ອຽນຕືຍາມຕົ້ນລະດູບານໃໝ່

15:14 | 14/02/2023

ຊຸມ​ວວັນຕົ້ນ​ລະ​ດູ​ບານ​ໃໝ່​ປີ​ແມວ 2023, ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ແລະ ທັດ​ສະ​ນີ​ຍະ​ພາບ ອຽນ​ຕື ​ໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ ນັບ​ແສນ​ເທື່ອ​ຄົນ ມາ​ທ່ຽວ​ຊົມ​ໄຫວ້​ບູ​ຊາ​ພະ​ພຸດ​ທະ​ເຈົ້າ ຍາມ​ລະ​ດູ​ບານ​ໃໝ່.

ລາຍການ “ລະດູບານໃໝ່ຢູ່ເສັ້ນຊາຍແດນ ສ້າງຄວາມອົບອຸ່ນໃຈປະຊາຊົນ ບ້ານ”, ເພີ່ມທະວີຄວາມສາມັກຄີລະຫວ່າງທະຫານ ແລະ ປະຊາຊົນ ລາຍການ “ລະດູບານໃໝ່ຢູ່ເສັ້ນຊາຍແດນ ສ້າງຄວາມອົບອຸ່ນໃຈປະຊາຊົນ ບ້ານ”, ເພີ່ມທະວີຄວາມສາມັກຄີລະຫວ່າງທະຫານ ແລະ ປະຊາຊົນ
ຊົມ​ຮ່າ​ໂນ້ຍ ​ງາມ​ປານ​ໃດ​ໃນ​ລະ​ດູ​ທີ່​ຕົ້ນ​ໄມ້​ປ່ຽນ​ໃບ ຊົມ​ຮ່າ​ໂນ້ຍ ​ງາມ​ປານ​ໃດ​ໃນ​ລະ​ດູ​ທີ່​ຕົ້ນ​ໄມ້​ປ່ຽນ​ໃບ

ເຂດ​ປະ​ຊະ​ນີ​ຍະ​ສະ​ຖານປະ​ຫວັດ​ຊາດ ແລະ ທັດ​ສະ​ນີ​ຍະ​ພາບ​ ອຽນ​ຕື ທີ່​ແຂວງ​ກ໋​ວາງ​ນິງ ມີ​ຊື່ສຽງ ​ຍ້ອນ​ແມ່ນ​ດິນ​ແດນ​ພະ​ພຸດ ທີ່​ສັກ​ສິດ​ດ້ວຍ​ລະ​ບົບ​ວັດ​ວາ​ ອາຮາມ ເຊິ່ງ​ໄດ້​ເປັນ​ຂີດ​ໝາຍ​ໄລ​ຍະ​ທາ​ງ​ແຫ່ງ​ການບວດ​ຈຳ​ສິນ, ສອນ​​ສາສະ​ໜາ ແລະ ຕັດ​ສະຮູ້ ເປັນ​ພະ​ພຸດ​ທະ​ເຈົ້າ​ຂອງ ພະ​ພຸດ​ເຈົ້າ​ຊີ​ວິດ ເຈິ່ນ​ເຍິນ​ຕົງ (1258 – 1308).

