ຂີດໝາຍໃໝ່ໃນປະຫວັດສາດຂອງສະພາສັນຕິພາບໂລກ

16:32 | 01/12/2022

ຍ​ສ​ໝ - ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 22 ຂອງ​ສະພາ​ສັນ​ຕິ​ພາບ​ໂລກ (ສະພາ) ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ. ຜ່ານ​ນັ້ນ ກໍ່ກຳ​ນົດ​ທິດ​ທາງ​ຍຸດ​ທະ​ສາດ ​ແລະ ​ໂຄງການກະທຳທີ່​ຈິງ​ຂອງສະພາ​ໃນ​ໄລຍະ​ຈະ​ມາ​ເຖິງ. ​ໃນ​ຖານະ​ເປັນ​ເຈົ້າພາບ​ຈັດ​ຕັ້ງເຫດ​ການ, ຫວຽດນາມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງ​ບົດບາດ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ ​ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ເວົ້າ​ສະ​ເພາະ ​ແລະ ການ​ເຄື່ອນ​ໄຫວ​ສັນຕິພາບ​ຂອງ​ໂລກ​ເວົ້າ​ລວມ.

ໄຂກອງປະຊຸມໃຫຍ່ຄັ້ງທີ 22 ຂອງສະພາສັນຕິພາບໂລກ ໄຂກອງປະຊຸມໃຫຍ່ຄັ້ງທີ 22 ຂອງສະພາສັນຕິພາບໂລກ
ເລື່ອງຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ 22 ສະພາສັນຕິພາບໂລກ ຢູ່ຫວຽດນາມ ແມ່ນຄວາມຍອດຍິ່ງ ເລື່ອງຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ 22 ສະພາສັນຕິພາບໂລກ ຢູ່ຫວຽດນາມ ແມ່ນຄວາມຍອດຍິ່ງ
ຂີດໝາຍໃໝ່ໃນປະຫວັດສາດຂອງສະພາສັນຕິພາບໂລກ

ທ່ານ ເຈິ່ນ​ແທັງ​ເໝີນ ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ມອ​ບຫຼຽນ​ກາ​ມິດ​ຕະ​ພາບ​ໃຫ້​ແກ່​ໝູ່​ຄະ​ນະ​ສະ​ພາ​ສັນ​ຕິ​ພາບ ໂລກ (ພາບ: ທູ​ຮ່າ)

ປະຕິບັດສຳເລັດໂຄງການດຳເນີນງານທີ່ໄດ້ວາງອອກ

ກອງ​ປະຊຸມ​ໃຫຍ່​ສະພາ​ສັນຕິພາບ​ໂລກ ​ຄັ້ງ​ທີ 22 ​ໄດ້​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ຫວຽດນາມ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ເກືອບ 100 ຄົນ​ທີ່​ມາ​ຈາກ​ເກືອບ 50 ປະ​ເທດ, ​ໃນ​ນັ້ນ​ມີ​ຜູ້ຕາງໜ້າ​ບັນດາ​ກຳລັງ​ທີ່ກ້າວໜ້າ ແລະ ​ຮັກ​ຫອມ​ສັນຕິພາບ​ໃນ​ໂລກ, ມາຈາກ​ບັນດາ​ອົງການ​ທີ່​ມີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ກັບ​ສະພາ​ສັນຕິພາບ​ໂລກ ​ເຊັ່ນ: ສະຫະພັນ​ແມ່ຍິງ​ປະຊາທິປະ​ໄຕ​ໂລກ, ສະຫະພັນ​ຊາວ​ໜຸ່ມ​ປະຊາທິປະ​ໄຕ​ໂລກ, ສະຫະພັນ​ແມ່ຍິງ​ປະຊາທິປະ​ໄຕ​ໂລກ, ສະຫະພັນ​ຊາວ​ໜຸ່ມ​ປະຊາທິປະ​ໄຕ​ໂລກ, ອົງການ​ການ​ຄ້າ​ໂລກ, ສະຫະພັນ​ ທະນາຍຄວາມ​ປະຊາທິປະ​ໄຕ​ໂລກ.

