ເລື່ອງຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ 22 ສະພາສັນຕິພາບໂລກ ຢູ່ຫວຽດນາມ ແມ່ນຄວາມຍອດຍິ່ງ

16:33 | 26/11/2022

ຍສໝ - ນີ້ແມ່ນການແບ່ງປັນຂອງບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ 22 ສະພາສັນຕິພາບໂລກ ທີ່ດໍາເນີນຢູ່ຮ່າໂນ້ຍ ແລະ ກວ໋າງນິງ (ຫວຽດນາມ) ໃນລະຫວ່າງວັນທີ 21-26 ພະຈິກ 2022.

ສື່ມວນ​ຊົນ ອິນໂດເນເຊຍ ​ຍ້ອງຍໍຊົມເຊີຍພິທີໄຂງາມມະຫາກໍາກິລາ ຊີເກມ ຄັ້ງທີ 31 ຢູ່ຫວຽດນາມ ສື່ມວນ​ຊົນ ອິນໂດເນເຊຍ ​ຍ້ອງຍໍຊົມເຊີຍພິທີໄຂງາມມະຫາກໍາກິລາ ຊີເກມ ຄັ້ງທີ 31 ຢູ່ຫວຽດນາມ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ເລື່ອນເວລາກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ຢູ່ຫວຽດນາມ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ເລື່ອນເວລາກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ຢູ່ຫວຽດນາມ

ຕາມທ່ານ Athanasios Pafilis, ເລຂາທິການໃຫຍ່ ສະພາສັນຕິພາບໂລກ ແລ້ວ, ມີຫຼາຍສາຍເຫດທີ່ພາໃຫ້ສະພາສັນຕິພາບໂລກ ຄັດເລືອກເອົາ ຫວຽດນາມແມ່ນບ່ອນຈັດຕັ້ງ ກອງປະຊຸມໃຫຍ່ ຄັ້ງທີ 22. ກ່ອນອື່ນໝົດ ແມ່ນຍ້ອນປະຫວັດສາດທີ່ເປັນວິລະຊົນຂອງຫວຽດນາມ. ຕາມນັ້ນແລ້ວ, ຫວຽດນາມ ໄດ້ຍາດເອົາໄຊຊະນະໃນບັນດາການຕໍ່ສູ້ປົດປ່ອຍຊາດ, ທ້ອນ ໂຮມປະເທດຊາດເປັນເອກະພາບ, ປົກປັກຮັກສາປະເທດຊາດ. ຈາກນັ້ນ, ຫວຽດນາມ ໄດ້ກາຍເປັນແບບຢ່າງທີ່ສະແດງໃຫ້ເຫັນວ່າ ເມື່ອປະຊາຊົນສາມັກຄີກັນ ກໍຕີຍາດໄດ້ໄຊຊະນະ, ປົກປ້ອງຄຸນຄ່າປະຊາຄົມຂອງຊາດ.

“Thật tuyệt vời khi tổ chức Đại hội lần thứ 22 Hội đồng Hòa bình thế giới tại Việt Nam”

ບັນດາຜູ້ແທນ ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ 22 ສະພາສັນຕິພາບໂລກ ໄປສຸສານໄວ້ອາໄລປະທານໂຮ່ຈີມິນ. ພາບ: thoidai.com.vn

ທີສອງແມ່ນໃນຂະນະທີ່ສະພາບການໂລກ ມີການຜັນແປສັບສົນ, ເກີດສົງຄາມ, ການກໍ່ການຮ້າຍ, ຫວຽດນາມ ແມ່ນປະເທດສັນຕິສຸກ, ສະຖຽນລະພາບ ແລະ ກ້າວໄປຫາເສັ້ນທາງສ້າງສັນຕິພາບ, ສະຖຽນລະພາບ, ປະຕິບັດຕາມກົດໝາຍສາກົນຢ່າງເຂັ້ມງວດ. ຍ້ອນດ້ວຍບັນດາສາຍເຫດດັ່ງກ່າວ, ຫວຽດນາມ ແມ່ນສະຖານທີ່ເໝາະສົມເພື່ອເປັນເຈົ້າພາບຈັດຕັ້ງເຫດການທີ່ກ່ຽວຂ້ອງເຖິງຄວາມສັນຕິພາບ.

Ông Athanasios Pafilis, Tổng thư ký Hội đồng Hòa bình thế giới. (Ảnh: Thu Hà)

ທ່ານ Athanasios Pafilis ເລຂາທິການໃຫຍ່ ສະພາສັນຕິພາບໂລກ. ພາບ: thoidai.com.vn

ສ່ວນທ່ານນາງ Corazon Fabros Valdez ຜູ້ຮັບຜິດຊອບດ້ານຄວາມໝັ້ນຄົງ ແລະ ສັນຕິພາບຂອງເວທີປາໄສປະຊາຊົນອາຊີ-ເອີລົບ ໃຫ້ຮູ້ວ່າ ສະພາສັນຕິພາບໂລກ ໄດ້ຄັດເລືອກຖືກຕ້ອງເມື່ອເລືອກເອົາ ຫວຽດນາມ ແມ່ນສະຖານທີ່ຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ 22, ໂດຍອີງໃສ່ ປະຫວັດສາດການຕໍ່ສູ້ ເພື່ອສັນຕິພາບ ກໍ່ຄືທິດທາງພັດທະນາຂອງຫວຽດນາມ ໃນປັດຈຸບັນ, ພິເສດແມ່ນເມື່ອຫວຽດນາມ ພວມມຸ່ງໄປເຖິງການ ສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສັນຍາປາຣີ ກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບຄືນໃໝ່ ຢູ່ຫວຽດນາມ.

