ​ເຕີນ​ເກື່ອງ ເນັ້ນໜັກວ່າ ໂດຍເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ແລະ ASEAN, ກອງທັບປະຊາຊົນຫວຽດນາມໄດ້, ພວມ ແລະ ຈະ​ສືບ​ຕໍ່​ເຂົ້າ​ຮ່ວມ​ບັນດາການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ກອງທັບ​ຂອງບັນດາ​ປະ​ເທດ ASEAN ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ​.

ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງບັນດາປະເທດ ASEAN.


ທ່ານພົນໂທ ຫງວຽນ​ເຕີນ​ເກື່ອງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ.

ທ່ານພົນໂທ ຫງວຽນ​ເຕີນ​ເກື່ອງ ຮຽກຮ້ອງບັນດາປະເທດທີ່ກ່ຽວຂ້ອງສືບຕໍ່ເນັ້ນໜັກເຖິງຄຳໝັ້ນສັນຍາຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ; ພ້ອມ​ກັນ​ນັ້ນ ກໍ່​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ປະຕິບັດ​ຖະ​ແຫຼ​ງການກ່ຽກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ (DOC), ສິ້ນ​ສຸດ​ການ​ເຈລະຈາໂດຍໄວ ​ແລະ ລົງ​ນາມ​ໃນ​ກົດ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ທີ່ແທດຈິງ​, ປະ​ສິດ​ທິ​ຜົນ​, ສອດ​ຄ່ອງ​ກັບ​ກົດ​ຫມາຍ​ສາ​ກົນ​. ສິ່ງ​ດັ່ງກ່າວ​ຈະ​ຢືນຢັນ​ບັນດາ​ຄຳໝັ້ນສັນຍາ​ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ກຳລັງປ້ອງກັນຊາດເພື່ອ​ສັນຕິພາບ, ຄວາມ​ວັດທະນາ​ຖາວອນ ​ແລະ ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ.

ໃນໂອກາດນີ້, ທ່ານພົນໂທ ຫງວຽນ​ເຕີນ​ເກື່ອງ ເຊີນ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ສຳ​ຄັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ - ການປ້ອງ​ກັນຊາດ ​ໃນ​ປີ 2023 ໂດຍ​ຫວຽດ​ນາມ ​ເປັນ​ເຈົ້າ​ພາບ​ຄື: ກອງ​ປະ​ຊຸມ​ປະ​ຈໍາ​ປີ​ເຄືອ​ຂ່າຍ​ສູນ​ຮັກ​ສາ​ສັນ​ຕິ​ພາບ​ ASEAN ​ຄັ້ງ​ທີ 8; ການແຂ່ງຂັນບານສົ່ງການທະຫານຂອງບັນດາປະເທດ ASEAN ແລະ ຮ່ວມກັບຍີ່ປຸ່ນ ເປັນປະທານຈັດ​ຕັ້ງ​ການເຄື່ອນໄຫວທ້າຍຮອບວຽນ​ຂອງ​ກຸ່ມ​ຊ່ຽວ​ຊານ​ ADMM+ ກ່ຽວ​ກັບ​ການ​ຮັກສາ​ສັນຕິພາບ ​ໃນ​ໄລຍະ 2021-2023. ​ຫວຽດ​ນາມ ກໍ່ຈະຈັດຕັ້ງສະ​ເຫຼີມ​ສະ​ຫຼອງ 80 ປີ​ ວັນສ້າງຕັ້ງກອງທັບ​ປະ​ຊາ​ຊົນ​ຫວຽດ​ນາມ ແລະ ວາງ​ແຜນ​ການຈະ​ຈັດ​ຕັ້ງ​ງານວາງ​ສະ​ແດງ​ການປ້ອງ​ກັນ​ຊາດ​ສາ​ກົນ​ຢູ່​ຫວຽດ​ນາມ ໃນ​ປີ 2024.

