ຄົ້ນຫາໂອກາດ​ເພື່ອ​ສ້າງ​ກຳລັງ​ແຮງ​ກະໂດດຂັ້ນໃຫ້​ແກ່​ການ​ຮ່ວມ​ມື​ດ້ານເສດຖະ​ກິດ​ ຫວຽດນາມ - ອິນ​ເດຍ

16:24 | 03/01/2023

ຍສໝ - ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ​ຫວຽດນາມ ​ແລະ ອິນ​ເດຍ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ​ຈາກ 200 ລ້ານ ໂດລາສະຫະລັດ ​ໃນ​ປີ 2000 ຂຶ້ນ​ເປັນ 13 ຕື້ ໂດລາສະຫະລັດ ​ໃນ​ປີ 2021, ຄາດ​ວ່າ​ຈະ​ບັນລຸ​ເປົ້າ​ໝາຍ 15 ຕື້ ໂດລາສະຫະລັດ ​ໃນ​ປີ 2022.

ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ແຂວງ ກ໋​ວາງ​ຈິ - ສະ​ຫວັນ​ນະ​ເຂດ - ສາ​​ລະ​​ວັນ ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ແຂວງ ກ໋​ວາງ​ຈິ - ສະ​ຫວັນ​ນະ​ເຂດ - ສາ​​ລະ​​ວັນ
ຫວຽດ​ນາມ ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດ​ນາມ ຢ່າງ​ສຳ​ເລັດ​ຜົນ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ ຫວຽດ​ນາມ ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດ​ນາມ ຢ່າງ​ສຳ​ເລັດ​ຜົນ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​

ຫວຽດນາມ ​ແລະ ອິນ​ເດຍ ມີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ, ​ໄດ້​ຮັບ​ການ​ຍົກລະດັບ​ຂຶ້ນລະດັບ​ສູງ​ສຸດ​ຄື: ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ນັບ​ແຕ່​ປີ 2016. ການພັດທະນາຢ່າງແຮງຂອງການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​...​ຢ່າງ​ແຮງ ພວມສ້າງພື້ນຖານອັນໝັ້ນແກ່ນ, ເປັນແງ່ຫວັງອັນ ໃຫຍ່ຫຼວງເພື່ອສອງປະເທດສືບຕໍ່ຍູ້ແຮງການຮ່ວມມືຢ່າງເລິກເຊິ່ງ ກວ້າງຂວາງ ໃນໄລຍະຈະມາເຖິງ.

Quan hệ thương mại Việt Nam-Ấn Độ qua các năm. (Nguồn: TTXVN)

ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ​ຫວຽດນາມ ​ແລະ ອິນ​ເດຍ. ພາບ: TTXVN

ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ​ຫວຽດນາມ ​ແລະ ອິນ​ເດຍ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ​ຈາກ 200 ລ້ານ ໂດລາສະຫະລັດ ​ໃນ​ປີ 2000 ຂຶ້ນ​ເປັນ 13 ຕື້ ໂດລາສະຫະລັດ ​ໃນ​ປີ 2021, ຄາດ​ວ່າ​ຈະ​ບັນລຸ​ເປົ້າ​ໝາຍ 15 ຕື້ ໂດລາສະຫະລັດ ​ໃນ​ປີ 2022.

ແບ່ງປັນທີ່ກອງປະຊຸມສໍາມະນາສາກົນ “ການພົບປະເສດຖະກິດ ຫວຽດນາມ - ອິນເດຍ: ກາລະໂອກາດ ແລະ ສິ່ງທ້າທາຍ” ໂດຍສູນຄົ້ນຄວ້າອິນເດຍ ສົມທົບກັນຈັດຕັ້ງໃນວັນທີ 28 ທັນວາ 2022 ຢູ່ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ທ່ານ ປອ ໂຕນຊີງແທ່ງ ອະດີດເອກອັກຄະລັດຖະທູດຫວຽດນາມ ປະຈຳອິນເດຍ ຕີລາຄາສູງ 2 ປະ​ເທດ​ມີ​ກາລະ​ໂອກາດ​ຊຸກຍູ້​ການ​ຮ່ວມ​ມືສອງຝ່າຍຫຼາຍກວ່າອີກ.

ທ່ານ Sandeep Arya ​ເອກ​ອັກຄະ​ລັດຖະທູດ ອິນ​ເດຍ ປະຈຳ ຫວຽດນາມ ​ເນັ້ນໜັກວ່າ ​ບັນດາ​ກາລະ​ໂອກາດ​ດ້ານ​ເສດຖະກິດ​ ​ເກີດ​ຈາກ​ລະດັບ​ການ​ເຕີບ​ໂຕ​ເສດຖະກິດ​ສູງ, ​ກວ່າ​ທົບ 2 ​ເທົ່າ​ລະດັບປານກາງ​ຂອງ​ໂລກ, ​ກໍ່ຄື​​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ​ຢູ່ທັງ​ອິນ​ເດຍ ​ແລະ ຫວຽດນາມ ດ້ວຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ຢ່າງ​ແຮງ​ຂອງ​ສອງ​ລັດຖະບານ.

​ໂດຍ​ກ່າວ​ເຖິງ​ກາລະ​ໂອກາດ​ການ​ຄ້າໃນບັນດາຂົງເຂດ ​​ຄື: ຜະລິດ​ຕະພັນ​ກະ​ເສດ, ການ​ຢາ, ຜະລິດ​ຕະພັນ​ປ້ອງ​ກັນຊາດ, ​ເຕັກ​ໂນ​ໂລ​ຢີ..., ທ່ານ​ເອກ​ອັກຄະ​ລັດຖະທູດ​ສະ​ເໜີ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ສອງ​ປະ​ເທດ ​ຄື: ຄະນະ​ປະຕິບັດ​ງານ​ຮ່ວມ​ກ່ຽວ​ກັບ​ກະ​ສິ​ກຳ, ອະນຸກໍາມະການການຄ້າຮ່ວມລະຫວ່າງລັດຖະບານ ສອງຝ່າຍ ​ເພື່ອ​ຄົ້ນ​ຫາບັນດາ​ກາລະ​ໂອກາດ​ດັ່ງກ່າວ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.