ມີຫຼາຍ​ລາຍການສະ​ແດງ​ກາຍ​ຍະ​ສິນ​ທີ່​ດຶງ​ດູດ​ໃຈ​​ເຊິ່ງໄດ້​ດຳ​ເນີນ​ຢູ່​ງານ​ມະ​ໂຫລານ​ກາຍ​ຍະ​ສິນ​ສາ​ກົນ ປີ 2022

10:29 | 05/12/2022

ງານ​ມະ​ໂຫລ​ານ​ກາຍ​ຍະ​ສິນ​ສາ​ກົນ ປີ 2022 ໄດ້ດຳ​ເນີນ​ໃນ​ລະ​ຫວ່າງວັນທີ 2 – 7 ທັນ​ວາ ຢູ່ຮ່າ​ໂນ້ຍ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຫຼາຍ​ໜ່​ວຍ​ສະ​ແດງ​ສິ​ລະ​ປະ​ກາຍ​ຍະ​ສິນ​ທັງ​ຢູ່​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ. ນີ້​ແມ່ນ​ເຫດ​ການ​ວັດ​ທະ​ນະ​ທຳ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວ​ມມື​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ, ສິ​ລະ​ປະ ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ.

Festival ​ດອກ​ໄມ້ ດ່າລາດ ຄັ້ງ​ທີ 9 ມີຫຼາຍ​ການ​ເຄື່ອນ​ໄຫວສະເພາະ​ພິ​ເສດ Festival ​ດອກ​ໄມ້ ດ່າລາດ ຄັ້ງ​ທີ 9 ມີຫຼາຍ​ການ​ເຄື່ອນ​ໄຫວສະເພາະ​ພິ​ເສດ
ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2022: ພ້ອມ​ກັນ​ດຳ​ເນີນ​ຢູ່ 9 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2022: ພ້ອມ​ກັນ​ດຳ​ເນີນ​ຢູ່ 9 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ
ມີຫຼາຍ​ລາຍການສະ​ແດງ​ກາຍ​ຍະ​ສິນ​ທີ່​ດຶງ​ດູດ​ໃຈ​​ເຊິ່ງໄດ້​ດຳ​ເນີນ​ຢູ່​ງານ​ມະ​ໂຫລານ​ກາຍ​ຍະ​ສິນ​ສາ​ກົນ ປີ 2022
ນັກ​ສະ​ແດງ​ກາຍ​ຍະ​ສິນ ຫວຽດ​ນາມ

ງານ​ມະ​ໂຫລານ​ກາຍ​ຍະ​ສິນ​ສາ​ກົນ ແມ່ນ​ເຫດ​ການ​ໂດຍ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ​ຮັບ​ຮອງ​ເອົາ ແລະ ມອບ​ໃຫ້​ກົມ​ສິ​ລະ​ປະ​ການສະ​ແດງ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ສົມ​ທົບ​ກັບ​ກົມ​ຮ່ວມ​ມື​ສາ​ກົນ, ກົມ​ແຜນ​ການ, ການ​ເງິນ, ພະ​ແນກວັດ​ທະ​ນະ​ທຳ ແລະ ກິ​ລາ​ນະ​ຄອນ​ຮ່າ​ໂນ້ຍ, ສະ​ມາ​ຄົມ​ນັກ​ສິ​ລະ​ປິນ ເວ​ທີ ຫວຽດ​ນາມ, ສະ​ຫະ​ພັນ​ກາຍ​ຍະ​ສິນ ຫວຽດ​ນາມ ແລະ ບັນ​ດາ​ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ ຈັດ​ຕັ້ງງານ​ມະ​ໂຫລານ​ກາຍ​ສະ​ສິນ​ສາ​ກົນ 2022 ນັບ​ແຕ່ ວັນ​ທີ 2 – 7 ທັນ​ວາ 2022 ຢູ່​ໂຮງ​ກາຍ​ຍະ​ສິນ​ສູນ​ກາງ - ສະ​ຫະ​ພັນ​ກາຍ​ຍະ​ສິນ ຫວຽດ​ນາມ ຕັ້ງຢູ່​ເລກ​ທີ 67 – 69 ເຈິ່ນ​ແທັງຕົງ, ຮາຍ​ບ່າ​ຈຶງ, ຮ່າ​ໂນ້ຍ.

