ບັນດາສີສັນຂອງຄ່ຳຄືນດົນຕີອິນເດຍ ຢູ່ ຫວຽດນາມ

09:21 | 27/11/2022

ຍສໝ - ຫວ່າງແລ້ວນີ້, ສະຖານທູດ​ອິນ​ເດຍ ປະຈຳ​ຮ່າ​ໂນ້ຍ ສົມທົບ​ກັບ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ງານຄ່ຳຄືນ​ດົນຕີຂອງວົງດົນຕີ​ Indian Ocean ຢູ່​ໂຮງ​ລະຄອນ​ໃຫຍ່​ຮ່າ​ໂນ້ຍ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ.

ອິນເດຍ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ ອິນເດຍ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ
ຫວຽດນາມ ຍາມໃດກໍ່ຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອິນເດຍ ເປັນສໍາຄັນ ຫວຽດນາມ ຍາມໃດກໍ່ຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອິນເດຍ ເປັນສໍາຄັນ

ເຂົ້າ​ຮ່ວມ​ງານຄ່ຳຄືນ​ດົນຕີ​ ​ມີ​ທ່ານ​ຮອງ​ລັດຖະມົນຕີຜູ້ປະຈຳການ​ກະຊວງ​ການ​ຕ່າງປະ​ເທດ ຫງວຽນ​ມີງ​ວູ, ​ທ່ານຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຕະກ່ວາງດົງ, ທ່ານ​ເອກ​ອັກຄະ​ລັດຖະທູດ ອິນ​ເດຍ ປະຈຳ ຫວຽດນາມ Sandeep Arya, ຮອງ​ປະທານ​ຜຄ້ປະຈຳການສະພາບໍລິຫານ​ ສະມາຄົມພຸດທະສາສະໜາຫວຽດນາມ ພະອາຈານ ​ຖິກແທັງຍຽວ, ປະທານ​ສະພາທິດ​ສະ​ດີ, ວິເຄາະວັນນະຄະດີ, ສິລະ​ປະສູນກາງ, ທ່ານ ຫງວຽນເທກີ; ຕາງໜ້າບັນດາກະຊວງ, ອົງການ, ເອກອັກຄະລັດຖະທູດ, ຄະນະຜູ້ແທນການທູດ, ສື່ມວນຊົນ, ນັກສິລະປິນຫວຽດນາມ, ນັກສຶກສາບັນດາມະຫາວິທະຍາໄລ ແລະ ແຂກຮັບເຊີນອື່ນໆ.

ບັນດາສີສັນຂອງຄ່ຳຄືນດົນຕີອິນເດຍ ຢູ່ ຫວຽດນາມ
ບັນດາສີສັນຂອງຄ່ຳຄືນດົນຕີອິນເດຍ ຢູ່ ຫວຽດນາມ.

​ເຫດການ​ນີ້​ຍັງ​ເປັນ​ການ​ປະກອບສ່ວນ ​ເພື່ອ​ສະ​ເຫຼີ​ມສະຫຼອງ 75 ປີ​ແຫ່ງ​ວັນ​ປະກາດ​ເອກະລາດ​ຂອງ​ອິນ​ເດຍ, ​ເຊິ່ງຍັງໄດ້​ເອີ້ນ​ວ່າ “Azadi ka Amrit Mahotsav”.

ຜ່ານ​ການສະແດງ​ດົນ​ຕີ​ທີ່​ແກ່​ຍາວ​ເປັນ​ເວ​ລາ​ກວ່າ 1 ຊົ່ວ​ໂມງ, ແຂກຮັບເຊີນ ​ໄດ້ຜ່ານພຶດຕິກຳຕົວຈິງ ​ບັນດາສີສັນຂອງດົນ​ຕີ​ອິນ​ເດຍ ​ທີ່​​​ນັບ​ແຕ່​ດົນ​ຕີ​ພື້ນ​ເມືອງ ​ຮອດ ​ fusion ແລະ ເຄື່ອງ​ດົນ​ຕີ​ຂອງ​ອິນ​ເດຍ​ຫຼາຍ​ຊະນິດ. ພິ​ເສດ, ການ​ສະ​ແດງ​ບົດ​ເພງ​ທີ່​ມີ​ຊື່​ສຽງ “ລະ​ນຶກ​ເຖິງ​ລະດູ​ໃບ​ໄມ້ຫຼົ່ນຢູ່​ຮ່າ​ໂນ້ຍ” ຂອງ​ຫວຽດນາມ ​ໄດ້​ດຶງ​ດູດ​ໃຈ​ຜູ້​ຊົມທີ່ສຸດ.

ນອກຈາກ​ການ​ສະ​ແດງ​ທີ່​ປະ​ທັບ​ໃຈ​ຢູ່​ໂຮງ​ລະຄອນ​ໃຫຍ່​ຮ່າ​ໂນ້ຍ, ວົງ​ດົນຕີ​ຍັງ​ໄດ້​ດຳ​ເນີນ​ການ​ໂອ້ລົມ ສົນທະນາ​ຢູ່​ສູນ​ວັດທະນະທຳ Swami Vivekananda ຂອງສະຖານທູດ​ອິນ​ເດຍ ປະຈຳ​ຮ່າ​ໂນ້ຍ ​ແລະ ​ໄດ້ສະແດງສິລະປະວັນນະຄະດີ ຢູ່​ລາຍການທີ່ຈັດຕັ້ງ​ໂດຍ​ປະຊາ​ຄົມ​ຊາວ​ຫວຽດນາມ ​ຢູ່ອິນ​ເດຍ.

ບັນດາສີສັນຂອງຄ່ຳຄືນດົນຕີອິນເດຍ ຢູ່ ຫວຽດນາມ

ການທຳການສະແດງຂອງ ວົງ​ດົນຕີ Indian Ocean ແມ່ນໄດ້ຮັບການສະໜັບສະໜູນ ແລະ ສົ່ງເສີມໂດຍສະພາການພົວພັນວັດທະນະທຳອິນເດຍ ທີ່ນະຄອນນິວເດລີ.

ບັນດາສີສັນຂອງຄ່ຳຄືນດົນຕີອິນເດຍ ຢູ່ ຫວຽດນາມ
ບັນດາສີສັນຂອງຄ່ຳຄືນດົນຕີອິນເດຍ ຢູ່ ຫວຽດນາມ
ບັນດາສີສັນຂອງຄ່ຳຄືນດົນຕີອິນເດຍ ຢູ່ ຫວຽດນາມ
ບັນດາສີສັນຂອງຄ່ຳຄືນດົນຕີອິນເດຍ ຢູ່ ຫວຽດນາມ
ບັນດາສີສັນຂອງຄ່ຳຄືນດົນຕີອິນເດຍ ຢູ່ ຫວຽດນາມ
ບັນດາສີສັນຂອງຄ່ຳຄືນດົນຕີອິນເດຍ ຢູ່ ຫວຽດນາມ
ບັນດາສີສັນຂອງຄ່ຳຄືນດົນຕີອິນເດຍ ຢູ່ ຫວຽດນາມ

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.