ວິສາຫະກິດຢາງພາລາຫວຽດນາມ ຢູ່ລາວ ເອົາໃຈໃສ່ເຖິງວຽກງານຮັບປະກັນຊີວິດສັງຄົມທ້ອງຖິ່ນ

11:28 | 05/01/2023

ຍສໝ - ປະຕິບັດແຜນນະໂຍບາຍພັດທະນາເສດຖະກິດ-ສັງຄົມ, ແຂວງອັດຕະປື ໄດ້ກໍານົດຕົ້ນໄມ້ຢາງພາລາແມ່ນໜຶ່ງໃນບັນດາຕົ້ນໄມ້ຕົ້ນຕໍຂອງການພັດທະນາເສດຖະກິດຢູ່ບັນດາເຂດທີ່ຫຍຸ້ງຍາກ ແລະເພື່ອແນໃສ່ປົກຫຸ້ມສີຂຽວດິນວ່າງ.

ຕໍ່ການຜັນແປທີ່ສັບສົນຂອງພະຍາດໂຄວິດ-19 ຢູ່ລາວ, ສ້າງເງື່ອນໄຂໃຫ້ແກ່ພົນລະເມືອງຫວຽດນາມ ຢູ່ລາວ ມີຄວາມຕ້ອງການຢາກກັບປະເທດ ຕໍ່ການຜັນແປທີ່ສັບສົນຂອງພະຍາດໂຄວິດ-19 ຢູ່ລາວ, ສ້າງເງື່ອນໄຂໃຫ້ແກ່ພົນລະເມືອງຫວຽດນາມ ຢູ່ລາວ ມີຄວາມຕ້ອງການຢາກກັບປະເທດ
ພິທີສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານ ການທະຫານຫວຽດນາມ ຢູ່ລາວ ຄົບຮອບ 71 ປີ ພິທີສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານ ການທະຫານຫວຽດນາມ ຢູ່ລາວ ຄົບຮອບ 71 ປີ

ນັບແຕ່ປີ 2008 ຫາປະຈຸບັນ, ຫຼາຍໂຄງການປຸກຕົ້ນຢາງພາລາຂອງບັນດາວິສາຫະກິດຫວຽດນາມ ຢູ່ແຂວງອັດຕະປື, ພາກໃຕ້ລາວ ບັນລຸປະສິດທິຜົນສູງ, ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດປະຈໍາຖິ່ນ.

ໂດຍປະຕິບັດແຜນນະໂຍບາຍພັດທະນາເສດຖະກິດ-ສັງຄົມ, ແຂວງອັດຕະປື ໄດ້ກໍານົດຕົ້ນຢາງພາລາແມ່ນໜຶ່ງໃນບັນດາຕົ້ນໄມ້ຕົ້ນຕໍຂອງການພັດທະນາເສດຖະກິດຢູ່ບັນດາເຂດທີ່ຫຍຸ້ງຍາກ ແລະ ເພື່ອແນໃສ່ປົກຄຸມສີຂຽວຢູ່ດິນວ່າງ. ສະນັ້ນ, ແຕ່ປີ 2008 ຫາປະຈຸບັນ, ອໍານາດການປົກຄອງແຂວງນີ້ໄດ້ອະນຸຍາດໃຫ້ 5 ວິສາຫະກິດຫວຽດນາມ ຜັນຂະຫຍາຍໂຄງການປຸກຕົ້ນໄມ້ ແລະ ກໍ່ສ້າງໂຮງງານປຸງແຕ່ງຢາງພາລາໃນບໍລິເວນ 4 ເມືອງຂອງແຂວງ.

ວິສາຫະກິດຢາງພາລາຫວຽດນາມ ຢູ່ລາວ ເອົາໃຈໃສ່ເຖິງວຽກງານຮັບປະກັນຊີວິດສັງຄົມທ້ອງຖິ່ນ
ສະຫາຍ ພອນປະເສີດ ທອງສີທາວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງອັດຕະປື. ພາບ: vov.vn

ສະຫາຍ ພອນປະເສີດ ທອງສີທາວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງອັດຕະປື ໃຫ້ຮູ້ວ່າ ບັນດາວິສາຫະກິດຢາງພາລາຫວຽດນາມ ທີ່ລົງທຶນໃນບໍລິເວນແຂວງ ບໍ່ພຽງແຕ່ນໍາມາເຊິ່ງປະສິດທິຜົນສູງເທົ່ານັ້ນ, ຫາກຍັງເຮັດໃຫ້ທ້ອງຖິ່ນໃນເຂດທີ່ມີໂຄງການມີການປ່ຽນແປງ, ສ້າງວຽກເຮັດງານທໍາໃຫ້ຜູ້ອອກແຮງງານຫຼາຍພັນຄົນ, ປະກອບສ່ວນປ່ຽນແປງຈິນຕະນາການ ແລະ ປະເພນີເຮັດວຽກແບບເກົ່າ.

ຕາມສະຫາຍ ພອນປະເສີດ ທອງສີທາວົງ ແລ້ວ, ໃນໄລຍະຈະມາເຖິງ, ແຂວງນີ້ຈະສືບຕໍ່ສ້າງເງື່ອນໄຂສະດວກເພື່ອບັນດາວິສາຫະກິດຫວຽດນາມ ລົງທຶນຢ່າງມີປະສິດທິຜົນ, ພັດທະນາຢ່າງບໍ່ຢຸດຢັ້ງ, ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດແຫ່ງສ້າງສາປະເທດລາວ, ປະກອບສ່ວນເພີ່ມພູນຄູນສ້າງການພົວພັນສອງປະເທດລາວ-ຫວຽດນາມ ນັບມື້ນັບໝັ້ນຄົງ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.