ນີ້​ແມ່ນ​ເຫດ​ການ​ການ​ທູດຫຼາຍ​ຝ່າຍ​ສຳ​ຄັນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຍົກ​ສູງ​ທີ່​ຕັ້ງ, ບົດ​ບາດ, ພາບ​ພົດ​ຂອງ ຫວຽດ​ນາມ ເວົ້າ​​ລວມ ແລະ ການ​ທູດ​ປະ​ຊາ​ຊົນ​ເວົ້າ​ສະ​ເພາະ. ກອງ​ປະ​ຊຸມ​ໃຫຍ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ໂຄ​ສະ​ນາ​ທັດ​ສະ​ນະ, ແນ​ວ​ທາງ​ການ​ທູດຂອງ ຫວຽດ​ນາມ, ຊຸກ​ຍູ້​ຄວາມ​ສາ​ມັກ​ຄີສາ​ກົນ, ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຂະ​ບວນ​ການ​ລວມ​ຂອງ​ປະ​ຊາ​ຊົນທີ່​ຮັກ​ຫອມ​ສັນ​ຕິ​ພາບ​ໂລກ.

ເຫດການ​ດັ່ງກ່າວ​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້ ຫວຽດນາມ ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຕໍ່​ການ​ສະໜັບສະໜູນ ​ແລະ ການ​ປະກອບສ່ວນ​ຂອງ​ສະພາ​ແລະ ບັນດາ​ອົງການ​ສະມາຊິກ​ສຳ​ລັບ ຫວຽດນາມ ​ໃນ​ຊຸມ​ປີຜ່ານມາ ​ແລະ ພິ​ເສດ​ແມ່ນ​ໃນ​ພາລະກິດແຫ່ງ​ການ​ຕໍ່ສູ້​ປົດ​ປ່ອຍ​ປະ​ເທດ​ຊາດ ​ແລະ ທ້ອນ​ໂຮມ​ປະ​ເທ​ດ​ຊາດ​ເປັນ​ເອກະ​ພາບ. ພ້ອມ​ກັນ​ນັ້ນ, ກໍ່​ໄດ້​ຮັບ​ການ​ສະໜັບສະໜູນ​ຂອງ​​ສະພາ ​ແລະ ​ເພື່ອນ​ມິດສາ​ກົນ​ກ່ຽວ​ກັບ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ຊາດ​ຫວຽດນາມ​ໃນ​ສະພາບ​ການ​ປະຈຸ​ບັນ.

ພາຍຫຼັງ 6 ວັນ​ເຮັດ​ວຽກ​ຢ່າງ​ມີ​ປະສິດທິ​ຜົນ ແລະ ຕັ້ງ​ໜ້າ (21-26 ພະຈິກ 2022), ກອງ​ປະຊຸມ​ໃຫຍ່​ສະພາ​ສັນຕິພາບ​ໂລກ ​ຄັ້ງ​ທີ 22 ​ໄດ້​ອັດ​ລົງ​ຢ່າງ​ຈົບງາມ, ​​ສຳ​ເລັດໂຄ​ງ​ການ​ດຳ​ເນີນ​ງານທີ່ໄດ້ວາງອອກຄື: ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ດ້ານ​ການ​ເມືອງ, ​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​​ສະພາ​ສັນຕິພາບ​ໂລກ ​ອາ​ຍຸ​ການ​ໃໝ່, ຈັດ​ຕັ້ງ​ກອງ​ປະ​ຊຸມ​ສັນ​ຕິ​ພາບ​ຮ່າ​ໂນ້ຍ ຢ່າງສຳ​ເລັດ​ຜົນ...

ຖະ​ແຫຼ​ງການ​ທາງ​ການ​ເມືອງ​ຂອງ​ສະພາ​ສັນຕິພາບ​ໂລກ ​ຄັ້ງ​ທີ 22 ​ໄດ້​ສະ​ແດງ​ໃຫ້​ເຫັນສານ​ຢ່າງ​ແຮງ​ກ່ຽວ​ກັບ​ຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ມານະ​ພະຍາຍາມ​ເພີ່ມ​ທະ​ວີຄວາມ​ສາ​ມັກ​ຄີ, ​ເພີ່ມ​ທະວີ​ການ​ເຕົ້າ​ໂຮມ​ກຳລັງ​ຮັກຫອມ​ສັນຕິພາບ ​ແລະ ຄວາມ​ກ້າວໜ້າ​ໃນ​ໂລກ ​ເພື່ອ​ສືບ​ຕໍ່​ຕໍ່ສູ້​ເພື່ອ​ສັນຕິພາບ, ຄວາມຍຸຕິ​ທຳ, ປະຊາທິປະ​ໄຕ, ຍຸຕິ​ທຳສັງ​ຄົມ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ, ຕ້ານ​ສົງຄາມ, ຕ້ານ​ການກົດ​ຂີ​ຂູດ​ຮີດ ​ແລະ ຄວາມ​ບໍ່​ຍຸດຕິ​ທຳ.

