ພິທີເປີດກອງປະຊຸມສາກົນກໍ່ສ້າງເສັ້ນຊາຍແດນລະຫວ່າງ ລາວ-ຫວຽດນາມ ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາໃນປີ 2022.

00:00 | 09/08/2023

ຍສໝ - ວັນ​ທີ 22 ພະຈິກ​ນີ້, ຢູ່​ແຂວງ​ສະຫວັນ​ນະ​ເຂດ, ສປປ ລາວ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ແນວໂຮມແຫ່ງຊາດຫວຽດນາມ ​ແລະ ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ສາກົນ ​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ລາວ-ຫວຽດນາມ ​ເພື່ອ​ສັນຕິພາບ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ພັດທະນາ​ໃນ​ປີ 2022.

ພິທີ​ໄຂ​ງານ​ມະໂຫລານມິດຕະພາບ​ລາວ-ຫວຽດນາມ ​ຄັ້ງ​ທີ V ພິທີ​ໄຂ​ງານ​ມະໂຫລານມິດຕະພາບ​ລາວ-ຫວຽດນາມ ​ຄັ້ງ​ທີ V
ຊາຍແດນລາວ - ຫວຽດນາມ: ສັນຕິພາບ, ການຮ່ວມມື ແລະ ການພັດທະນາ ຊາຍແດນລາວ - ຫວຽດນາມ: ສັນຕິພາບ, ການຮ່ວມມື ແລະ ການພັດທະນາ

ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ທ່ານ ​ເລ​ຕຽນ​ເຈົາ, ກຳມະການ​ສູນ​ກາງ​ພັກກອມມູນິດຫວຽດນາມ, ຮອງ​ປະທານ-​ເລຂາທິການ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ແນວໂຮມປະເທດຊາດຫວຽດນາມ; ຜູ້ຕາງໜ້າ​ບັນດາ​ການ​ນຳ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ; ກອງບັນຊາການທະຫານຊາຍແດນ ຫວຽດນາມ; ສະມາຄົມມິດຕະພາບ ຫວຽດນາມ-ລາວ; ທ່ານ​ປະທານ​ - ຮອງ​ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຂອງ 10 ​ແຂວງ​ເຂດ​ຊາຍ​ແດນຕິດກັບ​ລາວ ​ແລະ ບັນດາ​ການ​ນຳ​ບັນດາ​ຄະນະ, ຫົວໜ່ວຍກຳມະການ​ສູນ​ກາງ​ແນວ​ໂຮມ​ປະເທດຊາດຫວຽດນາມ.

ພິທີເປີດກອງປະຊຸມສາກົນກໍ່ສ້າງເສັ້ນຊາຍແດນລະຫວ່າງ ລາວ-ຫວຽດນາມ ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາໃນປີ 2022.

ພິທີເປີດກອງປະຊຸມສາກົນກໍ່ສ້າງເສັ້ນຊາຍແດນລະຫວ່າງ ລາວ-ຫວຽດນາມ ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາໃນປີ 2022.

ຝ່າຍລາວ, ມີທ່ານ ຄຳເຜີຍ ບຸດດາວຽງ, ກໍາມະການສູນກາງພັກປະຊາຊົນ ປະຕິວັດລາວ​, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ; ທ່ານ ຈັນເພັງ ສຸທິວົງ, ຮອງປະທານສູນກາງແນວລາວສ້າງຊາດ; ການ​ນຳ​ຄະນະ​ພັກ​ແຂວງ ​ແລະ ອຳນາດການປົກຄອງ ​ແຂວງ​ສະຫວັນ​ນະ​ເຂດ; ຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ; ກອງບັນຊາການທະຫານຊາຍແດນ; ປະທານ​ແນວ​ລາວ​ສ້າງ​ຊາດ​ ຂອງ 10 ​ແຂວງ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ຫວຽດນາມ ​ແລະ ການ​ນຳ​ບັນດາ​ຄະນະ, ຫົວໜ່ວຍ​ຂອງອົງການສູນ​ກາງ​ແນວ​ລາວ​ສ້າງ​ຊາດ.­­­­­­­­­­­­

ທີ່ກອງປະຊຸມ, ທ່ານ ຄຳເຜີຍ ບຸດດາວຽງ, ກຳມະການສູນ​ກາງ​ພັກປະຊາຊົນ ປະຕິວັດລາວ​, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ໄດ້ຂຶ້ນກ່າວປາໄສເປີດກອງປະຊຸມ.

ພິທີເປີດກອງປະຊຸມສາກົນກໍ່ສ້າງເສັ້ນຊາຍແດນລະຫວ່າງ ລາວ-ຫວຽດນາມ ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາໃນປີ 2022.
ທ່ານ ຄຳເຜີຍ ບຸດດາວຽງ, ກໍາມະການສູນກາງພັກປະຊາຊົນ ປະຕິວັດລາວ​, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ

ຫລັງ​ຈາກ​ກ່າວ​ຄຳ​ປາ​ໄສຂ່ຳນັບຮັບຕ້ອນ ຂອງທ່ານສັນຕິພາບ ພົມວິຫານ - ກໍາມະການສູນກາງພັກ ປະຊາຊົນປະຕິວັດລາວ, ເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ, ກອງປະຊຸມ ໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດຖະແຫລງການຮ່ວມຂອງກອງ​ປະ​ຊຸມ​ກໍ່​ສ້າງ​ເສັ້ນ​ຊາຍ​ແດນ​ມິດ​ຕະ​ພາບ​ລາວ - ຫວຽດ​ນາມ​ ຄັ້ງ​ທີ 6 (ໄລ​ຍະ 2017 - 2022) ລະ​ຫວ່າງ​ສອງ​ອົງ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ແລະ ການ​ປະກອບຄຳເຫັນ​ຂອງບັນດາ​ແຂວງ​ທີ່ມີ​ເສັ້ນ​ຊາຍ​ແດນຮ່ວມ ​ຫວຽດ​ນາມ - ລາວ.

ຄຳຮຸ່ງ

302 Found

Found

The document has moved here.