ຮັກ​ຫອມສັນ​ຕິ​ພາບ ແມ່ນ​ຈຸດ​ພິ​ເສດ​ພົ້​ນ​ເດັ່ນ​ໃນ​ການ​ພົວ​ພັນການທູດປະຊາຊົນ

17:30 | 29/11/2022

ຍ​ສໝ - “ນັບ​ແຕ່ຫຼາຍ​ປີ​ມາ​ນີ້, ຈິດ​ໃຈສະໜິດຕິດພັນ ແລະ ​ຮັກ​ຫອມ​ສັນ​ຕິ​ພາບ ໄດ້​ກາຍ​ເປັນ​ມູນ​ເຊື້ອ​ຂອງ ຫວຽດ​ນາມ. ມາ​ຮອດ​ປັດ​ຈຸ​ບັນ, ຈິດ​ໃຈ​ນັ້ນ​ໄດ້​ຫັນ​ເປັນ​ລະ​ອຽດ ແລະ ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ກ່​ວາ…” ທ່ານ ເ​ຈິ່ນ​ດັກ​ເລີຍ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສັນ​ຕິ​ພາບ ຫວຽດ​ນາມ, ແບ່ງ​ປັນ​ກັບ​ວາ​ລະ​ສານ​ຍຸກ​ສະ​ໄໝ​ເນື່ອງ​ໃນ​ເຫດ​ການກອງ​ປ​ະ​ຊຸມ​ໃຫຍ່​ຄັ້ງ​ທີ 22 ສະ​ພາ​ສັນ​ຕິ​ພາບໂລກ ທີ່​ດຳ​ເນີນ​ຢູ່ ຫວຽດ​ນາມ.

ນັກ​ວິ​ທະ​ຍາ​ສາດ​ຫວຽດ​ນາມ 2 ຄົນ​ໃນ​ກຸ່ມ​ນັກ​ວິ​ທະ​ຍາ​ສາດ​ດີ​ເດັ່ນ​ໃນ​ໂລກ 10.000 ຄົນ​ໃນ​ປີ 2022 ນັກ​ວິ​ທະ​ຍາ​ສາດ​ຫວຽດ​ນາມ 2 ຄົນ​ໃນ​ກຸ່ມ​ນັກ​ວິ​ທະ​ຍາ​ສາດ​ດີ​ເດັ່ນ​ໃນ​ໂລກ 10.000 ຄົນ​ໃນ​ປີ 2022
'ດາ​ລາດ​ແຫ່ງ​ກອນ​ຕູມ': ດາວ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນດຶງດູດ​ຜູ້​ຄົນທີ່​ມັກ​ໄປ​ທ່ອງ​ທ່ຽ​ວ 'ດາ​ລາດ​ແຫ່ງ​ກອນ​ຕູມ': ດາວ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນດຶງດູດ​ຜູ້​ຄົນທີ່​ມັກ​ໄປ​ທ່ອງ​ທ່ຽ​ວ
ຮັກ​ຫອມສັນ​ຕິ​ພາບ ແມ່ນ​ຈຸດ​ພິ​ເສດ​ພົ້​ນ​ເດັ່ນ​ໃນ​ການ​ພົວ​ພັນການທູດປະຊາຊົນ
ທ່ານ​ເຈິ່ນ​ດັກ​ເລິຍ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສາ​ກົນ.

ຮຽນ​ທ່ານ, ຂໍໃຫ້ທ່ານ​ໃຫ້​ຮູ້​ວ່າ ​ບັນ​ດາ​ແນວ​ຄິດ, ທິດ​ສະ​ດີ​ໃນ​ຕະຫຼອດ​ການ​ເຄື່ອນ​ໄຫວ​ການທູດເວົ້າ​ລວມ ແລະ ການ​ທູດ​ປະ​ຊາ​ຊົນ​ເວົ້າ​ສະ​ເພະ ເຊິ່ງ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ແຕ່​ສະ​ໄໝ​ບັນ​ພະ​ບຸ​ລຸດ ແລະ ຍຸກ​ສະ​ໄໝ ໂຮ່​ຈີ​ມິນ ແມ່ນ​ຫຍັງ?