ພາລະກຳ​ສັນຕິພາບ ​ແລະ ຄວາມ​ຊົງ​ຈຳ​ທີ່​ສວຍ​ງາມ​ຂອງ​ປະ​ເທດຊາດ ​ແລະ ຊາວຫວຽດນາມ

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 22 ຂອງ​​ສະພາ​ສັນ​ຕິ​ພາບ​ໂລກ​ໄດ້​ສິ້ນ​ສຸດ​ລົງ, ແຕ່​ນ້ຳ​ໃຈ, ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ຫວຽດ​ນາມ ທີ່​ສະ​ໜິດ​ສະ​ໜົມ, ຮັກ​ແພງ​ແຂກ​ຄົນ, ຮັກ​ຫອມ​ສັນ​ຕິ​ພາບ ແລະ ບັນ​ດາ​ຜົນ​ງານ​ພາຍຫຼັງ 36 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ຂອງ​ຫວຽດ​ນາມ ຍັງ​​ຄົງຕົວຢູ່. ທ່ານ ອວງ​ຈູ​ລຶວ - ອະດີດ​ກຳມະການ​ສູນ​ກາງ​ພັກ, ອະດີດ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ປະທານ​ຄະນະ​ກຳມະການ​ສັນຕິພາບ​ຫວຽດນາມ ​ໃຫ້​ຮູ້​ວ່າ: ເຄື່ອງ​ຂອງທີ່ນຳ​ກັບ​ເມືອ​ປະ​ເທດ​ຂອງ​ບັນດາ​ຜູ້​ແທນ​ຈະ​ມີ​ພາລະກິດ​ສັນຕິພາບ​ຈາກ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 22 ​ສະພາ​ສັນຕິພາບ​ໂລກ ດ້ວຍ​ຄວາມ​ຊົງ​ຈຳ​ທີ່​ສວຍ​ງາມ​ຂອງ​ປະ​ເທດຊາດ ​ແລະ ຊາວ ຫວຽດນາມ”.

ຜ່ານ​ການ​ແລກປ່ຽນ, ພົບ​ປະ ບັນດາ​ຜູ້​ແທນ​ເກືອບ​ທັງ​ໝົດ​ໄດ້​ຕີ​ລາຄາ​ສູງ​ການ​ກະກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນຂອງ​ຫວຽດນາມ ນັບ​ແຕ່​ຂັ້ນ​ຕອນ​ເນື້ອ​ໃນ, ເສ​ນາ​ທິ​ການ, ການ​ສົມທົບ​ກັບບັນດາການນຳ ແລະ ​ຄະນະ​ເລຂາທິການ​​ສະພາ​ສັນຕິພາບ​ໂລກ. ທຸກ​ສິ່ງ​ທຸກ​ຢ່າງ​ນີ້​ໄດ້​ສ້າງ​ເປັນ​ບັນ​ຍາ​ກາດ​ຈິງໃຈ, ເປີດ​ເຜີຍ, ຕັ້ງ​ໜ້າ​ເພື່ອ​ໃຫ້​ບັນ​ດາ​ຜູ້​ແທນ​ອາດ​ຈະ​ແບ່ງ​ບັນ​ຄວາມ​ຄິດ, ​ສະ​ເໜີຂໍ້​ລິ​ເລີ່ມ, ແມ່ນ​ກາ​ລະ​ໂອ​ກາດ​ທີ່​ດີ​ເພື່ອ​ໃຫ້​ບັນ​ດາ​ຜູ້​ແທນ​​ມີ​ຄວາມ​ເຂົ້າ​ໃຈ​​ກ່ຽວ​ກັບ​ປະ​ເທດ ​ແລະ ຊາວ​ຫວຽດນາມ ກ່ວາ​ອີກ.