ຕາມ​ນັກ​ສິ​ລະ​ປິນ​ດີ​ເດັ່ນ ເຈິ​ນ​ລີ​ລີ, ຜູ້​ຮັກ​ສາການ​ຫົວ​ໜ້າ​ກົ​ມ​ສິ​ລະ​ປະການ​ສະ​ແດງແລ້ວ, ງານ​ມະ​ໂຫລານ​ກາຍ​ຍະ​ສິນສາ​ກົນ 2022 ແມ່ນ​ເຫດ​ການ​ວັດ​ທະ​ນະ​ທຳ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ​ສິ​ລະ​ປະ ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ໃນ​ໂລກ, ແມ່ນ​ສະ​ຖານ​ທີ່​ເຕົ້າ​ໂຮມ​ຂອງ​ບັນ​ດາ​ໜ່ວຍ​ງານ​ສະ​ແດງ​ກາຍ​ຍະ​ສິນ​ໃນ​ທົ່ວ​ໂລກ ແລະ ບັນ​ດາ​ຄະ​ນະ​ສະ​ແດງ​ກາຍ​ຍະ​ສິນ​ດີ​ເດັ່ນ​ທີ່​ມາ​ຈາກຫຼາຍ​ປະ​ເທດ. ງານ​ມະ​ໂຫລານ​ສະ​ແດງ​ກາຍ​ຍະ​ສິນ​ສາ​ກົນ ຍັງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ນັກ​ສິນ​ລະ​ປິນ ປະ​ເທດ​ຫວຽດ​ນາມ ແນະ​ນຳ​ຄຸນ​ຄ່າ​ທາງ​ດ້ານ​ສິ​ລະ​ປະ​ກາຍ​ຍະ​ສິນ ຫວຽດ​ນາມ ໄປ​ຍັງ​ເພື່ອນ​ມິດ​ສາ​ກົນ. ນີ້​ກໍ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ນັກ​ຄຸ້ມ​ຄອງສິ​ລະ​ປະ, ບັນ​ດາ​ນັກສິ​ລະ​ປະ​ກາຍ​ຍະ​ສິນ ຫວຽດ​ນາມ ພົບ​ປະ​ແລກ​ປ່ຽນ, ຮ່ຳ​ຮຽນ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກັບ​ບັນ​ດາ​ໜ່ວຍ​ງານ​ສາ​ກົນ ໃນ​ວິ​ວັດ​ການ​ອອກ​ແຮງ​ງານ​ປະ​ດິດ​ຄິດ​ສ້າງ​ສິ​ລະ​ປະ. ຈາກ​ນັ້ນ, ບັນ​ດາ​ນັກ​ສິ​ລະ​ປິນ​ພາຍ​ໃນ​ປະ​ເທດ​ຄົ້ນ​ຄ້​ວາ ເພື່ອ​ມີ​ການ​ປ່ຽນ​ແປງ​ໃໝ່​ກ່ຽວ​ກັບ​ວິ​ທີ​ການ​ຈັດ​ຕັ້ງ, ຄຸ້ມ​ຄອງ, ປະ​ດິດ​ຄິດ​ສ້າງບັນ​ດາ​ຜົນ​ງານ​ທີ່​ມີ​ຄຸນ​ນະ​ພາບ​ສິ​ລະ​ປະ​ສູງ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໃນ​ການ​ຮັບ​ຊົມ​ໃຫ້​ແກ່​ປະ​ຊາ​ຊົນ.