ປະເທດ​ ຫວຽດນາມ ມີ​ປະຫວັດ​ການ​ຕໍ່ສູ້​ຕ້ານ​ສັດຕູຕ່າງປະເທດເຂົ້າມາ​ຮຸກ​ຮານ​ມາ​ເປັນ​ເວລາ​ນັບ​ພັນ​ປີ. ຊາດ​ຂອງ​ພວກ​ເຮົາ​ໄດ້​ຜ່ານ​ຜ່າ​ການ​ເສຍ​ສະ​ຫລະ​ ແລະ ​ການ​ສູນ​ເສຍ​ຫຼາຍ​ຢ່າງ. ​ແຕ່ໃນ​ສິ່ງທີ່ຜ່ານຜ່າຂຶ້ນສູງທີ່​ສຸດ, ວັດທະນະທຳ​ຫວຽດນາມ ຍາມ​ໃດ​ກໍ່​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງ​ຈິດ​ໃຈ​ຮັກ​ຫອມ​ສັນຕິພາບ, ນ້ຳ​ໃຈ​ສາມັກຄີ. ນັ້ນ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ດ້ານ​ການ​ທູດ​ຫວຽດນາມ.

ຈິດ​ໃຈນີ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນບັນດາເລື່ອງລາວໃນປະຫວັດສາດເຊັ່ນ: ນິທານຂອງ​ໜອງ ເງື​ອມ ​ດ້ວຍ​ເນື້ອ​ໃນເຈົ້າຊີວິດ ເລ​ເລີຍ ໄດ້ສົ່ງດາບອັນລ້ໍາຄ່າຄືນໃຫ້ແກ່ພະເຈົ້າເຕົ່າ ຫຼັງຈາກຂັບໄລ່ສັດຕູຜູ້ເຂົ້າມາຮຸກຮານໄດ້; ນະ​ໂຍບາຍ​ຂອງບັນ​ດາ​ລາດ​ຊະ​ວົງ​ໃນ​ເມື່ອ​ກ່ອນ, ພາຍຫຼັງ​ຕີ​ຊະ​ນະ​ຕໍ່​ສັດ​ຕູຜູ້​ຮຸກ​ຮານ​ກໍລ້ວນແຕ່ເປັນເຈົ້າການໃນການຂໍຢຸດຕິການຕໍ່ສູ້, ​ຊ້ຳ​ບໍ່​ໜຳ​ແມ່ນ​ມີ​ຄວາ​ມ​ປະ​ນີ​ປະ​ນອມ​ຕໍ່​ບັນ​ດາ​ປະ​ເທດ​ໃຫຍ່​ເພື່ອ​ປົກ​ປັກ​ຮັກສາ​ສະຖານະ​ການ​ສັນຕິພາບ, ສຸມ​ໃສ່​ພັດທະນາ​ປະ​ເທດຊາດ.

ມູນເຊື້ອ​ອັນ​ດີງາມ​ນີ້​ສືບ​ຕໍ່ໄດ້​ສືບທອດ​ໃນ​ສະ​ໄໝ​ໂຮ່ຈີ​ມິນ. ພາຍຫຼັງ​ຜົນສຳ​ເລັດ​ຂອງ​ການ​ປະຕິວັດ​ເດືອນ​ສິງຫາ, ປະທານ ​ໂຮ່ຈີ​ມິນ ​ແລະ ພັກ​​ເຮົາ​ໄດ້​ສຸມ​ໃສ່​ບັນດາ​ຄວາມ​ມານະ​ພະຍາຍາມ​ຟື້ນ​ຟູ​ສັນຕິພາບ​ໂດຍ​ຜ່ານ​ການ​ເຈລະຈາ, ຕົກລົງ ​ຊ້ຳ​ບໍ່​ໜຳ​ແມ່ນການ​ປະນີປະນອມ​ກັບ ຝະລັ່ງ ​ເພື່ອ​ຮັກສາ​ສັນຕິພາບ​ຂອງ​ປະ​ເທດຊາດ.

ດັ່ງນັ້ນ, ແນວທາງ​ນີ້​ໄດ້​ຫັນ​ເປັນ​ລະ​ອຽດ ແລະ ສະ​ແດງອອກໃນຕະຫຼອດໄລຍະຂອງຕໍ່​ສູ້​ກູ້​ຊາດ​ຄືແນວໃດ, ຮຽນທ່ານ?