ອຽນຕືຍາມຕົ້ນລະດູບານໃໝ່
ພາຍຫຼັງບໍ່ເຄື່ອນໄຫວເປັນເວລາ 2 ປີຍ້ອນຜົນສະທ້ອນຈາກໂຄວິດ - 19 ,ໃນວັນທີ 10 ເດືອນຈຽງ ປີແມວ 2023, ງານບຸນລະດູບານໃໝ່ 2023 ໄດ້ຖືກໄຂຂຶ້ນຢ່າງເປັນທາງການ. (ພາບ: VOV)
ອຽນຕືຍາມຕົ້ນລະດູບານໃໝ່
ນີ້ແມ່ນໜຶ່ງໃນບັນດາງານບຸນໃຫຍ່ ແລະ ແກ່ຍາວທີ່ສຸດ ຢູ່ເຂດພາກເໜືອ ອັນໄດ້ດຶງດູດພະສົງສຳມະເນນ, ພຸດທະສາສະນິກກະຊົນ, ແຂກທ່ອງທ່ຽວ ທັງຢູ່ ພາຍໃນ ແລະ ຕ່າງປະເທດ ນັບໝຶ່ນຄົນ ມານະມັດສະການ ຢູ່ວັດອຽນຕື ເຊິ່ງເປັນການສະແດງ ຄວາມເຄົາລົບນັບຖື ຕໍ່ພະພຸດເຈົ້າຊີວິດ ເຈິ່ນເຍິນຕົງ.(ພາບ: VOV)
ອຽນຕືຍາມຕົ້ນລະດູບານໃໝ່
ການນຳແຂວງກວາງນິງ ໄດ້ປະຕິບັດ ພິທີ ສວດມົນ ພາວະນາໃຫ້ປະເທດຊາດ ມີສັນຕິພາບ, ປະຊາຊົນຢູ່ເຢັນເປັນສຸກ, ຖວາຍ ດອກໄມ້, ຈູດທູບໄຕ້ທຽນ ບູຊາ ພະພຸດເຈົ້າຊີວິດ ເຈິ່ນເຍິນຕົງ ເຊິ່ງແມ່ນ ພະພິກຂຸ ອົງທຳອິດຂອງນິກາຍຈຸກເລິມອຽນຕື(ພາບ: VOV)
ອຽນຕືຍາມຕົ້ນລະດູບານໃໝ່
ໄລຍະທາງຂຶ້ນວັດອຽນຕື ແມ່ນຄວາມທົດສອບ ຄວາມທົນທານຂອງພຸດທະສາສະນິກກະຊົນ ແລະ ແຂກທ່ອງທ່ຽວ ເມື່ອຕ້ອງຂຶ້ນຂັ້ນໄດຫີນນັບພັນຂັ້ນ ດ້ວຍຫຼາຍຕອນສູງຊັນຕາມເນີນພູ(ພາບ: VOV)
ອຽນຕືຍາມຕົ້ນລະດູບານໃໝ່
ທາດເຫວະກວາງ ຢູ່ວັດຮວາອຽນ ບ່ອນມີຮູບປັ້ນ ພະພຸດເຈົ້າຊີວິດ ເຈິ່ນເຍິນຕົງ ໄດ້ຮັບການຢັ້ງຢືນແມ່ນຂອງປະເສີດແຫ່ງຊາດເມື່ອທ້າຍປີ 2020. (ພາບ: VOV)
ອຽນຕືຍາມຕົ້ນລະດູບານໃໝ່
ຢູ່ອ້ອມ ທາດເຫວະກວາງ ແມ່ນບັນດາຕົ້ນໄມ້ໃຫຍ່ມີອາຍຸນັບຮ້ອຍປີ ພວມແຕກດອກອອກໜໍ່ໃນທ່າມກາງອາກາດລະດູບານໃໝ່ທີ່ອົບອຸ່ນ(ພາບ: VOV)
ອຽນຕືຍາມຕົ້ນລະດູບານໃໝ່
ຜ່ານບັນດາໄລຍະປະຫວັດສາດ ອຽນຕືຍາມໃດກໍ່ມີຄວາມສັກສິດທາງດ້ານວັດທະນະທຳ ຫວຽດນາມ ດ້ວຍວັດວາອາຮາມ, ທາດຫໍບູຊາ, ວັດຖຸບູຮານຢ່າງຫຼວງຫຼາຍເຊິ່ງໄດ້ຊ້ອນແຝງຄຸນຄ່າທາງດ້ານຈິດໃຈ, ແນວຄິດຂອງນິກາຍຈຸກເລິມ ແລະ ພື້ນຖານວັດທະນະທຳ ຍຸກສະໄໝດ້າຍວຽດ(ພາບ: VOV)
