ລ​າວ ​ຮຽກ​ຮ້ອງ​ໃຫ້ ອາ​ຊຽນ​ ພ້ອມ​ກັນ​ກະ​ທຳ​ເພື່ອ​ຄ້ຳ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ

12:37 | 12/05/2023

ຍ​ສ​ໝ - ໄດ້​ລົງ​ຂ່າວ​ວ່າ ລາວ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ອາ​ຊຽນ ແລະ ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ໃນ​ພາກ​ພື້ນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ລົບ​ລ້າງ​ຄວາ​ມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ຄ້ຳ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ.

​ຮັບເອົາ​ສິ່ງຍອດ​ຍິ່ງ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຂອງປະ​ເທດ​ເພື່ອນ​ເພື່ອ​ເຮັດ​ໃຫ້​ວັດ​ທະ​ນະ​ທຳ​ຂອງ​ປະ​ຊາ​ຄົມຫຼາກຫຼາຍ​ກ່​ວາ​ເກົາ ​ຮັບເອົາ​ສິ່ງຍອດ​ຍິ່ງ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຂອງປະ​ເທດ​ເພື່ອນ​ເພື່ອ​ເຮັດ​ໃຫ້​ວັດ​ທະ​ນະ​ທຳ​ຂອງ​ປະ​ຊາ​ຄົມຫຼາກຫຼາຍ​ກ່​ວາ​ເກົາ
ຫ​ວຽດ​ນາມ ແລະ ລາວ​ພ້ອມ​ກັນ​ກໍ່​ສ້າງ​ພື້​ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ຄວາມ​ເປັນ​ເຈົ້າ​ຂອງ ຫ​ວຽດ​ນາມ ແລະ ລາວ​ພ້ອມ​ກັນ​ກໍ່​ສ້າງ​ພື້​ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ຄວາມ​ເປັນ​ເຈົ້າ​ຂອງ
ລ​າວ ​ຮຽກ​ຮ້ອງ​ໃຫ້ ອາ​ຊຽນ​ ພ້ອມ​ກັນ​ກະ​ທຳ​ເພື່ອ​ຄ້ຳ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ
ພາບ​ປະ​ກອບ: TTXVN

ວັນ​ທີ 10 ພຶດ​ສະ​ພາ, ໜັງ​ສື​ພິມ Vientiane Times ໄດ້​ລົງ​ຂ່າວ​ວ່າ ລາວ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ອາ​ຊຽນ ແລະ ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ໃນ​ພາກ​ພື້ນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ລົບ​ລ້າງ​ຄວາ​ມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ຄ້ຳ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ.

​ບົດ​ຂຽນ​ໃຫ້​ຮູ້​ວ່າ ເມື່ອ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມາະພາ​ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ - ສັງ​ຄົມ ອາ​ຊ​ຽນ (ASCC) ຄັ້ງ​ທີ 29 ທີ່​ໄດ້​ຈັດ​ຂຶ້ນ​ຢູ່ Bali ປະ​ເທດ ອິນ​ໂດ​ເນ​ເຊຍ ເມື່ອ​ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ນາງ ສວນສະຫວັນ ວິຍະເກດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ການ​ທ່ອງ​ທ່ຽວ​ລາວ ໃຫ້​ຮູ້​ວ່າ ການ​ແກ້​ໄຂ​ຊ່ອງ​ຫວ່າງ ແລະ ຊອກ​ຫາ​ວິ​ທີ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກໃຫ້​ແກ່​ຄົນ​ທຸກ​ຍາກ ບໍ່​ແມ່ນ​ໜ້າ​ທີ່​ງ່າຍ​ດາຍ ສຳ​ລັບ​ອົງ​ການໃດ​ໜຶ່ງ. ທ່ານ​ນາງ ສວນສະຫວັນ ວິຍະເກດ ຮຽກ​ຮ້ອງ​ໃຫ້​ບັນ​ດ​າ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ກໍ່​ຄື​ພາກ​ພື້ນ ແລະ ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ ຊຸກ​ຍູ້​​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທີ່​ມີ​ຢູ່​ແລ້ວ ແລະ ເພີ່ມ​ທະ​ວີ​ການ​ລົງ​ທຶນ​ກ່ຽວ​ກັ​ບ​ແຫຼ່ງ​ທຶນ ກໍ່​ຄື​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ທ່ານ​ນາງ ກໍ່​ຢັ້ງ​ຢືນ​ວ່າ ສິ່ງ​ນີ້​ຈະ​ສ້າງ​ເງື່ອນ​ໄຂ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານໃນ​ພາກ​ພື້ນ.

ທ່ານ​ນາງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ການ​ທ່ອງ​ທ່ຽວ ລາວ​ ໃຫ້​ຮູ້​ວ່າ ປະ​ເທດ​ນີ້​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ ອິນ​ໂດ​ເນ​ເຊຍ ແລະ ບັນ​ດ​າ​ປະ​ເທດ​ສະ​ມາ​ຊິກ ເພື່ອ​ປະ​ຕິ​ບັດ​ບັນ​ດາ​ບຸ​ລິ​ມະ​ສິດ​ຂອງ ອາ​ຊຽນ ແລະ ຮັບ​ປະ​ກັນ​ຜົນ​ສຳ​ເລັດຂອງ ອາ​ຊຽນ ໃນ​ປີ 2023. ທ່ານ​ນາງ​ຖື​ວ່າ ສິ່ງ​ນີ້​ຈະ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ພາກ​ພື້ນ ແລະ ແມ່ນ​ພື້ນ​ຖານ​ໃຫ້​ແກ່​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ​ ຂອງ​ລາວ ​ໃນ​ປີ 2024.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.