- ພາຍ​ຫຼັງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ປີ 1945 ໄດ້ປະສົບຜົນ​ສຳ​ເລັດ, ທ່ານ​ປະ​ທານ​ໂຮ່​ຈິ​ມິນ ໄດ້​ຊີ້​ນຳ​ສ້າງ​ຕັ້ງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ອາ​ເມ​ລິ​ກາ, ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ຈີນ. ນີ້​ແມ່ນ​ອົງການ​ການ​ທູດ​ປະຊາຊົນ​​ທຳ​ອິດ, ຜ່ານ​ນັ້ນ​ ກໍເພື່ອແນໃສ່ສ້າງ​ການ​ພົວພັນ​ລະຫວ່າງ​ປະຊາຊົນ​ຫວຽດນາມ ກັບ​ປະຊາຊົນ​ອາ​ເມ​ລິ​ກາ ​ແລະ ຈີນ.

​ໃນ​ໄລຍະ​ຊຸມ​ມື້​ສຳ​ຄັນ​ທີ່​ສຸດ​ຂອງ​ສົງຄາມ​ຕໍ່ຕ້ານ​ຝຣັ່ງ, ປະທານ​ໂຮ່ຈິ​ມິນ ຍັງ​ຊີ້​ນຳ​ການ​ສ້າງ​ຕັ້ງ​ຄະນະ​ກຳມະການ​ປົກ​ປັກ​ຮັກສາ​ສັນຕິພາບ​ໂລກ​ຂອງ​ຫວຽດນາມ ຢູ່​ເຂດໄຕ​ບັກ ໃນ​ເດືອນພະ​ຈິກ 1950. ລຸງ​ໂຮ່ ໄດ້​ພົບ​ປະ​ ແລະ ​ຊີ້​ນຳ​ບັນດາ​ຜູ້​ແທນ​ກ່ອນ​ທີ່​ຈະ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ການ​ທູດ​ປະ​ຊາ​ຊົນ ຢູ່​ບັນດາ​ກອງ​ປະຊຸມ​ສາກົນ. ​ໃນ​ຕ​ະຫຼອດ​ວິ​ວັດ​ການ​ເຄື່ອນ​ໄຫວ​ປະຕິວັດ, ບັນດາ​ອົງການຈັດ​ຕັ້ງ​ມິດຕະພາບ​ປະຊາຊົນກໍ່​ໄດ້​ສ້າງ​ຕັ້ງ​ຂຶ້ນຕາມ​ການ​​ຊີ້​ນຳ​ຂອງ​ປະທານ ​ໂຮ່ຈີ​ມິນ ​ແລະ ພັກ​ເຮົາ.

ກ່ຽວ​ກັບ​ວຽກ​ງານ​ການ​ທູດ​ປະຊາຊົນ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 9 ຂອງ​ພັກ​ໃນ​ປີ 2001 ​ໄດ້​ຊີ້​ແຈ້ງວ່າ: ເປີດ​ກ້​ວາງ​ການ​ທູດປະຊາຊົນກວ່າ​ອີກ​, ​ເພີ່ມ​ທະວີ​ການ​ພົວພັນ​ສອງຝ່າຍ ແລະ ຫຼາຍ​ຝ່າຍກັບ​ບັນດາ​ອົງການ​ຈັດ​ຕັ້ງ​ປະຊາຊົນ​ປະ​ເທດ​ຕ່າງໆ, ​ຍົກສູງປະສິດທິຜົນ​ການ​ຮ່ວມ​ມື​ກັບ​ບັນດາ​ອົງການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ​ແລະ ສາກົນໃຫ້ຫຼາຍກວ່າອີກ, ປະ​ກອບ​ສ່ວນ​ເພີ່​ມ​ທະ​ວີ​​ຄວາມ​ເຂົ້າ​ໃຈເຊິ່ງກັນແລະກັນ, ການພົວພັນມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນຫວຽດ​ນາມ ​ແລະ ປະຊາຊົນ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ”.

