ປກສ ແຂວງ​ຄຳ​ມ່ວນ ອວຍພອນຕໍາຫຼວດແຂວງຮ່າ​ຕິ້ງ ເນື່ອງໃນໂອກາດປີໃໝ່ປະຈຳຊາດ ຫວຽດນາມ

08:28 | 16/01/2023

ຍສໝ - ​ເນື່ອງ​ໃນ​ໂອກາດ​ນີ້, ສະຫາຍ ພັນເອກ ຄຳສິງ ນົນທະສອນ ຮອງຫົວໜ້າ ປກສ ແຂວງຄຳມ່ວນ ​ໄດ້​ສົ່ງ​ຄຳ​ອວຍພອນ​ອັນປະເສີດເຖິງ​ບັນດາ​ພະນັກງານ, ນັກຮົບ ຕຳຫຼວດ​ແຂວງ ຮ່າ​ຕິ້ງ; ພ້ອມ​ກັນ​ນັ້ນ, ​ກໍ່ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຕຳຫຼວດ​ແຂວງ ຮ່າ​ຕິ້ງ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ທີ່​ໄດ້​ເອົາ​ໃຈ​ໃສ່ ​ແລະ ສົມທົບ​ກັບ​ ປກສ ແຂວງ​ຄຳ​ມ່ວນ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ຮັບປະກັນ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ແລະ ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ, ຄວາມລະບຽບຮຽບຮ້ອຍທາງ​ສັງຄົມເປັນຢ່າງດີ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ໃຫ້​ການ​ຕ້ອນ​ຮັບທ່ານ​ເລ​ຂາ​ ​ພັກ​ແຂວງ, ເຈົ້າ​ແຂວງ ແຂວງ ຈຳ​ປາ​ສັກ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ໃຫ້​ການ​ຕ້ອນ​ຮັບທ່ານ​ເລ​ຂາ​ ​ພັກ​ແຂວງ, ເຈົ້າ​ແຂວງ ແຂວງ ຈຳ​ປາ​ສັກ
ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ຮັບ​ປະ​ກັນ​ການ​ຕ້ອນ​ຮັບ​ບຸນ​ປີ​ໃໝ່ປະ​ຈຳ​ຊາດ 2022 ຢ່າງ​ເບີກ​ບານ​ມ່ວນ​ຊືນ, ປອດ​ໄພ ແລະ ປະ​ຢັດ ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ຮັບ​ປະ​ກັນ​ການ​ຕ້ອນ​ຮັບ​ບຸນ​ປີ​ໃໝ່ປະ​ຈຳ​ຊາດ 2022 ຢ່າງ​ເບີກ​ບານ​ມ່ວນ​ຊືນ, ປອດ​ໄພ ແລະ ປະ​ຢັດ

​ເມື່ອ​ບໍ່​ດົນ​ມາ​ນີ້, ​ເນື່ອງໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ຫວຽດນາມ, ຄະນະ​ຜູ້​ແທນ ​ປກສ ແຂວງ​ຄຳ​ມ່ວນ, ສປປ ລາວ ນຳ​ໂດຍ​ ສະຫາຍ ພັນເອກ ຄຳສິງ ນົນທະສອນ ຮອງຫົວໜ້າ ປກສ ແຂວງຄຳມ່ວນ ໄດ້ຢ້ຽມຢາມ, ອວຍພອນພະນັກງານ, ນັກຮົບຕໍາຫຼວດແຂວງ ຮ່າຕິ້ງ. ​ ທີ່ການ​ຕ້ອນຮັບ​ຄະນະ​ມີສະຫາຍ ​ພັນ​ເອກ ຫງວຽນ​ຮົ່ງ​ຟອງ, ຫົວໜ້າ​ກອງບັນຊາການ​ຕຳຫຼວດ​ ​ແຂວງ.