ນອກຈາກນັ້ນ,ທ່ານພົນໂທ ຫງວຽນ​ເຕີນ​ເກື່ອງ ກໍ່​ເນັ້ນ​ໜັກ​ເຖິງ​ຫົວ​ຂໍ້ “ສັນຕິພາບ, ຄວາມວັດທະນາຖາວອນ ​ແລະ ຄວາມ​ໝັ້ນຄົງ” ຂອງປະທານ​​​ ASEAN ອິນ​ໂດ​ເນ​ເຊຍ ສ່ອງແສງ​ໃຫ້​ເຫັນ​ຄວາມ​ປາ​ຖະ​ຫນາ​ລວມ​ຂອງ​ປະ​ເທດ​ສະ​ມາ​ຊິກ​ຂອງ​ປະ​ຊາ​ຄົມ​​​ ASEAN ​ແມ່ນຍົກສູງ​ຄວາມຕິດພັນກັນ, ​ສາມັກຄີ, ຮ່ວມ​ກັນ​ມຸ່ງ​ໄປ​ສູ່​ອະນາຄົດ, ​ໃນ​ນັ້ນ​ປະຊາຊົນ​ເປັນ​ໃຈກາງ; ​ໂດຍ​ເນັ້ນ​ໜັກ​ວ່າ ກອງທັບ​ຂອງ​ບັນດາ​ປະ​ເທດ ASEAN ​ແມ່ນ​ໜຶ່ງ​ເຈົ້າກຳທີ່ບໍ່ອາດຕັດແຍກອອກຈາກການຮັບມືກັບບັນດາ​ສິ່ງ​ທ້າ​ທາຍ​ລວມຢູ່​ພາກ​ພື້ນໄດ້, ພິ​ເສດ​ແມ່ນ​ໃນ​ສະພາບ​ຄວາມ​ໝັ້ນຄົງ​ທີ່​ສັບສົນ​ໃນ​ປະຈຸ​ບັນ, ​ເພື່ອ​ສັນຕິພາບ, ຄວາມວັດທະນາຖາວອນ ແລະ ຄວາມ​ໝັ້ນຄົງ.

ທີ່ກອງປະຊຸມ ACDFM-20 ກໍ່ໄດ້ຮັບຟັງບົດລາຍງານໝາກຜົນກອງປະຊຸມຜູ້ນຳສືບຂ່າວກອງທັບບັນດາປະເທດອາຊຽນ ຄັ້ງທີ 20 (AMIM-20) ແລະ ກອງປະຊຸມຫົວໜ້າກົມສູ້ຮົບກອງທັບບັນດາປະເທດອາຊຽນ ຄັ້ງທີ 13 (AMOM-13) ທີ່ໄດ້ຈັດຂຶ້ນໃນວັນທີ 5-6 ມິຖຸນາ ທີ່ຜ່ານມາ. ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ຮັບ​ຄວາມ​ສັນ​ໃຈ​ ​ແລະ ຕີ​ລາຄາ​ສູງ​ຈາກບັນດາ​ຜູ້​ແທນ​ແມ່ນ​ໃນ​ກອງ​ປະຊຸມ AMIM-20, ບັນດາ​ປະ​ເທດ​ໄດ້​ເຫັນ​ດີ​ຮັບຮອງ​ເອົາ​ເອກະສານລະບຽບຫຼັກການສ້າງຕັ້ງສະມາ​ຄົມ​ສືບຂ່າວກອງທັບ​​ ASEAN (AMIC) ​ແລະ ກອງ​ປະຊຸມການ​ນຳ AMIC ເຊິ່ງຈະ​ຈັດ​​ຢູ່​ຫວຽດນາມໃນໄລຍະໄວ​ທີ່​ສຸດ​. ທ່ານພົນໂທ ຫງວຽນ​ເຕີນ​ເກື່ອງ ກໍ່​​ຊົມ​ເຊີຍຕໍ່ການສະໜັບສະໜູນ​ໜູນທີ່ປະດິດສ້າງ​ AMIC ໂດຍການ​ສະເໜີຂອງປະເທດ​ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.