ໂດຍຊາບ​ຊືມ​ບັນ​ດາ​ແນວ​ຄິດ​ກ່ຽວ​ກັບ​ຈິດ​ໃຈ​ສະໜິດຕິດພັນ ແລະ ຮັ​ກຫອມ​ສັນ​ຕິ​ພາບ, ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ໃນ​ໄລ​ຍະ​ຜ່ານ​ມາຄືແນວໃດ, ຮຽນ​ທ່ານ.

ໃນ​ໄລ​ນະ​ຜ່ານ​ມາ, ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພັກ ໄດ້​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ແຮງ. ສິ່ງ​ນີ້​ສະ​ແດງ​ໃຫ້​ເຫັນ​ກ່ອນອື່ນໝົດແມ່ນ​ການ​ພັດ​ທະ​ນາ​ກຳ​ລັງ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​, ແນວ​ໂຮມ​ປະ​ເທດ​ຊາດ ແລະ ບັນ​ດາໝູ່ຄະ​ນະ​ມະ​ຫາ​ຊົນ ລ້ວນ​ແຕ່​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ເຄື່ອນ​ໄຫວ​ການ​ທູດ.

ປັດ​ຈຸ​ບັນ, ບັນ​ດາ​ອົງ​ການ​ປະ​ຊາ​ຊົນ ຫວຽດ​ນາມ ມີ​ຫຼາຍ​ອົງ​ການຄູ່ຮ່ວມມື​ຢູ່ຫຼາຍ​ປະ​ເທດ. ໄປຄ​ຽງ​ຄູ່​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ເພື່ອນ​ມິດ​ທີ່​ເປັນ​ມູ​ນ​ເຊື້ອນັ້ນ, ພວກ​ເຮົາໄດ້​ມີຫຼາຍ​ຄູ່​ຮ່ວມ​ມື​ໃໝ່​ໃນ​ບັນ​ດາ​ບໍ​ລິ​ເວນ ແລະ ເນື້ອ​ໃນ​ຮ່ວມ​ມື​ໃໝ່ຕື່ມອີກ. ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ບ້ານ​ໄກ້​ເຮືອນ​ຄ​ຽງ​ຢູ່​ພາກ​ພື້ນ, ເປີດກວ້າງ​ການ​ພົວ​ພັນ​ກັບ​ບັນ​ດາ​ອົງ​ການ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​.

ໜຶ່ງ​ໃນ​ບັນ​ດາ​ຂົງ​ເຂດ​ໄດ້​ຮັບ​ການ​ບຸ​ລິ​ມະ​ສິດ ເຊິ່ງ​ໄດ້​ປະ​ຕິ​ບັດ​ໃນ​ໄລ​ຍະ​ຜ່ານ​ມາ ແມ່ນ​ການ​ປັບ​ປຸງ​ການ​ພົວ​ພັນ​ມິດ​ຕະ​ພາບ​ປະ​ຊາ​ຊົນ ກັບ​ບັນ​ດາ​ປະ​ເທດ​ບ້າ​ນ​ໃກ້​ເຮືອນຄຽງ. ຍົກ​ຕົ​ວ​ຢ່າງ​ຄື​ບັນ​ດາ​ການ​ເຄື່​ອນ​ໄຫວ​ການ​ທູດ: ເວ​ທີ​ປາ​ໄສ​ປະ​ຊາ​ຊົນ ຫວຽດ​ນາມ - ຈີນ, ງານມະ​ໂຫລານ ຊາວ​ໜຸ່ມ ຫວຽດ​ນາມ - ຈີນ, ງານ​ມະ​ໂຫລານ ຊາວ​ໜຸ່ມ ຫວຽດ​ນາມ - ລາວ, ກຳ​ປູ​ເຈຍ, ງານພົບ​ປະ​ກັບ​ປະ​ຊາ​ຊົນ​ບັນ​ດາ​ແຂວງ​ເຂດ​ຊາຍ​ແດນ ຫວຽດ​ນາມ - ລາວ ແລະ ຫວຽດ​ນາມ - ກຳ​ປູ​ເຈຍ, ງານພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ ຫວຽດ​ນາມ - ຈີນ…

ບຸນ​ຄົງ

ເຫດການ
302 Found

Found

The document has moved here.