ປກສ ແຂວງ​ຄຳ​ມ່ວນ ອວຍພອນຕໍາຫຼວດແຂວງຮ່າ​ຕິ້ງ ເນື່ອງໃນໂອກາດປີໃໝ່ປະຈຳຊາດ ຫວຽດນາມ
ປກສ ແຂວງ​ຄຳ​ມ່ວນ ອວຍພອນຕໍາຫຼວດແຂວງຮ່າ​ຕິ້ງ. ພາບ: cand.com.vn/

ຕາງໜ້າການນໍາ, ພະນັກງານ, ນັກຮົບກອງບັນຊາການ ປກສ ແຂວງຄໍາມ່ວນ, ສະຫາຍ ພັນເອກ ຄຳສິງ ນົນທະສອນ ຮອງຫົວໜ້າ ປກສ ແຂວງຄຳມ່ວນ ໄດ້ສົ່ງຄຳຢ້ຽມຢາມຖາມຂ່າວ ແລະ ອວຍພອນປີໃໝ່ປະຈຳຊາດເຖິງພະນັກງານຕໍາຫຼວດແຂວງ ຮ່າຕິ້ງ. ​ເນື່ອງ​ໃນ​ໂອກາດ​ນີ້, ສະຫາຍ ພັນເອກ ຄຳສິງ ນົນທະສອນ ຮອງຫົວໜ້າ ປກສ ແຂວງຄຳມ່ວນ ​ໄດ້​ສົ່ງ​ຄຳ​ອວຍພອນ​ອັນ​ປະເສີດ​ເຖິງ​ບັນດາ​ພະນັກງານ, ນັກຮົບ ຕຳຫຼວດ​ແຂວງ ຮ່າ​ຕິ້ງ; ພ້ອມ​ກັນ​ນັ້ນ, ​ກ9ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຕຳຫຼວດ​ແຂວງ ຮ່າ​ຕິ້ງ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ທີ່​ໄດ້​ເອົາ​ໃຈ​ໃສ່ ​ແລະ ສົມທົບ​ກັບ ​ປກສ ແຂວງ​ຄຳ​ມ່ວນ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ຮັບປະກັນ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ແລະ ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ, ຄວາມລະບຽບຮຽບຮ້ອຍທາງ​ສັງຄົມເປັນຢ່າງດີ.

​ໂດຍ​ໄດ້​ຮັບ​ຄວາມ​ຮັກ​ແພງ​ອັນ​ລ້ຳ​ຄ່າ​ຂອງສະຫາຍ ພັນເອກ ຄຳສິງ ນົນທະສອນ ​ແລະ ບັນດາ​ສະຫາຍ​ໃນ​ຄະນະ​ຜູ້​ແທນ ທີ່ສະຫງວນໃຫ້​ຕຳຫຼວດ​ແຂວງ ຮ່າ​ຕິ້ງ, ບັນດາ​ສະຫາຍ​ໃນ​ຄະນະຫົວໜ້າກອງ​ບັນຊາ​ການ​ຕຳຫຼວດ​ແຂວງ ຮ່າ​ຕິ້ງ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງ ​ແລະ ຢືນຢັນ​ວ່າ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ ຕໍາຫຼວດສອງແຂວງຈະນັບມື້ນັບສະໜິດຕິດພັນ ແລະ ໝັ້ນແກ່ນກວ່າອີກ.

ຕຳຫຼວດ 2 ແຂວງ​ຈະ​ສືບ​ຕໍ່​ປະຕິບັດບັນດາ​ໜ້າທີ່​​ໃນ​ທຸກ​ຂົງ​ເຂດວຽກງານ​ຢ່າງ​ມີ​ປະສິດທິ​ຜົນ; ຕ້ານ​ອາດຊະຍາ​ກຳ​ທຸກ​ປະ​ເພດ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​, ຄວາມລະບຽບຮຽບຮ້ອຍຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ​ຫວຽດ​ນາມ - ລາວ...

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.