ປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງ ຫວຽດນາມ ແລະ ອີຣານ

08:10 | 03/02/2023

ຍສໝ - ວັນ​ທີ 29 ມັງກອນ​ນີ້, ຕາມ​ຄຳ​ເຊີນ​ຂອງ​ທ່ານ Hormatallah Rafiei, ປະທານ​ສະມາຄົມ​ການ​ຂົນ​ສົ່ງ​ທາງ​ອາກາດ ​ແລະ​ ທຸລະ​ກິດ​ການທ່ອງທ່ຽວ​ຂອງ​ອີຣານ (AATTA), ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ອີຣານ ເລື່ອງກວກຫູ່ຍ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສຳນັກງານ​ໃຫຍ່ AATTA ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບຄວາມສາມາດບົ່ມຊ້ອນ ​ແລະ ກາລະ​ໂອກາດ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ລະຫວ່າງ ຫວຽດນາມ ​ແລະ ອີຣານ.

ກາເຟ ແລະ ໝາກໄມ້ແຫ້ງຂອງຫວຽດນາມ ດຶງດູດລູກຄ້າເຂົ້າຮ່ວມງານວາງສະແດງຢູ່ ອີຣານ ກາເຟ ແລະ ໝາກໄມ້ແຫ້ງຂອງຫວຽດນາມ ດຶງດູດລູກຄ້າເຂົ້າຮ່ວມງານວາງສະແດງຢູ່ ອີຣານ
ອີຣານ ມອບທຶນການສຶກສາໄປຮຽນພາສາ ເປີເຊຍ ຢູ່ ອີຣານ ໃຫ້ແກ່ນັກສຶກສາຫວຽດນາມ ອີຣານ ມອບທຶນການສຶກສາໄປຮຽນພາສາ ເປີເຊຍ ຢູ່ ອີຣານ ໃຫ້ແກ່ນັກສຶກສາຫວຽດນາມ

ວັນ​ທີ 29 ມັງກອນ​ນີ້, ຕາມ​ຄຳ​ເຊີນ​ຂອງ​ທ່ານ Hormatallah Rafiei, ປະທານ​ສະມາຄົມ​ການ​ຂົນ​ສົ່ງ​ທາງ​ອາກາດ ​ແລະ​ ວິສາຫະ​ກິດ​ການທ່ອງທ່ຽວ​ຂອງ​ອີຣານ (AATTA), ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ອີຣານ ເລື່ອງກວກຫູ່ຍ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສຳນັກງານ​ໃຫຍ່ AATTA ​ເພື່ອ​ປຶກສາ​ຫາລື​ແລກປ່ຽນກ່ຽວ​ກັບຄວາມສາມາດບົ່ມຊ້ອນ ​ແລະ ກາລະ​ໂອກາດ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ລະຫວ່າງ ຫວຽດນາມ ​ແລະ ອີຣານ.

ປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງ ຫວຽດນາມ ແລະ ອີຣານ

ທ່ານ​ເອກ​ອັກຄະ​ລັດຖະທູດຫວຽດນາມ ປະຈຳ ອີຣານ ເລື່ອງກວກຫູ່ຍ ​ແລະ ທ່ານ Hormatallah Rafiei, ປະທານ​ສະມາຄົມ​ການຂົນ​ສົ່ງ​ທາງ​ອາກາດ ​ແລະ ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ ອີຣານ.

ທີ່​ການ​ພົບ​ປະ, ທ່ານ Rafiei ​ໄດ້​ແນະນຳ​ໂດຍ​ຫຍໍ້​ກ່ຽວ​ກັບ AATTA ກັບ​ສະມາຊິກຈຳນວນ 5000 ກວ່າ​ຄົນ ​ທີ່​ເປັນບັນດາ​ບໍລິສັດ​ທ່ອງ​ທ່ຽວ​ຂອງ​ອີຣານ ແລະ ແຈ້ງ​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ຂະແໜງການທ່ອງທ່ຽວ​ຂອງ​ອີຣານ ​ໂດຍ​ມີ​ນັກ​ທ່ອງ​ທ່ຽວ​ປະມານ 9 ລ້ານ​ເທື່ອ​ຄົນ​ໄປ​ຕ່າງປະ​ເທດ​ໃນ​ແຕ່ລະ​ປີ.

