ທ່ານເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ ໄດ້ມອບຫຼຽນກາລະນຶກເພື່ອພາລະກິດຊັບພະຍາກອນ ແລະ ສິ່ງແວດລ້ອມ

12:59 | 14/06/2022

ຍສໝ-ເມື່ອບໍ່ດົນມານີ້, ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ເຈິີນຮົ່ງຮ່າ ໄດ້ມອບຫຼຽນກາລະນຶກເພື່ອພາລະກິດຊັບພະຍາກອນ ແລະສິ່ງແວດລ້ອມ ໃຫ້ທ່ານນາງ Robyn Mudie, ເອກອັກຄະລັດຖະທູດຜູ້ມີອໍານາດເຕັມອົດສະຕາລີ ປະຈໍາ ຫວຽດນາມ.

ພົນເອກ ຟານວັນຢາງ ຕ້ອນຮັບທ່ານເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ ພົນເອກ ຟານວັນຢາງ ຕ້ອນຮັບທ່ານເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ
ປະດັບຫຼຽນໄຊມິດຕະພາບໃຫ້ແກ່ອະດີດເອກອັກຄະລັດຖະທູດອາກຊັງຕີນ ປະຈໍາ ຫວຽດນາມ ປະດັບຫຼຽນໄຊມິດຕະພາບໃຫ້ແກ່ອະດີດເອກອັກຄະລັດຖະທູດອາກຊັງຕີນ ປະຈໍາ ຫວຽດນາມ
ທ່ານເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ ໄດ້ມອບຫຼຽນກາລະນຶກເພື່ອພາລະກິດຊັບພະຍາກອນ ແລະ ສິ່ງແວດລ້ອມ
ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ເຈິີນຮົ່ງຮ່າ ໄດ້ມອບຫຼຽນກາລະນຶກເພື່ອພາລະກິດຊັບພະຍາກອນ ແລະສິ່ງແວດລ້ອມ ໃຫ້ທ່ານນາງ Robyn Mudie, ເອກອັກຄະລັດຖະທູດຜູ້ມີອໍານາດເຕັມອົດສະຕາລີ ປະຈໍາ ຫວຽດນາມ. (ພາບ: qdnd.vn)

ທ່ານ ເຈີນຮົ່ງຮ່າ ໄດ້ສະແດງຄວາມຂອບໃຈຕໍ່ສະຖານທູດອົດສະຕາລີ ປະຈໍາ ຫວຽດນາມ ແລະ ທ່ານນາງ Robyn Mudie ທີ່ໄດ້ໜູນຊ່ວຍຢ່າງຕັ້ງໜ້າໃຫ້ຫວຽດນາມໃນຂະແໜງການຊັບພະຍາກອນ ແລະ ສິ່ງແວດລ້ອມ, ພິເສດແມ່ນໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດ, ໃນນັ້ນມີຊຸດຝຶກອົບຮົມກ່ຽວກັບຕະຫຼາດກາກບອນຈະໄດ້ຈັດຕັ້ງໃນໄລຍະຈະມາເຖິງນີ້ ເພື່ອແນໃສ່ໜູນຊ່ວຍຫວຽດນາມ ປະຕິບັດຄຳໝັ້ນສັນຍາໃຫ້ໄດ້ຈາວກາກບອນໃນປີ 2050; ເຊື່ອມຕໍ່ກັບບັນດາຄູ່ຮ່ວມມືອື່ນທີ່ກ່ຽວຂ້ອງຂອງອົດສະຕາລີ ຄື ກະຊວງອຸດສາຫະກຳ, ພະລັງງານ ແລະ ຫຼຸດຜ່ອນການປ່ອຍອາຍພິດ ເພື່ອສົ່ງເສີມບັນດາການເຄື່ອນໄຫວຮ່ວມມືທີ່ທັງສອງຝ່າຍມີຄວາມສົນໃຈໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ທ່ານນາງ Robyn Mudie ໄດ້ຮັບແຕ່ງຕັ້ງໃຫ້ດໍາລົງຕໍາແຫນ່ງ ເອກອັກຄະລັດຖະທູດ ອົດສະຕາລີ ປະຈໍາ ຫວຽດນາມ ແຕ່ເດືອນກໍລະກົດ 2019. ທ່ານນາງແມ່ນພະນັກງານຂັ້ນສູງຂອງກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕາລີ, ແລະຫວ່າງແລ້ວນີ້ເປັນຜູ້ອໍານວຍການບໍລິຫານສ້າງຕັ້ງສະຖາບັນການຕ່າງປະເທດ.

ຫອມມາລາ

ເຫດການ
302 Found

Found

The document has moved here.