ຫວຽດນາມ - ເບ​ລາຣຸດ ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດສື່ມວນຊົນ

11:07 | 08/12/2022

ທ່ານ​ຮອງ​ປະ​ທານ​ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ ເຈິ່ນຈ້ອງຢຸງ ຢືນ​ຢັນ​ວ່າ: ເຫດ​ການນີ້​ແມ່ນ​ສ້າງຂີດໝາຍການ​ຮ່ວມ​ມື​ລະ​ຫວ່າງ​ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ ກັບ ເບ​ລາ​ຣຸດ ທີ່​ມີ​ສັນ​ຍາ​ຮ່ວມ​ມື​ດ້ານ​ສື່ມວນຊົນ​ລະ​ຫວ່າງ 2 ປະ​ເທດ​ຢ່າງ​ເປັນ​ທາງ​ການ.

ຫວຽດນາມ ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ​ເພື່ອ​ຮ່ວມ​ກັນ​ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ​ຂອງ​ພາກ​ພື້ນ ​ແລະ ໂລກ ຫວຽດນາມ ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ​ເພື່ອ​ຮ່ວມ​ກັນ​ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ​ຂອງ​ພາກ​ພື້ນ ​ແລະ ໂລກ
ຫວຽດນາມ ​ແລະ ​ເບ​ລາຣຸດ ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ຕັ້ງໜ້າ​ປະກອບສ່ວນ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ ຫວຽດນາມ ​ແລະ ​ເບ​ລາຣຸດ ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ຕັ້ງໜ້າ​ປະກອບສ່ວນ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ

ຫວ່າງແລ້ວນີ້, ຢູ່​ນະຄອນ ​ໂຮ່ຈີ​ມິນ, ສະມາຄົມ​ນັກ​ຂ່າວ ຫວຽດນາມ ​ແລະ ອົງການຈັດຕັ້ງສັງຄົມ ສະມາຄົມ​ນັກ​ຂ່າວ ​ເບ​ລາຣຸດ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ສື່ມວນຊົນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສື່ສານ ​ແລະ ​ຍົກ​ສູງ​ຄຸນ​ນະພາ​ບວິຊາ​ສະ​ເພາະ​ໃຫ້​ແກ່​ນັກ​ຂ່າວ​ຂອງ​ສອງ​ປະ​ເທດ.

Hội Nhà báo Việt Nam và Tổ chức xã hội Hội Nhà báo Belarus đã ký kết bản ghi nhớ thỏa thuận hợp tác trong lĩnh vực báo chí (Ảnh: PLO).

ຫວຽດນາມ - ເບ​ລາຣຸດ ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດສື່ມວນຊົນ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ຮອງ​ປະ​ທານ​ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ ເຈິ່ນຈ້ອງຢຸງ ຢືນ​ຢັນ​ວ່າ: ເຫດ​ການນີ້​ແມ່ນ​ສ້າງຂີດໝາຍການ​ຮ່ວມ​ມື​ລະ​ຫວ່າງ​ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ ກັບ ເບ​ລາ​ຣຸດ ທີ່​ມີ​ສັນ​ຍາ​ຮ່ວມ​ມື​ດ້ານ​ສື່ມວນຊົນ​ລະ​ຫວ່າງ 2 ປະ​ເທດ​ຢ່າງ​ເປັນ​ທາງ​ການ. ສິ່ງ​ດັ່ງກ່າວ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ກໍ່ສ້າງ, ບໍາລຸງ, ຍົກສູງ​ອາຊີບຂອງ​ນັກ​ຂ່າວ. ບົນ​ພື້ນຖານ​ຂໍ້​ຕົກລົງ​ທີ່​ໄດ້​ລົງ​ນາມ​ຢ່າງ​ເປັນ​ທາງ​ການ, 2 ຝ່າຍ​ຈະ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ລະອຽດ​ກ່ວາ​ອີກ​ໃນ​ໄລຍະ​ຈະ​ມາ​ເຖິງ”.

ຕາມ​ທ່ານ Andrei Kryvasheyeu, ປະທານ​ສະພາບໍລິຫານອົງການຈັດຕັ້ງສັງຄົມ ​ສະມາຄົມ​ນັກ​ຂ່າວ ​ເບ​ລາຣຸດ ແລ້ວ, ຫວຽດນາມ ​ແລະ ​ເບ​ລາຣຸດ ມີ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ມາ​ເປັນ​ເວລາ​ຫຼາຍ​ປີ. ການ​ລົງ​ນາມ​ໃນ​ການ​ຮ່ວມ​ມື​ບໍ່​ພຽງ​ແຕ່​ເພີ່ມ​ທະວີ​ການ​ແລກປ່ຽນ​ການ​ຮ່ວມ​ມື​ດ້ານ​ວິຊາ​ຊີບ​ເທົ່າ​ນັ້ນ, ຫາກ​ຍັງໃນ​ຫຼາຍ​ຂົງ​ເຂດ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ສື່ມວນຊົນອີກດ້ວຍ. ຝ່າຍ​ເບ​ລາຣຸດ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ອົງການ​ສື່ມວນຊົນຂອງ​ຫວຽດນາມກວ່າອີກ, ​ໃນ​ນັ້ນ​ມີ​ໜັງສືພິມແບບ​ເຈ້ຍ, ໜັງສືພິມ​ອອນ​ລາຍ, ວິທະຍຸ​ກະຈາຍສຽງ, ສະຖານີ​ໂທລະພາບ...

ທ່ານ​ຮອງ​ປະ​ທານ​ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ ເຈິ່ນຈ້ອງຢຸງ ຢືນ​ຢັນ​ວ່າ: ເຫດ​ການນີ້​ແມ່ນ​ສ້າງຂີດໝາຍການ​ຮ່ວມ​ມື​ລະ​ຫວ່າງ​ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ ກັບ ເບ​ລາ​ຣຸດ ທີ່​ມີ​ສັນ​ຍາ​ຮ່ວມ​ມື​ດ້ານ​ສື່ມວນຊົນ​ລະ​ຫວ່າງ 2 ປະ​ເທດ​ຢ່າງ​ເປັນ​ທາງ​ການ. ສິ່ງ​ດັ່ງກ່າວ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ກໍ່ສ້າງ, ບໍາລຸງ, ຍົກສູງ​ອາຊີບຂອງ​ນັກ​ຂ່າວ. ບົນ​ພື້ນຖານ​ຂໍ້​ຕົກລົງ​ທີ່​ໄດ້​ລົງ​ນາມ​ຢ່າງ​ເປັນ​ທາງ​ການ, 2 ຝ່າຍ​ຈະ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ລະອຽດ​ກ່ວາ​ອີກ​ໃນ​ໄລຍະ​ຈະ​ມາ​ເຖິງ”.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.