ຕາມ​ທ່ານ Carlos Ron, ປະທານ​ສະ​ຖາ​ບັນ​ຄົ້ນຄວ້າກ່ຽວກັບສັນຕິພາບ ​ແລະ ສາມັກຄີ Venezuela (ISB) ​ແລ້ວ, ຈາກ​ປະ​ເທດທີ່ຜ່ານ​​ສົງຄາມ, ຫວຽດນາມ ບໍ່​ພຽງ​ແຕ່​ກາຍ​ເປັນ​ປະ​ເທດ​ເອກະລາດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ປະ​ເທດ​ທີ່​ມີ​ເສັ້ນທາງ​ພັດທະນາ​ໃໝ່, ມຸ່ງ​ໄປ​ເຖິງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ, ສືບ​ຕໍ່​ເດີນ​ຕາມ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ​ທີ່​ໄດ້​​ເລືອກໄວ້​.

ທ່ານ Carlos Ron ​ໃຫ້​ຮູ້​ວ່າ ບັນດາຄວາມສຳເລັດໃນ​ການ​ປະຕິບັດ​ນະ​ໂຍບາຍ​ຂອງ​ຫວຽດນາມ ດ້ວຍການ​ກຳ​ນົດ​ທິດ​ສັງຄົມ​ນິຍົມ ​ແມ່ນ​ສະ​ແດງ​ໃຫ້​ໂລກ​ເຫັນ​ວ່າ ສັງຄົມ​ນິຍົມ ສາມາດ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດໃຫ້ແກ່​ປະ​ເທດ​ຊາດ, ຊົນຊາດ ​ແລະ ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ.

ຕາມ​ທ່ານ Ganim Gazawi, ສະມາຊິກ​ຄະນະ​ບໍລິຫານ​ງານ​ຄະນະ​ກຳມະການ​ສັນຕິພາບ ​ແລະ ຄວາມ​ສາມັກຄີ​ອິດສະຣາ​ແອນ (PSCI) ແລ້ວ, ຫວຽດນາມ - ປະ​ເທດ​ສັນຕິພາບ, ​ແມ່ນ​ສະຖານ​ທີ່​ທີ່​ທ່ານ​ລໍຄອຍ​ໄດ້ໄປເຖິງມາ​ແຕ່​ດົນ​ນານແລ້ວ. ໂດຍສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ປະຊາຊົນ​ຫວຽດນາມ, ບັນດານັກ​ວິລະ​ຊົນ​ໃນ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​ແລະ ​ທ້ອນໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ທ່ານ Ganim Gazawi ​ໃຫ້​ຮູ້​ວ່າ: ປະ​ເທດ​​ຫວຽດນາມວິ​ລະ​ຊົນ ​ໃນ​ທັງອະ​ດີດ​ຕະ​ການ ​ແລະ ປະຈຸ​ບັນ ພວມ​ນັບ​ມື້​ນັບ​ພັດທະນາ​ຢ່າງ​ຟົດ​ຟື້ນ, ​ໄດ້​ກາຍ​ເປັນ​ບົດຮຽນ​ອັນ​ເລິກ​ເຊິ່ງ​ໃຫ້​ແກ່​ຂະ​ບວນການ​ສັນຕິພາບຂອງໂລກ.

ສ່ວນຕາມທ່ານນາງ Socorro Gomes Coelho, ອະ​ດີດ​ປະ​ທານ ​ສະພາ​ສັນ​ຕິ​ພາບ​ໂລກແລ້ວ, ຫວຽດ​ນາມ ໄດ້​ພັດ​ທະ​ນາກາຍ​ເປັນ​ປະ​ເທດ​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ພັດ​ທະ​ນາ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ-ສັງ​ຄົມ, ພິ​ເສດ​ແມ່ນ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ດຳ​ລົງຊີ​ວິດ​ຂອງ​ປະ​ຊາ​ຊົນ. ບັນດາ​ຜົນງານ​ດັ່ງກ່າວ​ຍິ່ງ​ມີ​ຄວາມ​ໝາຍ​ເມື່ອ​ໄດ້​ວາງ​ອອກ​ໃນ​ສະພາບ​ທີ່​ຫວຽດນາມ​ ໄດ້ຜ່ານ​ສົງຄາມ​ຕໍ່ຕ້ານ​ຫຼາຍ​ຄັ້ງ​ເພື່ອ​ຍາດເອົາເອກະລາດ ​ແລະ ສັນຕິພາບ.

