ຄ້ອຍ​ຫີນ​ທີ່​ມີ​ໂຄງ​ປະ​ກອບ​ແປກ​ປະຫຼາດ, ງາມ​ດັ່ງ ເອ​ຢິບ​ ຂະໜາດນ້ອຍ ຢູ່​ຢາ​ລາຍ

06:30 | 28/11/2022

ຍ​ສ​ໝ - ໂດຍ​ມີ​ຮູບ​ແບບ​ທີ່​ງາມ​ແປກ​ປະຫຼາດຍ້ອນ​ວິ​ວັດ​ການເຊາະເຈື່ອນ​ແບບ​ທຳ​ມະ​ຊາດໃນຫຼາຍ​ປີ​ຜ່ານ​ມາ, ເຂດ​ຄ້ອຍຫີນ ວ້ານ​ລອງ ​ຢູ່​ເມືອງ​ຈື​ເຊ, ແຂວງ​ຢາ​ລາຍ​ ໄດ້​ເຮັດ​ໃຫ້​ຫຼາຍ​ຄົນ​ຄິດ​ເຖິງ​ປະ​ເທດ​ເອ​ຢິບ ຍ້ອນ​ສະ​ຖາ​ປັດ​ຕະ​ຍາ​ກຳ ແລະ ສີ​ສັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ.

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ ແຂວງ​ເລິມ​ດົ່ງ ມອບ​ຜ້າ​ອັດ​ປາກ​ດັ່ງ 15.000 ອັນ​ໃຫ້​ແກ່​ຊາວ​ໄທ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ ແຂວງ​ເລິມ​ດົ່ງ ມອບ​ຜ້າ​ອັດ​ປາກ​ດັ່ງ 15.000 ອັນ​ໃຫ້​ແກ່​ຊາວ​ໄທ
ກອງປະຊຸມສຳມະນາ “ນຳໃຊ້ທັກສະການເງິນດີຈີຕອນ ສຳລັບວິສາຫະກິດ ຂະໜາດນ້ອຍ ແລະ ກາງ ໂດຍແມ່ຍິງເປັນເຈົ້າການ ກອງປະຊຸມສຳມະນາ “ນຳໃຊ້ທັກສະການເງິນດີຈີຕອນ ສຳລັບວິສາຫະກິດ ຂະໜາດນ້ອຍ ແລະ ກາງ ໂດຍແມ່ຍິງເປັນເຈົ້າການ"
ຄ້ອຍຫີນ ວ້າ​ນ​ລອງ​ຢູ່ ຢາ​ລາຍ (ພາບ: vietnamnet.vn)
ຄ້ອຍຫີນ ວ້າ​ນ​ລອງ​ຢູ່ ຢາ​ລາຍ

ໂດຍ​ຕັ້ງ​ຢູ່​ໝູ່ບ​ບ້ານ ປ​ຽດ​ເກ​ເຕ, ເຮີ​ບົງ, ເມືອງ ຈື​ເຊ, ແຂວງ​ຢາ​ລາຍ, ຄ້ອຍ​ວ້ານ​ລອງ ດ້ວຍ​ຜາ​ຫີນ​ທີ່​ມີ​ຮູບ​ແບບ​ພິ​ເສດ ແມ່ນ​ສະ​ຖານ​ທີ່​ຖ່າຍ​ຮູບ ທີ່​ມີ​ແຂກ​ທ່ອງ​ທ່ຽວ​ບໍ່ເທົ່າ​ໃດ​ຄົນ​ຮູ້​ຈັກ​ເຖິງ ເມື່ອ​ມີ​ໂອ​ກາດ​ແວ່​ຢາມ​ເຂດ​ດິນ​ແດນ​ໄຕ​ງວຽນ.

ຕາມພໍ່​ແມ່​ປະ​ຊ​າ​ຊົນ​ຢູ່​ແຫ່ງ​ນີ້ແລ້ວ, ​ຄ້ອຍ​ວານ​ລອງ​ມີ​ຮູບ​ແບບ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ໄດ້​ຮັບ​ການພັນ​ລະ​ນາ ປຽບ​ເໝືອນ​ໂຕມັງ​ກອນ​ທີ່​ພວມນອນ​ຢູ່​ຂ້າງ​ກັນ.

ຍ້ອນ​ວິ​ວັດ​ການ​ເຊາະ​ເຈື່ອນ ແບບ​ທຳ​ມະ​ຊາດ​ມາ​ເປັນ​ເວ​ລາຫຼາຍ​ປີ ໄດ້​ສ້າງ​ເປັນ​ຄ້ອຍ​ຫີນ​ທີ່​ມີ​ຮູບ​ແບບ​ຄື​ຈັງ​ຊີ້.

ບໍ່​ພຽງ​ແຕ່​ພົ້ນ​ເດັ່ນ​ຂຶ້ນ​ຢູ່​ທ່າມ​ກາງ​ເຂດ​ດິນ​ແດນ​ທີ່​ມີ​ຮູບ​ແບບ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ຄ້ອຍ​ວ້ານ​ລອງ​ຍັງ​ສ້າງ​ຄວາມ​ປະ​ທັບ​ໃຈ​ຍ້ອນ​ສີ​ຢູ່​ຫີນ​ມີ​ລະ​ດັບສີເຂັ້ມ​ອ່ອນ​ທີ່​ແຕກ​ຕ່າງ​ກັນ ເຊິ່ງ​ໄດ້​ຮັບ​ການ​ພັນ​ລະ​ນາ​ຄື​ລວດ​ລວນ​ຢູ່​ສິ້ນ​ພື້ນ​ເມືອງ​ຂອງ​ສາວ​ຊາວ​ເຜົ່າ​ເຢີ​ຣາຍ.

ຈຸດ​ເວ​ລາ​ທີ່​ເໝາະ​ສົມ​ທີ່​ສຸດ​ເພື່ອ​ຢ້ຽມ​ຊົມ​ຄ້ອຍ​ວານ​ລອງ​ແມ່ນ​ ​ແຕ່​ເດືອນ​ຕຸ​ລາ ຫາ​ເດືອນ​ມິ​ຖຸ​ນາ​ ຂອງປີ​ຕໍ່​ໄປ. ໃນ​ຈຸດ​ເວ​ລາ​ນີ້, ອາ​ກາດ​ຢູ່​ແຫ່​ງ​ນີ້​ຝົນ​ຕົກ​ໜ້ອຍ, ຖະ​ໜົນ​ແຫ້ງ​ຊ່ວຍ​ໃຫ້​ແຂກ​ທ່ອງ​ທ່ຽວ​ມີ​ຄວາມ​ສະ​ດວກ​ໃນ​ການ​ເດີນ​ທາງ ແລະ ຖ່າຍ​ຮູບ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ແຂກ​ທ່ອງ​ທ່ຽວ​ຕ້ອງ​ກະ​ກຽມ​ເຄື່ອງ​ຂອງ​ກັນ​ແດດ​ຄື​ ໝວກ, ແວ່ນ​ຕາ, ຄີມກັນ​ແດດ… ແລະ ນ້ຳ​ດື່ມ ​ຍ້ອນ​ວ່າ​ຢູ່​ນີ້​ອຸນ​ຫະ​ພຸມ​ສູງຫຼາຍ, ອາ​ກາດແດດ​ຮ້ອນ​ອີຫຼີ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.