ງານ​ມະ​ໂຫລານ​ກາຍ​ຍະ​ສິນ​ປີ​ນີ້ ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ຫົວໜ່ວຍ​ສະ​ແດງ​ສິ​ລະ​ປະ​ກາຍ​ຍະ​ສິນ​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ ແລະ ສາ​ກົນ ດ້ວຍ​ລາຍ​ການ​ສະ​ແດງ​ທີ່ເປັນໜ້າສົນໃຈ 29 ລາຍ​ການ. ສຳ​ລັບຫົວ​ໜ່ວຍ​ສະ​ແດງ​ພາຍ​ໃນ​ປະ​ເທດ ຈະ​ມີ​ບັນ​ດາ​ລາຍ​ການ​ສະ​ແດງ​ທີ່​ພົ້ນ​ເດັ່ນ​ຂອງ​ໂຮງ​ລະ​ຄອນ​ສະ​ແດງ​ສິ​ລະ​ປະ ເຟືອງ​ນາມ, ສະ​ຫະ​ພັນ​ສະ​ແດງ​ກາຍ​ຍະ​ສິນ ຫວຽດ​ນາມ, ໂຮງ​ລະ​ຄອນ ສິ​ລະ​ປະ​ກາຍ​ຍະ​ສິນ ແລະ ກາຍຍະກຳ ຮ່າ​ໂນ້ຍ, ໂຮງ​ຮຽນ ​ສິ​ລະ​ປະ​ກາຍ​ຍະ​ສິນ ແລະ ກາຍຍະກຳ ​ຊັ້ນ​ກາງ ຫວຽດ​ນາມ. ກ່ຽວ​ກັບ​ຫົວໜ່ວຍ​​ຕ່າງ​ປະ​ເທດ​ລວມ​ມີ 5 ຫົວໜ່ວຍ​ຄື ກາ​ນາ​ດາ, ເບ​ລາ​ຣຸດ, ສ​ປ​ປ.ລາວ, ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ແລະ ເອ​ຢິບ.

ງານ​ມະ​ໂຫລານ​ກາຍ​ຍະ​ສິນ​ສາ​ກົນ ໄດ້​ຈັດ​ຕັ້ງຫຼາຍ​ຄັ້ງ​ຢູ່ ຫວຽດ​ນາມ ແລະ ສ້າງ​ເຄື່ອງ​ໝາຍ​ສະ​ເພາະ ດຶງ​ດູດ​ຄວາມ​ສົນ​ໃຈ​ພິ​ເສດ​ຂອງ​ມະ​ຫາ​ຊົນ. ນີ້​ກໍ່​ແມ່ນ​ໂອ​ກາດ​ທີ່​ດີ​ເພື່ອ​ໃຫ້​ນັກ​ສິ​ລະ​ປິນ​ບັນ​ດາ​ປະ​ເທດ​ແລກ​ປ່ຽນ, ຮ່ຳ​ຮຽນ​ບົດ​ຮຽນ​ປະ​ສົບ​ການ ກ່ຽວ​ກັບ​ວິ​ທີ​ການ​ປະ​ດິດ​ສ້າງ ແນ​ໃສ່​ສ້າງ​ສິ​ລ​ະ​ປິນ​ກາຍ​ຍະ​ສິນ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ. ພ້ອມ​ທັງ​ນີ້​ກໍ່​ແມ່ນ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ມີ​ຄວາມໝາຍ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ນ້ຳ​ໃຈ​ສາ​ມັກ​ຄີ, ການ​ຮ່ວມ​ມື​ມິດ​ຕະ​ພາບ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ໂຄ​ສະ​ນາ​ພາບ​ພົດ​ຫວຽດ​ນາມ​ ທີ່​ສວຍ​ງາມ, ຮັກ​ແພງ​ແຂກ​ຄົນ ໄປ​ຍັງ​ເພື່ອນ​ມິດ​ສາ​ກົນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.