ຄະນະກູ້ໄພກູ້ຊີບ ຫວຽດນາມຢູ່ ຕວກກີ: ບໍ່ໄດ້ຫວັ່ນໄຫວກັບຄວາມຫຍຸ້ງຍາກ, ຕັ້ງໃຈທີ່ຈະດຳເນີນ ພາລະກິດອັນສູງສົ່ງຢ່າງສໍາເລັດ

17:03 | 20/02/2023

ໄລ່ຮອດວັນທີ 19 ກຸມພາ, ສໍານັກຂ່າວສານ Anadolu ຂອງຕວກກີ ໄດ້ໃຫ້ຂ່າວວ່າ ວັນທີ 18 ກຸມພາ, ກໍາລັງກູ້ໄພກູ້ຊີບໄດ້ຊ່ວຍກອບກູ້ເອົາຊີວິດຂອງ 3 ຄົນ, ໃນນັ້ນ ມີ ເດັກນ້ອຍ 1 ຄົນ ອອກຈາກຊາກຫັກພັງຂອງອາຄານແຫ່ງໜຶ່ງ ຢູ່ນະຄອນ Antakya, ພາກໃຕ້ປະເທດນີ້, ພາຍຫຼັງຕິກຂ້າງມາເປັນເວລາ 296 ຊົ່ວໂມງ ນັບແຕ່ເມື່ອເກດເຫດແຜ່ນດິນໄຫວໃນວັນທີ 6 ກຸມພາ.

ສະຖານທູດຫວຽດນາມ ໜູນຊ່ວຍໜ່ວຍກູ້ໄພ ແລະ ເຮັດວຽກງານປົກປ້ອງພົນລະເມືອງ ສະຖານທູດຫວຽດນາມ ໜູນຊ່ວຍໜ່ວຍກູ້ໄພ ແລະ ເຮັດວຽກງານປົກປ້ອງພົນລະເມືອງ
ຫວຽດນາມ ຮັບຕຳແໜ່ງເປັນປະທານໜູນວຽນ ຄະນະກຳມະການ ອາຊຽນ ຢູ່ ຕວກກີ ຫວຽດນາມ ຮັບຕຳແໜ່ງເປັນປະທານໜູນວຽນ ຄະນະກຳມະການ ອາຊຽນ ຢູ່ ຕວກກີ

ໄລ່ຮອດຕອນແລງວັນທີ 18 ກຸມພາ (ຕາມເວລາ ຫວຽດນາມ), ກຳລັງກູ້ໄພກູ້ຊີບ ກອງທັບປະຊາຊົນ ຫວຽດນາມ ໄດ້ຊ່ວຍ ຕວກກີ ກຳນົດບ່ອນມີຜູ້ປະສົບເຄາະຮ້າຍ 14 ບ່ອນ, ໃນນັ້ນ ມີສອງບ່ອນ ແມ່ນມີຜູ້ຍັງມີຊີວິດຢູ່.

ວັນທີ 18 ກຸມພາ, ກຳລັງກູ້ໄພກູ້ຊີບກອງທັບປະຊາຊົນ ຫວຽດນາມ ໄດ້ຜັນຂະຫຍາຍການຊອກຫາຜູ້ປະສົບເຄາະຮ້າຍ ໃນເຫດແຜ່ນດິນໄຫວທີ່ 4 ເຂດອື່ນ ຢູ່ Antakya. ໃນນັ້ນ ມີ 2 ຈຸດພົບເຫັນມີຜູ້ປະສົບເຄາະຮ້າຍ ແລະ ໃຫ້ຫົວໜ່ວຍກູ້ໄພກູ້ຊີບປະຈຳຖິ່ນ ນຳຜູ້ຄົນເຫຼົ່ານັ້ນອອກຈາກຊາກຫັກພັງ. ຕາມກະຊວງປ້ອງກັນປະເທດ ຫວຽດນາມ, ໄລ່ຮອດຕອນແລງວັນທີ 18 ກຸມພາ (ຕາມເວລາ ຫວຽດນາມ), ກຳລັງກູ້ໄພກູ້ຊີບ ກອງທັບປະຊາຊົນ ຫວຽດນາມ ໄດ້ຊ່ວຍ ຕວກກີ ກຳນົດບ່ອນມີຜູ້ປະສົບເຄາະຮ້າຍ 14 ບ່ອນ, ໃນນັ້ນ ມີສອງບ່ອນ ແມ່ນມີຜູ້ຍັງມີຊີວິດຢູ່.

ຄະນະກູ້ໄພກູ້ຊີບ ຫວຽດນາມຢູ່ ຕວກກີ: ບໍ່ໄດ້ຫວັ່ນໄຫວກັບຄວາມຫຍຸ້ງຍາກ, ຕັ້ງໃຈທີ່ຈະດຳເນີນ ພາລະກິດອັນສູງສົ່ງຢ່າງສໍາເລັດ
ໄລ່ຮອດຕອນແລງວັນທີ 18 ກຸມພາ (ຕາມເວລາ ຫວຽດນາມ), ກຳລັງກູ້ໄພກູ້ຊີບ ກອງທັບປະຊາຊົນ ຫວຽດນາມ ໄດ້ຊ່ວຍ ຕວກກີ ກຳນົດບ່ອນມີຜູ້ປະສົບເຄາະຮ້າຍ 14 ບ່ອນ. (ພາບ: qdnd)