ທ່ານ Rafiei ຍັງ​ໄດ້​ແບ່ງປັນ​ນະ​ໂຍບາຍ "ຫັນໄປທາງທິດຕາ​ເວັນ​ອອກ" ຂອງ​ຂະ​ແໜງ​ການ​ທ່ອງ​ທ່ຽວ​​ອີຣານ ​ແລະ ປາດ​ຖະໜາ​ໃຫ້​ສອງ​ຝ່າຍ​ຂຸດ​ຄົ້ນ​ຕະຫຼາດ​ເຊິ່ງກັນ ​ແລະ ກັນ, ​ໂດຍ​ສະ​ເພາະ​ແມ່ນ​ໃນຈຸດ​ເວລາ​ທີ່​ປະຊາຊົນ​ອີຣານກຳລັງ​ຈະ​ສະເຫຼີມສະຫຼອງ​ວັນ​ບຸນປີ​ໃໝ່ (Nowruz) ​ເຊິ່ງຄາດ​ວ່າ​ຈະ​ແກ່ຍາວ​ເປັນ 2 ຫາ 3 ອາທິດ.

ປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງ ຫວຽດນາມ ແລະ ອີຣານ

​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ Rafiel ​ໄດ້​ສະ​ເໜີ​ໃຫ້​ສອງ​ຝ່າຍ ​ສົມທົບ​ກັນ​ເພື່ອ​ເຊື່ອມ​ຕໍ່​ບັນດາ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ​ຂອງ​ສອງ​ປະ​ເທດ; ຂໍເຊີນ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ​ຫວຽດ​ນາມ ມາ​ຢ້ຽມ​ຢາມ ອີ​ຣານ ແລະ ສະ​ເໜີ​ຈັດ​ຕັ້ງ​ບັນດາການ​ທ່ອງ​ທ່ຽວ​ແບບສົມທົບ ​ໃນ​ສະ​ພາບ​ທີ່ 2 ປະ​ເທດ​ບໍ່​ມີ​ຖ້ຽວ​ບິນໂດຍ​ກົງ (ອີ​ຣານ - ໄທ - ຫວຽດນາມ ຫຼື ອີ​ຣານ - ມາ​ເລ​ເຊຍ - ຫວຽດນາມ).

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ Rafiei ຍັງ​ໄດ້​ເຊື້ອ​ເຊີນ​ສະຖານທູດ ​ມາ​ຮ່ວມ​ງານ​ວາງສະ​ແດງ​ການທ່ອງທ່ຽວ​ອີຣານຈັດ​ໂດຍ AATTA ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ​ອີຣານ.

ສ່ວນທ່ານເອກອັກຄະລັດຖະທູດ ເລື່ອງກວກຫູ່ຍ ໄດ້ເຫັນດີກັບຂໍ້ສະເໜີຂອງ AATTA, ແບ່ງປັນກ່ຽວກັບນະໂຍບາຍການທ່ອງທ່ຽວ ແລະ ວີຊາຂອງຫວຽດນາມ, ຢືນຢັນວ່າ: ການທ່ອງທ່ຽວແມ່ນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ 2 ປະເທດ, ສັນຍາວ່າ ຈະສ້າງທຸກເງື່ອນໄຂສະດວກ ເພື່ອເຊື່ອມຕໍ່ວິສາຫະກິດທ່ອງທ່ຽວຂອງ 2 ປະເທດ. .

ສິ້ນສຸດການພົບປະ, ທ່ານເອກອັກຄະລັດຖະທູດ ເລື່ອງກວກຫູ່ຍ ໄດ້ເຫັນດີສືບຕໍ່ສົມທົບກັບ AATTA ໃນໄລຍະຈະມາເຖິງ ແລະ ຍິນດີຮັບເອົາຄຳເຊີນເຂົ້າຮ່ວມງານຕະຫຼາດນັດທ່ອງທ່ຽວ ອີຣານ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.