“ຫວຽດນາມ ​ແມ່ນແຫຼ່ງ​ບັນດານໃຈ ​ແລະ ​ເພື່ອນ​ມິດ​ທີ່​ດີ​ຂອງ​ປະຊາຊົນ​ຕໍ່ສູ້​ເພື່ອ​ເອກະລາດ, ອະທິປະ​ໄຕ ​ແລະ ສັນຕິພາບ​ໃນ​ໂລກ. ພວກ​ຂ້າພະ​ເຈົ້າຂໍສະແດງຄວາມເຄົາລົບ, ຊົມ​ເຊີຍ ​ແລະ ຈະຮ່ວມ​ເດີນ​ທາງ​ກັບ​ບັນ​ດາ​ການ​ນຳ ​ແລະ ປະຊາຊົນ ຫວຽດນາມ”.

ຕາມ​ອະດີດ​ປະທານ ສະພາ​ສັນຕິພາບ​ໂລກ​ແລ້ວ, ຫວຽດນາມ ມີ​ການ​ສະໜັບສະໜູນຈາກ​ສາ​ກົນ ​ແລະ ປະສົບ​ການ​​ໃນ​ການ​ເຕົ້າ​ໂຮມ, ສາ​ມັກ​ຄີ​ບັນ​ດາ​ແຫຼ່ງກຳ​ລັງ ​ເພື່ອ​ສະກັດ​ກັ້ນ​ສົງຄາມ. ສະ​ນັ້ນ, ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ​ ​ສະພາ​ສັນຕິພາບ​ໂລກ. ປະຊາ​ຄົມ​ຊາວ​ຫວຽດນາມ ທີ່ຮັກຫອມສັນຕິພາບ ​ແມ່ນ​ພາກສ່ວນ​ທີ່ຈຳ​ເປັນ​ຂອງ​ປະຊາ​ຄົມ​ເພື່ອສັນຕິພາບ​ສາກົນ ​ແລະ ຂອງ​ອົງ​ການ​ສະພາ​ສັນຕິພາບ​ໂລກ. ຜ່ານ​ປະຊາ​ຄົມ​ນີ້, ທ່ານນາງ​ເຊື່ອ​ໝັ້ນ​ວ່າ ຫວຽດນາມ ຈະ​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ສັນຕິພາບ​ຂອງ​ໂລກ.

ສຳ​ລັບ​ທ່ານ​ປະ​ທານ​ສະ​ພາ​ສັນ​ຕິ​ພາບ​ໂລກ​ຄົນ​ໃໝ່ Pallab Sengupta, ຫວຽດ​ນາມ ໄດ້​ມີ​ຄວາມ​ສະ​ໜິດ​ສະ​ໜົມ. ​ທ່ານ​ແບ່ງ​ປັນ​ວ່າ "ທຸກໆຄັ້ງທີ່ຂ້າ​ພະ​ເຈົ້າມາຫວຽດນາມ, ຂ້າ​ພະ​ເຈົ້າຮູ້ສຶກຄືວ່າໄດ້ເມືອເຮືອນ". ຕາມ​ທ່ານ Pallab Sengupta ​ແລ້ວ, ​ເຫດການ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 22 ຂອງ ​ສະພາ​ສັນຕິພາບ​ໂລກ ​ໄດ້​ຈັດ​ຂຶ້ນ​ຢູ່​ຫວຽດນາມ ​ແມ່ນ​ການ​ຢັ້ງ​ຢືນ​ທີ່​ຕັ້ງ ​ແລະ ບົດບາດ​ສຳຄັນ​ຂອງ​ຫວຽດນາມ ​ໃນ​ການ​ເຄື່ອນ​ໄຫວ​ສັນຕິພາບ​ຂອງ​ໂລກ, ຫວຽດນາມ ​ແມ່ນ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ ​ແລະ ຕັ້ງໜ້າ​ຂອງ​ປະຊາ​ຄົມ​ສາກົນ. ​ທ່ານ Pallab Senguptaເນັ້ນ​ໜັກ ວ່າ:

“ພວກເຮົາພວມດຳລົງຊີວິດໂລກດ້ວຍບັນດາການຜັນແປທີ່ສັບສົນຫຼາຍຢ່າງ, ຊ້ອນແຝງໄປດ້ວຍຫຼາຍຄວາມສ່ຽງນາບຂູ່ເຖິງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ. ຈຸດປະສົງຂອງສະພາສັນຕິພາບໂລກ ແມ່ນຮ່ວມກັນກະທຳ, ບໍ່ຈຳແນກແນວຄິດ, ທັດສະນະການເມືອງ, ສາສະໜາ ເພື່ອກ້າວໄປສູ່ສັນຕິພາບ ແລະ ການພັດທະນາທົ່ວໂລກ”.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.