ປັບປຸງສຸຂະພາບແມ່ ແລະ ເດັກເກີດໃໝ່ຢູ່ຊຸມຊົນເຜົ່າສ່ວນໜ້ອຍຢູ່ ດັກລັກ

07:25 | 31/12/2021

ຍສໝ - ໂຄງການ “ປັບປຸງສຸຂະພາບແມ່ ແລະ ເດັກເກີດໃໝ່ຢູ່ຊຸມຊົນເຜົ່າສ່ວນໜ້ອຍ” ຈະໄດ້ຈັດຕັ້ງປະຕິບັດຢູ່ 20 ຕາແສງ ໃນ 4 ເມືອງຂອງແຂວງດັກລັກ ແລະ ເຊີນລາ. ຄາດວ່າ ມີ 73.673 ຄົນຈະໄດ້ຮັບຜົນປະໂຫຍດຈາກການເຄື່ອນໄຫວ ຂອງໂຄງການນີ້.

ວຽກງານຈຸດສຸມຈໍານວນໜຶ່ງໃນປີ 2022 ຂອງສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ແຂວງ ດັກລັກ ວຽກງານຈຸດສຸມຈໍານວນໜຶ່ງໃນປີ 2022 ຂອງສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ແຂວງ ດັກລັກ
ແຂວງແຄງຮ່ວາ, ດັກລັກ, ບິ່ງເຢືອງ ໄດ້ມອບເງິນຈຳນວນ 1 ຕື້ດົ່ງ ເພື່ອສະໜັບສະໜູນ ນະຄອນປາກເຊ, ແຂວງ ຈຳປາສັກ (ລາວ) ໃນການປັບແປງຕົກແຕ່ງຕົວເມືອງ ແຂວງແຄງຮ່ວາ, ດັກລັກ, ບິ່ງເຢືອງ ໄດ້ມອບເງິນຈຳນວນ 1 ຕື້ດົ່ງ ເພື່ອສະໜັບສະໜູນ ນະຄອນປາກເຊ, ແຂວງ ຈຳປາສັກ (ລາວ) ໃນການປັບແປງຕົກແຕ່ງຕົວເມືອງ

ອົງການກູ້ຊ່ວຍເດັກນ້ອຍ (SC) ຫາກໍ່ເລີ່ມເຄື່ອນໄຫວໂຄງການ “ປັບປຸງ ສຸຂະພາບແມ່ ແລະ ເດັກເກີດໃໝ່ໃນຊຸມຊົນເຜົ່າສ່ວນໜ້ອຍ” ຢູ່ນະຄອນ ບວນມາທວດ (ດັກລັກ).

ປັບປຸງສຸຂະພາບແມ່ ແລະ ເດັກເກີດໃໝ່ຢູ່ຊຸມຊົນເຜົ່າສ່ວນໜ້ອຍຢູ່ ດັກລັກ
ປັບປຸງສຸຂະພາບແມ່ ແລະ ເດັກເກີດໃໝ່ຢູ່ຊຸມຊົນເຜົ່າສ່ວນໜ້ອຍຢູ່ ດັກລັກ. ພາບປະກອບ: thoidai.com.vn

ຕາມສະຖິຕິຂອງອົງການ UNICEF ປະຈໍາຫວຽດນາມ ແລ້ວ, ຍັງມີແມ່ ຢູ່ Ea Sup 26,5% ແລະ 42,5% ຢູ່ M'Drak ມີການກວດ ແລະ ເອໂກຖືພາ ຕໍ່າກວ່າ 3 ຄັ້ງ ຫຼື ຊ້ຳບໍ່ໜຳແມ່ນບໍ່ໄປກວດ. ສິ່ງດັ່ງກ່າວເຮັດໃຫ້ເກີດຄວາມສ່ຽງ ແລະ ອາການແຊກຊ້ອນຫຼາຍຢ່າງສໍາລັບທັງແມ່ ແລະ ລູກກ່ອນ, ໃນ ແລະ ຫຼັງເກີດລູກ.

​ໂຄງການມຸ່ງໄປເຖິງ​​ໝາກຜົນ​ທີ່​ຄາດຄະເນບັນລຸໄດ້, ນັ້ນ​ແມ່ນ​ການ​ປັບປຸງ​ຄວາມ​ຮູ້​ກ່ຽວ​ກັບ​ການ​ດູ​ແລ​ແມ່ ​ແລະ ເດັກ​ເກີດ​ໃໝ່​ຂອງ​ແມ່ຍິງ​ຖືພາ ​ແລະ ສະມາຊິກຊຸມຊົນ​ເຜົ່າສ່ວນໜ້ອຍ​ໃນ​ບັນດາ​ເມືອງໃນ​ໂຄງການ, ​ດ້ວຍການເຂົ້າຮ່ວມຂອງ​​ຜູ້​ທີ່ມີອິດທິພົນຊື່​ສຽງ ​ແລະ ສະມາຊິກ​ໃນ​ຊຸມ​ຊົນ; ປັບປຸງກໍາລັງຄວາມອາດສາມາດ ຂອງພະນັກງານການແພດໃນການດູແລແມ່ຍິງຖືພາ ແລະ ເດັກເກີດໃໝ່. ໂຄງການ “ປັບປຸງສຸຂະພາບແມ່ ແລະ ເດັກເກີດໃໝ່ຢູ່ຊຸມຊົນເຜົ່າສ່ວນໜ້ອຍ” ຈະໄດ້ຈັດຕັ້ງປະຕິບັດຢູ່ 20 ຕາແສງ ໃນ 4 ເມືອງຂອງແຂວງດັກລັກ ແລະ ເຊີນລາ. ຄາດວ່າ ມີ 73.673 ຄົນຈະໄດ້ຮັບຜົນປະໂຫຍດຈາກການເຄື່ອນໄຫວ ຂອງໂຄງການ.

ບູນມີ

ເຫດການ
302 Found

Found

The document has moved here.