ສຳລັບຄະນະກູ້ໄພກູ້ຊີບກະຊວງຕຳຫຼວດ ຫວຽດນາມ, ພາຍຫຼັງ 7 ວັນທີ່ໄດ້ມານະພະຍາຍາມຊອກຫາ, ກູ້ໄພກູ້ຊີບຢູ່ ຕວກກີ, ກຳລັງດັ່ງກ່າວ ໄດ້ປະຕິບັດສຳເລັດໜ້າທີ່ໃນວັນທີ 19 ກຸມພາ ແລະ ກັບຄືນປະເທດ. ໄປຄຽງຄູ່ກັບວຽກງານກູ້ໄພກູ້ຊີບ, ຄະນະກູ້ໄພກູ້ຊີບກະຊວງຕຳຫຼວດ ຫວຽດນາມ ຍັງມອບອຸປະກອນການແພດ, ຢຸກຢາຂອງການນຳກະຊວງຕຳຫຼວດ ຫວຽດນາມ ໃຫ້ອົງການຮັບມືກັບໄພພິບັດ ແລະ ສະພາວະສຸກເສີນຂອງ ຕວກກີ (AFAD). ພ້ອມດຽວກັນນັ້ນ ກໍໄປຢ້ຽມຢາມຖາມຂ່າວ, ໃຫ້ກຳລັງໃຈ ແລະ ມອບຂອງຕ້ອນເລັກໆນ້ອຍໆຈາກ ຫວຽດນາມ ໃຫ່ປະຊາຊົນຢູ່ອ້ອມເຂດເກີດເຫດ. ຄວາມຕັດສິນໃຈ, ນ້ຳໃຈອົງອາດກ້າຫານ, ບໍ່ຢ້ານອິດຢ້ານເມື່ອຍຂອງກຳລັງກູ້ໄພກູ້ຊີບ ຫວຽດນາມ ຢູ່ ຕວກກີ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ໃນໝູ່ປະຊາຊົນປະເທດປະຈຳຖິ່ນ. ສິ່ງດັ່ງກ່າວ ກໍຢັ້ງຢືນມູນເຊື້ອ “ຮັກເພື່ອນຄືຮັກຕົນເອງ” ຂອງຊາດ ຫວຽດນາມ.

ໄລ່ຮອດວັນທີ 19 ກຸມພາ, ສໍານັກຂ່າວສານ Anadolu ຂອງຕວກກີ ໄດ້ໃຫ້ຂ່າວວ່າ ວັນທີ 18 ກຸມພາ, ກໍາລັງກູ້ໄພກູ້ຊີບໄດ້ຊ່ວຍກອບກູ້ເອົາຊີວິດຂອງ 3 ຄົນ, ໃນນັ້ນ ມີ ເດັກນ້ອຍ 1 ຄົນ ອອກຈາກຊາກຫັກພັງຂອງອາຄານແຫ່ງໜຶ່ງ ຢູ່ນະຄອນ Antakya, ພາກໃຕ້ປະເທດນີ້, ພາຍຫຼັງຕິກຂ້າງມາເປັນເວລາ 296 ຊົ່ວໂມງ ນັບແຕ່ເມື່ອເກດເຫດແຜ່ນດິນໄຫວໃນວັນທີ 6 ກຸມພາ.

ຄະນະກູ້ໄພກູ້ຊີບ ຫວຽດນາມຢູ່ ຕວກກີ: ບໍ່ໄດ້ຫວັ່ນໄຫວກັບຄວາມຫຍຸ້ງຍາກ, ຕັ້ງໃຈທີ່ຈະດຳເນີນ ພາລະກິດອັນສູງສົ່ງຢ່າງສໍາເລັດ

ໄລ່ຮອດເວລາ 16 ໂມງ 30 ນາທີ ຂອງວັນທີ 18 ກຸມພາ (ຕາມເວລາ ຫວຽດນາມ), ຈໍານວນຜູ້ເສຍຊີວິດທັງໝົດໃນເຫດແຜ່ນດິນໄຫວທີ່ເກີດຂຶ້ນໃນວັນທີ 6 ກຸມພາ ຢູ່ ຕວກກີ ແລະ ຊີຣີ ແມ່ນຂຶ້ນເຖິງກວ່າ 45. 000 ຄົນ. ໃນນັ້ນ ຢູ່ຕວກກີ ແມ່ນ 39.672 ຄົນ. ເຖິງຢ່າງໃດກໍຕາມ, ວົງການເຈົ້າໜ້າທີ່ ຕວກກີ ຖືວ່າ ຈໍານວນຜູ້ເສຍຊີວິດອາດຈະສືບຕໍ່ເພີ່ມຂຶ້ນ.

ກ່ຽວກັບການຊ່ວຍເຫຼືອມະນຸດສະທໍາ, ວັນທີ 17 ກຸມພາ, ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງບ້ວງເງິນຊ່ວຍເຫຼືອ 84,5 ລ້ານ USD ເພື່ອແນໃສ່ຕອບສະໜອງຄວາມຕ້ອງການດ້ານສາທາລະນະສຸກຂອງປະຊາຊົນຢູ່ສອງປະເທດດັ່ງກ່າວ ພາຍຫຼັງເຫດແຜ່ນດິນໄຫວ.

ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ສູນແຜ່ນດິນໄຫວ ເອີຣົບ ເມດີເຕຣາເນຍ (EMSC) ແຈ້ງໃຫ້ຊາບວ່າ, ວັນທີ 18 ກຸມພາ ເກີດມີເຫດແຜ່ນດິນໄຫວ ດ້ວຍຄວາມແຮງ 5,2 ຣິກເຕີ ເຮັດໃຫ້ເຂດພາກກາງ ຕວກກີ ສັ່ນສະເທືອນ. ປັດຈຸບັນ, ຍັງບໍ່ທັນມີຂໍ້ມູນກ່ຽວກັບການເສຍຫາຍກ່ຽວກັບຜູ້ຄົນ ແລະ ວັດຖຸເທື່ອ.

ເຫດການ
302 Found

Found

The document has moved here.