ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະສັງສັນກັບບັນດານັກຂ່າວຜູ້ອາວຸໂສ ແລະການນຳບັນດາອົງການສຳນັກຂ່າວສານ, ສື່ມວນຊົນ

16:12 | 21/06/2018

ເນື່ອງໃນໂອກາດສະເຫຼີມສະຫຼອງ 93 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21/6/1925 – 21/6/2018), ຕອນເຊົ້າວັນທີ 20 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະສັງສັນກັບບັນດານັກຂ່າວຜູ້ອາວຸໂສ ແລະການນຳບັນດາອົງການສຳນັກຂ່າວສານ, ສື່ມວນຊົນໃນທົ່ວປະເທດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະສັງສັນກັບບັນດານັກຂ່າວຜູ້ອາວຸໂສ ແລະການນຳບັນດາອົງການສຳນັກຂ່າວສານ, ສື່ມວນຊົນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການພົບປະສັງສັນ. ພາບ: qdnd.vn.

ຕາງໜ້າການນຳພັກ, ລັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍ້ອງຍໍສັນລະເສີນ, ອວຍພອນຄວາມມານະພະຍາຍາມ ແລະບັນດາຜົນງານຂອງບັນດາອົງການສຳນັກຂ່າວສານ, ສື່ມວນຊົນ ແລະຖັນແຖວນັກຂ່າວປະຕິວັດຫວຽດນາມ ທີ່ບັນລຸໄດ້ໃນໄລຍະຜ່ານມາ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ, ສື່ມວນຊົນປະຕິວັດຫວຽດນາມ ຍາມໃດກໍ່ແມ່ນກຳລັງແກ່ນສານ, ສວມບົດບາດສຳຄັນໃນແນວຮົບແນວຄິດວັດທະນະທຳ, ເຕີບໃຫຍ່ຂະຫຍາຍຕົວ, ເຂັ້ມແຂງທຸກດ້ານ, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດປະຕິວັດຂອງພັກ, ພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະສັງສັນກັບບັນດານັກຂ່າວຜູ້ອາວຸໂສ ແລະການນຳບັນດາອົງການສຳນັກຂ່າວສານ, ສື່ມວນຊົນ

ບັນຍາກາດທີ່ການພົບປະສັງສັນສື່ມວນຊົນ. ພາບ: qdnd.vn.


ທ່ານນາຍົກລັດຖະມົນຕີ ແລະບັນດາສະມາຊິກລັດຖະບານຍາມໃດກໍ່ຮັບຟັງບັນດາຄວາມຫຍຸ້ງຍາກຂອງສື່ມວນຊົນ ເພື່ອມີການຊີ້ນຳໃຫ້ເໝາະສົມ, ສ້າງເງື່ອນໄຂສະດວກໃຫ້ສື່ມວນຊົນເຄື່ອນໄຫວຖືກຕ້ອງຕາມກົດໝາຍ, ມີປະສິດທິຜົນ... ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາ ແລະສະເໜີບັນດາສະຫາຍການນຳຂອງບັນດາກະຊວງ, ຄະນະ, ຂະແໜງການ, ອົງການສື່ມວນຊົນ ແລະຖັນແຖວນັກຂ່າວທັງໝົດຈົ່ງມານະພະຍາຍາມສູ້ຊົນເຮັດສຳເລັດພາລະກຳທີ່ໄດ້ມອບໝາຍໃຫ້...

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະສັງສັນກັບບັນດານັກຂ່າວຜູ້ອາວຸໂສ ແລະການນຳບັນດາອົງການສຳນັກຂ່າວສານ, ສື່ມວນຊົນ

ທ່ານພົນຈັດຕະວາ ຟ້າມວັນຮ໋ວນ ຫົວໜ້າບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນຫວຽດນາມ ກ່າວຄຳເຫັນທີ່ການພົບປະສັງສັນ. ພາບ: qdnd.vn.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະສັງສັນກັບບັນດານັກຂ່າວຜູ້ອາວຸໂສ ແລະການນຳບັນດາອົງການສຳນັກຂ່າວສານ, ສື່ມວນຊົນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖ່າຍຮູບພ້ອມກັບການນຳບັນດາອົງການສື່ມວນຊົນ. ພາບ: ຮວ່າງຮວ່າງ.

ທີ່ການພົບປະສັງສັນ, ການນຳບາງອົງການສື່ມວນຊົນ ສະເໜີລັດຖະບານ ຄວນມີການກຳນົດທິດຢ່າງມີໄຫວພິບ, ທັນການເພື່ອໃຫ້ບັນດາອົງການສື່ມວນຊົນປະຕິບັດໜ້າທີ່ໂຄສະນາບັນດາເຫດການ, ບັນຫາໃຫຍ່ຂອງປະເທດ ແລະບັນຫາເກີດຂຶ້ນໃນຊີວິດການເປັນຢູ່ຂອງສັງຄົມເປັນຢ່າງດີ...

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

ເຫດການ