ກອງປະຊຸມການທູດ ຄັ້ງທີ 30 ໃນຫົວຂໍ້ "ທູດຫວຽດນາມ ເປັນເຈົ້າການ, ມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນ"

08:57 | 15/08/2018

ຍສໝ - ວັນທີ 13 ສິງຫາ, ທີ່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມການທູດຄັ້ງທີ 30 ດ້ວຍຫົວຂໍ້ວ່າ “ການທູດຫວຽດນາມ: ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຢ່າງມີໄຊ”. ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຂົ້າຮ່ວມ ແລະຊີ້ນໍາກອງປະຊຸມ.

ກອງປະຊຸມການທູດ ຄັ້ງທີ 30 ໃນຫົວຂໍ້

ພະນະທ່ານ ເລຂາທິການໃຫຍ່ ຫງວຽ໋ນຟູ໋ຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ.

ດ້ວຍຫົວຂໍ້ວ່າ “ການທູດຫວຽດນາມ: ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຢ່າງມີໄຊ”. ກອງປະຊຸມການທູດຄັ້ງທີ 30 ໄດ້ດໍາເນີນໃນສະພາບນັບແຕ່ພາຍຫຼັງກອງປະຊຸມການທູດຄັ້ງທີ 29 ມາຮອດປະຈຸບັນ. ກະຊວງການຕ່າງປະເທດໄດ້ສືບຕໍ່ຜັນຂະຫຍາຍແນວທາງການພົວພັນຕ່າງປະເທດຢ່າງຖືກຕ້ອງຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຢ່າງຄົບຊຸດ, ປະກອບສ່ວນສໍາຄັນເຂົ້າໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ; ເດັດດຽວ, ຢຶດໝັ້ນຕໍ່ສູ້ປົກປັກຮັກສາເອກະລາດ, ອຳນາດອະທິປະໄຕຜືນແຜ່ນດິນ; ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໄວ້ຢ່າງໝັ້ນຄົງ, ຍົກສູງຖານະບົດບາດຂອງປະເທດຊາດ.

ກອງປະຊຸມການທູດ ຄັ້ງທີ 30 ໃນຫົວຂໍ້

ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ.

ທ່ານ ຟ້າມບີ່ງມີງ ໄດ້ກ່າວຕໍ່ທີ່ປະຊຸມວ່າ: ດ້ວຍເປົ້າໝາຍຮັບປະກັນຜົນປະໂຫຍດສູງສຸດຂອງປະເທດ-ຂອງຊາດ, ຫວຽດນາມ ໄດ້ຍາດແຍ່ງກາລະໂອກາດ, ຜ່ານຜ່າສິ່ງທ້າທາຍ, ປະຕິບັດສໍາເລັດບັນດາໜ້າທີ່ສໍາຄັນກ່ຽວກັບການພົວພັນຕ່າງປະເທດທີ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໄດ້ວາງອອກ, ພິເສດແມ່ນສອງໝວດໜ້າທີ່ໃຫຍ່ເຊິ່ງທ່ານເລຂາທິການໃຫຍ່ ໄດ້ຊີ້ນໍາຢູ່ກອງປະຊຸມການທູດ ຄັ້ງທີ 29. ນັ້ນແມ່ນຍາດແຍ່ງເອົາກໍາລັງຈາກພາຍນອກຢ່າງສຸດຂີດເພື່ອພັດທະນາປະເທດຊາດ ແລະປະກອບສ່ວນປົກປັກຮັກສາເອກະລາດອໍານາດອະທິປະໄຕ, ຜືນແຜ່ນດິນ ແລະປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາ.

ໂດຍມີການເຂົ້າຮ່ວມຂອງເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າການທູດຫວຽດນາມ ປະຈຳຕ່າງປະເທດ, ພ້ອມກັບບັນດາວິສາຫະກິດ, ຫົວໜ້າຜູ້ຕາງໜ້າບັນດາກະຊວງ, ຂະແໜງການກວ່າ 90 ທ່ານ. ຢູ່ນອກກອງປະຊຸມການທູດຄັ້ງທີ 30, ບັນດາເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າບັນດາອົງການການທູດລ້ວນແຕ່ຢືນຢັນວ່າ, ໃນສະພາບທີ່ພາກພື້ນ ແລະ ສາກົນພວມມີການຜັນປ່ຽນຫຼາຍຢ່າງ ຮຽກຮ້ອງໃຫ້ບັນດາອົງການຕ່າງໜ້າການທູດຫວຽດນາມ ປະຈຳຕ່າງປະເທດ ຕ້ອງມານະພະຍາຍາມຫຼາຍກວ່າອີກ ເພື່ອຊຸກຍູ້ການພົວພັນກັບບັນດາຄູ່ຮ່ວມມືໃຫ້ກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນກວ່າ.