ສະມາຊິກທີ່ຕັ້ງໜ້າຂອງສະພາສັນຕິພາບໂລກ

ເມື່ອຕີລາຄາກ່ຽວກັບການປະກອບສ່ວນຂອງຄະນະກໍາມະການສັນຕິພາບ ຫວຽດນາມ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ ຕໍ່ກັບສະພາສັນຕິ ພາບໂລກ, ບັນດາຜູ້ແທນລ້ວນແຕ່ຖືວ່າ ນັບແຕ່ກ່ອນມາຮອດປະຈຸບັນ, ຄະນະກໍາມະການສັນຕິພາບຫວຽດນາມ ຍາມໃດກໍ່ແມ່ນສະມາຊິກທີ່ຕັ້ງໜ້າຂອງສະພາສັນຕິພາບໂລກ.

bà Corazon Fabros Valdez, phụ trách về An ninh và Hòa bình của Diễn đàn Nhân dân Á - Âu. (Ảnh: Thu Hà)

ທ່ານນາງ Corazon Fabros Valdez ຜູ້ຮັບຜິດຊອບດ້ານຄວາມໝັ້ນຄົງ ແລະ ສັນຕິພາບຂອງເວທີປາໄສປະຊາຊົນອາຊີ-ເອີລົບ. ພາບ: thoidai.com.vn

ຕາມທ່ານນາງ Corazon Fabros Valdez ແລ້ວ, ສິ່ງດັ່ງກ່າວ ແມ່ນເໝາະສົມກັບໜ້າທີ່ຂອງຄະນະກໍາມະການສັນຕິພາບຫວຽດນາມ, ນັ້ນແມ່ນການຕໍ່ສູ້ ແລະ ການສະໜັບສະໜູນຄວາມສາມັກຄີກັນ, ຊຸກຍູ້ສັນຕິພາບ, ຄວາມຍຸຕິທໍາ, ເອກະລາດແຫ່ງຊາດ ແລະ ຜືນແຜ່ນດິນອັນຄົບຖ້ວນ ຢູ່ຫວຽດນາມ ເວົ້າສະເພາະ ກໍ່ຄືໃນໂລກເວົ້າລວມ, ຊຸກຍູ້ຂະບວນການບໍ່ຮ່ວມກຸ່ມລະຫວ່າງລັດຖະບານ ແລະ ປະຊາຊົນບັນດາປະເທດ.

ທ່ານ Athanasios Pafilis ໃຫ້ຮູ້ວ່າ ໃນໂລຍະຜ່ານມາ, ຫວຽດນາມ ໄດ້ມີການປະກອບສ່ວນທີ່ຕັ້ງໜ້າໃຫ້ສະພາສັນຕິພາບໂລກ, ທ່ານເວົ້າວ່າ: “ພວກຂ້າພະເຈົ້າ ເຄື່ອນໄຫວຢູ່ຫຼາຍປະເທດ, ທະວີບ ແລະ ຫວຽດນາມ ຍາມໃດກໍ່ເຂົ້າຮ່ວມຢ່າງຕັ້ງໜ້າ, ມີບັນດາບົດກ່າວຄໍາເຫັນໃນກອງປະຊຸມ, ເປັນແບບຢ່າງໃຫ້ການພັດທະນາຂອງຂະບວນການສັນຕິພາບຢູ່ໃນໂລກ. ພວກຂ້າພະເຈົ້າ ຂໍຂອບໃຈພວກເພື່ອນຍ້ອນສິ່ງດັ່ງກ່າວ”.

ເລື່ອງຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ 22 ສະພາສັນຕິພາບໂລກ ຢູ່ຫວຽດນາມ ແມ່ນຄວາມຍອດຍິ່ງ
ເລື່ອງຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ 22 ສະພາສັນຕິພາບໂລກ ຢູ່ຫວຽດນາມ ແມ່ນຄວາມຍອດຍິ່ງ

ທ່ານ Athanasios Pafilis ໃຫ້ຮູ້ວ່າ ສະພາ ຍາມໃດກໍ່ຮ່ວມເດີນທາງກັບ ຫວຽດນາມ, ສາມັກຄີ, ສະໜັບສະໜູນຫວຽດນາມ ໃນທຸກໄລຍະປະຫວັດ ສາດ, ຈາກການຕໍ່ສູ້ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ທ້ອນໂຮມປະ ເທດຊາດ ແລະ ຜືນແຜ່ນດີນອັນຄົບຖ້ວນ ຕະຫຼອດຮອດພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ ຄືປັດຈຸບັນ, ແກ້ໄຂບັນຫາ ໃນພາກພື້ນຜ່ານການເຈລະຈາ, ປະຕິບັດຕາມກົດໝາຍສາກົນ ແລະ ສິດຜົນປະໂຫຍດອັນຊອບທໍາຂອງບັນດາປະເທດທະເລ. ພິເສດ, ສະພາ ໃຫ້ຄໍາໝັ້ນສັນຍາຈະສືບຕໍ່ສະໜັບສະໜູນບັນດາອົງການໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດຜິດສີສົ້ມ ຢູ່ຫວຽດນາມ.

ເລື່ອງຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ 22 ສະພາສັນຕິພາບໂລກ ຢູ່ຫວຽດນາມ ແມ່ນຄວາມຍອດຍິ່ງ
ເລື່ອງຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ 22 ສະພາສັນຕິພາບໂລກ ຢູ່ຫວຽດນາມ ແມ່ນຄວາມຍອດຍິ່ງ
ເລື່ອງຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ 22 ສະພາສັນຕິພາບໂລກ ຢູ່ຫວຽດນາມ ແມ່ນຄວາມຍອດຍິ່ງ

ບູນມີ

ເຫດການ
302 Found

Found

The document has moved here.