![]() |
ຊາວໜຸ່ມເຊື້ອສາຍຫວຽດນາມ ເຂົ້າຢ້ຽມຢາມ ແລະ ມອບຂອງຂວັນໃຫ້ ເດັກກຳພ້າ ແລະ ເສຍອົງຄະ.
ເມື່ອມາຮອດ ນະຄອນ ໂຮ້ຍອານ ມື້ວັນທີ 18 ກໍລະກົດ ຄະນະຊາວໝຸ່ມຄົນຫວຽດນາມສັນຊາດຕ່າງປະເທດ ໄດ້ຢ້ຽມຢາມ, ມອບຂອງຂວັນ ໃຫ້ສູນລ້ຽງເດັກກຳພ້າ ແລະ ພິການ ແຂວງ ກ້ວາງນາມ. ຕະລຶງນຳຄວາມງາມຂອງເມືອງເກົ່າໂຮ້ຍອານ ຫຼັງຄາເຮືອນເກົ່າເຮັດດ້ວຍດິນຂໍທີ່ເກີດມີເທົາເກາະຕິດ, ນ້ອງຟ້າມເຟືອງແອັງ ( ອາຍຸ 16 ປີ, ເກີດຢູ່ຮ່າໂນ້ຍ ແຕ່ໄປອາໄສຢູ່ນຳຄອບຄົວຢູ່ປະເທດ ໂປໂລຍ) ໄດ້ແບ່ງປັນວ່າ ລາວຍັງບໍ່ທັນມີໂອກາດໄປທ່ຽວໃສຫຼາຍຕອນຢູ່ຫວຽດນາມ, ສະນັ້ນນີ້ແມ່ນໂອກາດທີດີ ທີ່ລາວຈະຊອກຄົ້ນ ຄວາມງາມຂອງບ້ານເກີດເມືອງນອນຂອງຕົນ. ພາຍຫຼັງ 1 ອາທິດ ທີ່ເຂົ້າຮ່ວມຄ້າຍລະດູຮ້ອນ ຫວຽດນາມ " 15 ປີ - ເຊື່ອມອ້ອມກອດອັນຍິ່ງໃຫຍ່ " ດ້ວຍການເຄື່ອນໄຫວກິດຈະກຳທີ່ມີຄວາມໝາຍ, ເຟືອງແອັງ ໄດ້ເຜີຍຄວາມໃນໃຈວ່າ ລາວເຂົ້າໃຈຫຼາຍຂື້ນກ່ຽວກັບວັດທະນະທຳອັນເປັນເອກກະລັກຂອງຫຼາຍແຂວງ, ນະຄອນທີ່ຄ້າຍໄດ້ຜ່ານມາ.
ເຟືອງແອັງແບ່ງປັນວ່າ: "ເມື່ອກັບໄປໂປໂລຍແລ້ວ ລາວຈະແນະນຳໃຫ້ໝູ່ເພື່ອນຕ່າງປະເທດຂອງລາວ ຮູ້ຫຼາຍຂື້ນກ່ຽວກັບ ຄົນຫວຽດນາມ, ສະຖານທີ່ທ່ອງທ່ຽວຂອງບ້ານເກີດເມືອງນອນຂອງຕົນ. ອີກບໍ່ດົນນີ້ລາວແລະຄອບຄົວຈະກັບມາ ຫວຽດນາມອີກ, ແລະ ໃຊ້ເວລາຫຼາຍຂື້ນໃນການຊອກຮູ້ ຄົ້ນຫາ ກ່ຽວກັບ ສະຖານທີ່ທ່ອງທ່ຽວທາງປະຫວັດສາດ , ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງປະເທດ".
ຜ່ານການຈັດຕັ້ງໂຄງການ 14 ຄັ້ງ ແຕ່ປີ 2004, ຄ້າຍລະດູຮ້ອນໄດ້ກາຍເປັນ ເຫດການປະຈຳປີ ທີ່ມີຄວາມໝາຍສຳຄັນ ສຳລັບຊາວໜຸ່ມເຊື້ອສາຍຫວຽດນາມ ທົ່ວທຸກທິດໃນໂລກກັບຄືນມາບ້ານເກີດເມືອງນອນ ພົບປະ, ແລກປ່ຽນ ແລະ ຊອກຮູ້ກ່ຽວກັບຕົ້ນກຳເນີດວັດທະນະທຳ, ປະຫວັດສາດ, ມູນເຊື້ອຮັກຊາດຂອງປະຊາຊົນບັນດາເຜົ່າ.