ກອງປະຊຸມການທູດ ຄັ້ງທີ 30 ໃນຫົວຂໍ້

ທ່ານອະດີດເອກອັກຄະລັດຖະທູດຫວຽດນາມ ປະຈຳແບນຊິກ ຟ້າມແຊງເຈົາ. (ພາບ: VOV)

ເຊິ່ງເປັນຜູ້ເຮັດວຽກງານທູດວັດທະນະທຳເປັນເວລາກວ່າ 10 ປີ, ທ່ານອະດີດເອກອັກຄະລັດຖະທູດຫວຽດນາມ ປະຈຳແບນຊິກ ຟ້າມແຊງເຈົາ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ທ່ານຈະຮັບດຳລົງຕຳແໜ່ງໃໝ່ເປັນເອກອັກຄະລັດຖະທູດຫວຽດນາມ ປະຈຳອິນເດຍ ທັງຮັບຜິດຊອບວຽກງານການທູດຢູ່ ເນປານ ແລະ ບູຕານ. ນີ້ແມ່ນປະເທດມີພື້ນຖານວັດທະນະທຳທີ່ມີຈຸດພິເສດສະເພາະ, ມີຫຼາຍຈຸດຄ້າຍຄືກັນກັບຫວຽດນາ. ສະນັ້ນ, ການຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ - ອິນເດຍ, ພິເສດແມ່ນການແລກປ່ຽນວັດທະນະທຳແມ່ນບຸລິມະສິດແຖວໜ້າ.

“ປະຈຸບັນ, ອິນເດຍ ແມ່ນຄູ່ຮ່ວມມືສຳຄັນທີ່ສຸດຂອງຫວຽດນາມ, ແມ່ນໜຶ່ງໃນ 3 ຄູ່ຮ່ວມມືຍຸດທະສາດຮອບດ້ານຂອງຫວຽດນາມ. ດ້ວຍຕະຫຼາດທີ່ມີພົນລະເມືອງ 1,4 ຕື້ ຄົນ ສະນັ້ນຄວາມສາມາດບົ່ມຊ້ອນຍັງໃຫຍ່ຫຼວງຢູ່. ໃນອາຍຸການຂອງຕົນ, ນອກຈາກໜ້າທີ່ເພີ່ມທະວີການພົວພັນຮ່ວມມືທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ, ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດໃຫ້ເລິກເຊິ່ງ, ກວ້າງຂວາງກວ່າ, ຂ້າພະເຈົ້າເອງຈະມານະພະຍາຍາມຂຽນກ່ຽວກັບພື້ນຖານວັດທະນະທຳຂອງອິນເດຍ, ຍ້ອນນີ້ແມ່ນປະເທດມີພື້ນຖານວັດທະນະທຳຫຼາຍຮູບຫຼາຍສີ ແລະ ມີຈຸດພິເສດສະເພາະ, ມີຫຼາຍຈຸດຄ້າຍຄືກັນກັບຫວຽດນາມ ແລະ ຈາກດ້ານວັດທະນະທຳຈະຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດອື່ນ.”

ນອກຈາກບັນດາການເຄື່ອນໄຫວສົ່ງເສີມການຄ້າ, ທ່ອງທ່ຽວ, ສະຖານທູດຫວຽດນາມ ປະຈຳເຢຍລະມັນ ໄດ້ເອົາໃຈໃສ່ເປັນພິເສດເຖິງວຽກງານຕິດຕໍ່ພົວພັນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ເຢຍລະມັນ ດວານຊວນຮືງ, ແບ່ງປັນວິທີເພື່ອໃຫ້ພໍ່ແມ່ປະຊາຊົນຍາມໃດກໍ່ອວາຍໜ້າເມືອຫາບ້ານເກີດເມືອງນອນ ແມ່ນຈັດຕັ້ງບັນດາລາຍການໂອ້ລົມກ່ຽວກັບອະທິປະໄຕເຂດທະເລ, ໝູ່ເກາະ, ສົມທົບກັນຈັດຕັ້ງບັນດາການຢ້ຽມຢາມເຈື່ອງຊາ:

“ໄປຄຽງຄູ່ກັບການສະໜິດຕິດພັນກັບບັນດາອົງການຕາງໜ້າທາງການທູດກັບພາຍໃນປະເທດແລ້ວ, ພວກເຮົາຕ້ອງຕິດພັນກັບປະຊາຄົມຊາວຫວຽດນາມໃຫ້ແໜ້ນແຟ້ນ ເພື່ອປະຕິບັດວຽກງານຮັກສາມໍລະດົກ ແລະ ການຮ່ວມມືດ້ານວັດທະນະທໍາ. ພໍ່ແມ່ຊາວຫວຽດນາມອາໄສຢູ່ເຢຍລະມັນ ຍາມໃດກໍອວ່າຍໜ້າເມືອຫາບ້ານເກີດເມືອງນອນຂອງຕົນ”.

ໂດຍເອົາໃຈໃສ່ເປັນພິເສດເຖິງການຍູ້ແຮງການຮ່ວມມືລົງທຶນ, ດໍາເນີນທຸລະກິດ, ຮັບປະກັນບັນດາສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍ ແລະ ຊອບທໍາຂອງວິສາຫະກິດຫວຽດນາມ, ເໝາະສົມກັບກົດໝາຍ ແລະ ບັນດາຂໍ້ກໍານົດຂອງກໍາປູເຈຍ, ປະກອບສ່ວນເຂົ້າໃນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ແມ່ນໜ້າທີ່ຈຸດສຸມຂອງອົງການຕາງໜ້າທາງການທູດຂອງຫວຽດນາມປະຈໍາກໍາປູເຈຍ. ທ່ານ ເອກອັກຄະລັດຖະທູດ ຫວູກວາງມິນ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າ ໄດ້ຈັດຕັ້ງບັນດາການພົບປະສັງສັນກັບວິສາຫະກິດ ເພື່ອສະໜອງແຫຼ່ງຂໍ້ມູນຂ່າວສານຕ່າງໆ ກ່ຽວຂ້ອງເຖິງປະເທດປະຈໍາຖິ່ນ ກໍຄືສະພາບການເສດຖະກິດສັງຄົມຂອງປະເທດເພື່ອນບ້ານ, ໃຫ້ຄໍາປຶກສາ, ໜູນຊ່ວຍວິສາຫະກິດໃນບັນດາກໍລະນີທີ່ປະສົບກັບຂໍ້ຕິດຂັດດ້ານລະບຽບການ, ຊ່ວຍແກ້ໄຂບັນດາຄວາມຍາດແຍ່ງກັນ, ສິ່ງຕິດຂັດດ້ານການຄ້າທີ່ເກີດຂຶ້ນໂດຍບັງເອີນ ບົນພື້ນຖານກົດໝາຍ ແລະ ຮ່ວມເດີນທາງກັບວິສາຫະກິດໂຄສະນາເຄື່ອງໝາຍການຄ້າຂອງຫວຽດນາມ”.

ເຊື່ອມຊຶມແນວທາງນະໂຍບາຍການພົວພັນຕ່າງປະເທດເອກະລາດ, ສັນຕິພາບ, ພັດທະນາ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ເປົ້າໝາຍກວມລວມແມ່ນຮັກສາສະພາບແວດລ້ອມແຫ່ງສັນຕິພາບໃຫ້ມີສະຖຽນລະພາບ, ຢືດໝັ້ນປົກປັກຮັກສາປະຊາທິປະໄຕ, ຜົນປະໂຫຍດອັນຊອບທໍາຂອງຊາດໃຫ້ໝັ້ນຄົງ, ເອກອັກຄະລັດຖະທູດແຕ່ລະຄົນ ພວມມານະພະຍາຍາມປະຕິບັດພາລະໜ້າທີ່ຂອງຕົນໃຫ້ເປັນຢ່າງດີ ແລະ ເປັນຂົວເຊື່ອມຕໍ່ກ່ຽວກັບດ້ານການເມືອງ, ເສດຖະກິດ, ວັດທະນະທໍາ, ຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມື ໃຫ້ມີປະສິດທິຜົນ ແລະ ແທດຈິງ, ປະກອບສ່ວນຮັບໃຊ້ເປົ້າໝາຍພັດທະນາປະເທດຊາດ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.