ອຽນຕືຍາມຕົ້ນລະດູບານໃໝ່
ຈິດໃຈພຸດທະສາສະໜາ ຂອງນິກາຍຈຸກເລິມ ຍັງຍືນຍົງຄົງຕົວ ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ດ້າຍຫວຽດ ເຊິ່ງຍອດສູງ ແມ່ນແນວຄິດສາສະໜາ ບໍ່ຕັດແຍກອອກຈາກຊີວິດມະນຸດ(ພາບ: VOV)
ອຽນຕືຍາມຕົ້ນລະດູບານໃໝ່
ວັດເວິນອຽນ ແມ່ນບ່ອນບວດຈຳສິນສອນສາສະໜາ ແລະ ຕັດສະຮູ້ ຂອງບັນດາພະພິກຂຸໃນນິກາຍຈຸກເລິມອຽນຕື. ສະໄໝເຈົ້າຊີວິດ ເລແທັງຕົງ (1442-1497) ໄດ້ປ່ຽນຊື່ວັດເປັນວັດຮວາອຽນ.(ພາບ: VOV)
ອຽນຕືຍາມຕົ້ນລະດູບານໃໝ່
ວັດຫຼັງຄາດຽວ - ຕາມການເລົ່າຂານກັນມາວ່າ ນີ້ແມ່ນແຫ່ງທີ່ພະພຸດເຈົ້າຊີວິດເຈິ່ນເຍິນຕົງ ຮຽບຮຽງຄຳພີ(ພາບ: VOV)
ອຽນຕືຍາມຕົ້ນລະດູບານໃໝ່
ຊຸມວັນຕົ້ນລະດູບານໃໝ່ປີແມວ 2023 ເຂດປູຊະນີຍະສະຖານ ແລະ ທັດສະນີຍະພາບອຽນຕື ໄດ້ຕ້ອນຮັບແຂກທ່ອງທ່ຽວນັບແສນເທື່ອຄົນມາຢ້ຽມຊົມໄຫວ້ບູຊາພະພຸດທະເຈົ້າຍາມລະດູບານໃໝ່.(ພາບ: VOV)
ອຽນຕືຍາມຕົ້ນລະດູບານໃໝ່
ຮູບຫຼໍ່ພະພຸດເຈົ້າຊີວິດ ເຈິ່ນເຍິນຕົງ ຢູ່ເຂດອານກີຊິງ ມີນ້ຳໜັ້ກ 138 ໂຕນ ນີ້ແມ່ນບ່ອນທີ່ເປັນໜ້າປະທັບໃຈທີ່ສຸດເມື່ອຂຶ້ນວັດອຽນຕື. (ພາບ: VOV)
ອຽນຕືຍາມຕົ້ນລະດູບານໃໝ່
ແຂກທ່ອງທ່ຽວຕ່າງປະເທດຫຼາຍຄົນໄດ້ແບ່ງປັນຄວາມມ່ວນຊື່ນເມື່ອໄດ້ຄົ້ນຫາ ເສັ້ນທາງເປັນໜ້າປະທັບໃຈເພື່ອຂຶ້ນວັດອຽນຕືທີ່ສັກສິດ. (ພາບ: VOV)
ອຽນຕືຍາມຕົ້ນລະດູບານໃໝ່
ວັດດົ່ງຖືກຕັ້ງຢູ່ຈຸດມີຄວາມສູງ 1068 ແມັດ ນີ້ແມ່ນບ່ອນທີ່ບໍ່ວ່າຜູ້ໃດກໍ່ພະຍາຍາມຢາກໄປຄົ້ນຫາເທື່ອໜຶ່ງໃນຊີວິດ ເພື່ອຈູດທູບໄຕ້ທຽນບູຊາ ພະພຸດ ທັງເປັນການ ສະແດງຄວາມເຄົາລົບນັບຖື. (ພາບ: VOV)

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.