ສະຫາຍພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບຄະນະກົມພົວພັນຕ່າງປະເທດ ແລະພະນັກງານວິຊາການກະຊວງປ້ອງກັນປະເທດລາວ

10:14 | 03/12/2022

ຫວ່າງແລ້ວນີ້, ສະຫາຍພົນໂທ ຮວ່າງຊວນຈ໊ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະກົມພົວພັນຕ່າງປະເທດ ແລະພະນັກງານວິຊາການກະຊວງປ້ອງກັນປະເທດລາວ ນຳໂດຍສະຫາຍພົນຈັດຕະວາ ບຸນເດືອງ ພັນສົດໃສ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດລາວ ເປັນຫົວໜ້າຄະນະພວມມີການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.

ພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບເອກອັກຄະລັດຖະທູດ ຍີ່ປຸ່ນ ພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບເອກອັກຄະລັດຖະທູດ ຍີ່ປຸ່ນ
ສະຫາຍພົນໂທ ວິໄລ ຫຼ້າຄຳຟອງ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະສິລະປະກອນເຂດ 4 ກອງທັບປະຊາຊົນຫວຽດນາມ ສະຫາຍພົນໂທ ວິໄລ ຫຼ້າຄຳຟອງ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະສິລະປະກອນເຂດ 4 ກອງທັບປະຊາຊົນຫວຽດນາມ

ສະຫາຍພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດລາວ ຈະສືບຕໍ່ບັນລຸໄດ້ຜົນງານຫຼາຍຢ່າງກວ່າອີກ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາສາຍພົວພັນສາມັກຄີມິດຕະພາບແບບພິເສດລະຫວ່າງສອງກະຊວງປ້ອງກັນປະເທດ ແລະກອງທັບປະຊາຊົນຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງ.

ສະຫາຍພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບສະຫາຍພົນຈັດຕະວາ ບຸນເດືອງ ພັນສົດໃສ. ພາບ: ແຮ້ງງວຽນ.

ຕີລາຄາໝາກຜົນການເຮັດວຽກຂອງສອງຄະນະ, ສະຫາຍພົນໂທ ຮວ່າງຊວນຈ໊ຽນ ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ປັບປຸງແຜນການຮ່ວມມື ປີ 2023 ເພື່ອຍືນສະເໜີຕໍ່ການນຳກະຊວງປ້ອງກັນປະເທດສອງປະເທດ ພິຈາລະນາ, ຕົກລົງ; ຢັ້ງຢືນວ່າ ການນຳກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະສ້າງເງື່ອນໄຂສະດວກເພື່ອໃຫ້ສອງອົງການເພີ່ມທະວີການຮ່ວມມື, ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໃຫ້ເລິກເຊິ່ງກວ່າອີກ.

ສະຫາຍພົນຈັດຕະວາ ບຸນເດືອງ ພັນສົດໃສ ສະແດງຄວາມຂອບອົກຂອບໃຈສະຫາຍພົນໂທ ຮວ່າງຊວນຈ໊ຽນ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະ. ລາຍງານໝາກຜົນການປະຕິບັດງານຂອງຄະນະຢູ່ຫວຽດນາມ ແລະເນັ້ນໜັກວ່າ ການມາປະຕິບັດງານຄັ້ງນີ້ໄດ້ດຳເນີນໃນເວລາສັ້ນແຕ່ກໍ່ບັນລຸປະສິດທິຜົນສູງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາການພົວພັນຮ່ວມມືລະຫວ່າງສອງຝ່າຍ. ກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກທີ່ສຸດໃຫ້ບັນດາອົງການຜັນຂະຫຍາຍການຮ່ວມມືຕາມແຜນການທີ່ໄດ້ຕົກລົງ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.