![]() |
ຊາວໜຸ່ມເຊື້ອສາຍຫວຽດນາມ ເຂົ້າຢ້ຽມຢາມ ແລະ ມອບຂອງຂວັນໃຫ້ ເດັກກຳພ້າ ແລະ ເສຍອົງຄະ.
ໂຄງການ "ຄ້າຍລະດູຮ້ອນຫວຽດນາມ 2018" ມີການເຂົ້າຮ່ວມຂອງຕົວແທນຊາວໜຸ່ມເຖິງ 120 ຄົນ, ອາຍຸຕັ້ງແຕ່ 16-24ປີ ມາຈາກ 29 ປະເທດຂອງທະວີບ ອາຊີ, ເອີລົບ, ອາຟລິກາ, ອາເມລິກາ. ທ່ານນາງ ວູ໋ຕູ໋ແອັງ ຮອງຫົວໜ້າກົມ ຖະແຫຼງຂ່າວ ຄະນະກຳມະການລັດຖະບານຫວຽດນາມ ຢູ່ຕ່າງຕ່າງປະເທດ, ໃຫ້ຮູ້ວ່າ ຂະບວນການ “ ເຊື່ອມຕໍ່ອ້ອມກອດອັນຍິ່ງໃຫຍ່” ຂອງຄ້າຍລະດູຮ້ອນ ຫວຽດນາມ 2018 ຈະດຳເນີນໄປໄລຍະເວລາ 15ວັນ, ຜ່ານ 11 ແຂວງນະຄອນ ດ້ວຍກິດຈະກຳທີ່ມີຄວາມໝາຍສຳຄັນ ແລະ ຫຼາກຫຼາຍ. ນີ້ແມ່ນໂອກາດໃຫ້ຊາວໜຸ່ມເຊື້ອສາຍຫວຽດນາມທົ່ວໂລກກັບ ບ້ານເກີດເມືອງນອນ ແລະ ຮຽນຮູ້ເອກກະລັກຂອງວັດທະນະທຳຢ່າງເລິກເຊິ່ງ, ຮູ້ເຖິງກົກເຄົ້າກຳເນີດ ຂອງພື້ນຖານອະລິຍະທຳ. ຊາວໜຸ່ມເຊື້ອສາຍຫວຽດນາມຈະຮ່ວມກັນຊອກຮູ້ຕື່ມກ່ຽວກັບ ນະໂຍບາຍພາຍໃນ, ຕ່າງປະເທດ ກໍ່ຄືນະໂຍບາຍ ພັດທະນາເສດຖະກິດ, ສັງຄົມຂອງພັກ-ລັດ ຫວຽດນາມ…, ຈາກນັ້ນຍົກສູງຄວາມພາກພູມໃຈຊົນເຜົ່າ, ຜູກພັນກັບບ້ານເກີດເມືອງນອນຫຼາຍຂື້ນ.
ໂຄງການຄ້າຍລະດູຮ້ອນ ຫວຽດນາມ ຈັດໂດຍ ຄະນະກຳມະການ ລັດຖະບາຍກ່ຽວກັບຄົນຫວຽດນາມ ຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ທຸກໆປີໃຫ້ແກ່ຊາວໜຸ່ມ, ນັກຮຽນເຊື້ອຊາດຫວຽດນາມ ທີ່ກຳລັງຮຳຮຽນ ແລະ ດຳລົງຊີວິດຢູ່ 109 ປະເທດໃນທົ່ວທຸກມຸມໂລກ. ພາຍຫຼັງ 14ປີ ຈັດຕັ້ງປະຕິບັດ, ຄ້າຍລະດູຮ້ອນ ຫວຽດນາມ ດຶງດູດນ້ອງນ້ອຍຊາວໜຸ່ມເຂົ້າຮ່ວມ ເຖິງ 2.000ຄົນ , ນັກຮຽນມາຈາກ 30 ປະເທດທົ່ວໂລກ. ນີ້ແມ່ນຕົວແທນທີ່ດີເດັ່ນ ໃນຂະແໜງການຮຽນ, ກິລາ, ສິນລະປະ… ມີການປະກອບສ່ວນເຂົ້າໃນຂະບວນການກໍ່ສ້າງມວນມະຫາຊົນ, ໄດ້ຮັບການຄັດເລືອກຈາກສະມາຄົນຄົນຫວຽດນາມຢູ່ຕ່າງປະເທດໃນໂລກ.
(ຫັດທະບູນ)